ຂໍຂອບໃຈນຳຜູ້ສະໜັບສະໜູນ

ພະຍາດຄວາມດັນເລືອດສູງ​ ເປັນໜຶ່ງໃນ​ພະຍາດທີ່ຄົນປະຈຸບັນເປັນຫຼາຍ ແລະ​ ຄົນສ່ວນໃຫ່ຍກໍ່ບໍ່ຮູ້ໂຕວ່າເປັນພະຍາດຄວາມດັນເລືອດສູງ​ ແຕ່ຫາກປະໄວ້ດົນອາດພາໃຫ້ເປັນພະຍາດຮ້າຍແຮງອື່ນໆຕາມມາ ອີກຫຼວງຫຼາຍ.

ຄວາມດັນເລືອດ ຂອງຄົນເຮົາແມ່ນບໍ່ເທົ່າກັນຕະຫຼອດເວລາ​ ເພາະຂຶ້ນກັບສິ່ງຕ່າງໆ ເປັນຕົ້ນແມ່ນ​: ສະພາບແວດລ້ອມ,​ທ່າທາງຄື ຖ້າແທກຄວາມດັນໃນທ່ານອນ ຈະມີຄ່າສູງກ່ວາທ່າຢືນ,​ ນອກຈາກນີ້ແລ້ວ ຈິດໃຈ,​ ອາລົມ,​ ຄວາມຄຽດ, ອາຍຸ​ກໍ່ເປັນສາເຫດໃຫ້ລະດັບຄວາມດັນເລືອດປ່ຽນແປງໄດ້ຕະຫຼອດເວລາ.

ສາເຫດ​ຂອງພະຍາດຄວາມດັນເລືອດສູງ​ແມ່ນຍັງບໍ່ຮູ້ຊັດເຈນ ແຕ່ສ່ວນຫຼາຍຈະພົບໃນກຸ່ມຄົນທີ່ມີອາຍຸ 40​ ປີຂຶ້ນໄປ​ ແລະ​ ຜູ້ທີ່ມີອາການເຈັບທີ່ກ່ຽວກັບສະໝອງ,​ໝາກໄຂ່ຫລັງ,​ ລວມທັງພະຍາດຊໍ້າເຮືອອື່ນໆ.​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ອາການຂອງຄົນທີ່ເປັນພະຍາດຄວາມດັນເລືອດສູງ

ສ່ວນໃຫ່ຍຄົນເຈັບທີ່ເປັນພະຍາດຄວາມດັນເລືອດສູງ ມັກບໍ່ມີອາການໂດຍສະເພາະໃນໄລຍະເລີ່ມຕົ້ນ ບາງກໍລະນີມີອາການປວດບໍລິເວນງ່ອນ ມັກເປັນພາຍຫຼັງນອນຕື່ນ ມືນງົງ ວິນຫົວ ໃຈສັ່ນ ອ່ອນເພຍ.​ ຖ້າບໍ່ໄດ້ຮັບການປິ່ນປົວ ຈະສົ່ງຜົນສະທ້ອນເຮັດໃຫ້ເກີດພະຍາດແຊກຊ້ອນຕໍ່ອະໄວຍະວະສໍາຄັນຂອງຮ່າງກາຍ ເປັນຕົ້ນແມ່ນ: ຫົວໃຈວາຍ, ເສັ້ນເລຶອດໃນສະໝອງແຕກ, ໝາກໄຂ່ຫຼັງຊຸດໂຊມ ແລະ ຕາມົວ.

​ປັດໃຈສ່ຽງຂອງພະຍາດຄວາມດັນເລືອດສູງ ​

  • ກຳມະພັນ
  • ຄວາມຄຽດ
  • ອາຍຸ ພົບຫຼາຍໃນຜູ້ທີ່ມີອາຍຸ 40-50 ປີຂຶ້ນໄປ
  • ພົບຫຼາຍໃນເພດຍິງຫຼາຍກ່ວາເພດຊາຍ
  • ຮູບຮ່າງອ້ວນ
  • ພຶດຕິກໍາການກິນ (ຜູ້ທີ່ມັກກິນອາຫານເຄັມມີໂອກາດເປັນພະຍາດນີ້)
  • ສິ່ງແວດລ້ອມອ້ອມຂ້າງ ຕົວເມືອງໃຫ່ຍ ຄວາມວຸ້ນວາຍ

ການປ້ອງກັນ ແລະ ຂໍ້ຄວນປະຕິບັດສໍາລັບຄົນທີ່ເປັນພະຍາດຄວາມດັນເລືອດສູງ

  • ຄົນທີ່ມີອາຍຸ 35 ປີຂຶ້ນໄປ ຄວນແທກຄວາມດັນເລືອດຢ່າງສະໝໍ່າສະເໝີ
  • ຫຼີກຫຼ່ຽງອາຫານທີ່ມີຣົດເຄັມ ອາຫານດອງ ອາຫານແຫ້ງ ກະປີ ນໍ້າປາ ແປ້ງນົວ
  • ຫຼີກຫຼ່ຽງອາຫານກຸ່ມໄຂມັນ ກະທິ ຊີ້ນທີ່ມີນໍ້າມັນ ທາດແປ້ງ ນໍ້າຕານຂັດຂາວ (ກິນປາ ຜັກ ໝາກໄມ້)
  • ບໍ່ດື່ມເຫຼົ້າ ແລະ ບໍ່ສູບຢາ
  • ຄວບຄຸມນໍ້າໜັກ ບໍ່ໃຫ້ຕຸ້ຍ
  • ອອກກໍາລັງກາຍຢ່າງສະໝໍ່າສະເໝີ
  • ພັກຜ່ອນໃຫ້ພຽງພໍ ເຮັດຈິດໃຈໃຫ້ສະບາຍ

ຂໍ້ມູນ:​ APA.COM

Hits: 63

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້