ອີງຕາມປະມວນກົດໝາຍອາຍາ ເລກທີ 26/ສພຊ ລົງວັນທີ 17 ພຶດສະພາ 2017 ໝວດທີ 6 ມາດຕາ 247 ການທໍາມິດສະຈານ. ບຸກຄົນໃດ ທີ່ມີຜົວ ຫຼື ເມຍ ຫາກໄດ້ເສບສົມກັບຜູ້ອື່ນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ.

ຄູ່ທໍາມິດສະຈານ ກໍຈະຖືກລົງໂທດໃນສະຖານດຽວກັນ
ຄວາມພະຍາຍາມກໍ່ການກະທໍາຜິດ ກໍຈະຖືກລົງໂທດ

ຂໍ້ມູນຈາກ: ກະຊວງຍຸດຕິທໍາ, ກົມໂຄສະນາເຜີຍແຜ່ກົດໝາຍ ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ
ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ
Hits: 344