
ບຸນອອກພັນສາປະວໍລະນາ ຖືເປັນງານບຸນສຳຄັນທາງພະພຸດທະສາສະໜາ ແລະ ງານບຸນສຳຄັນຂອງປວງຊົນລາວທັງຊາດ ເຊິ່ງໃນແຕ່ລະປີມີຫຼາຍກິດຈະກຳເກີດຂຶ້ນ ເຊັ່ນ: ປະເພນີໄຕ້ໂຄມໄຟ ແລະ ໄຫຼເຮືອໄຟ (ເຮືອໄຟບົກ ແລະ ເຮືອໄຟນ້ຳ) ທີ່ໄດ້ປະຕິບັດກັນມາ

ໃນວັນທີ 12-13 ຕຸລາ 2019 ທີ່ວັດອົງຕື້ມະຫາວິຫານຈະໄດ້ມີກິດຈະກຳໄຕ້ໂຄມໄຟ ເພື່ອບູຊາພະພຸດທະສາສະໜາ ແລະ ສະຫຼອງວັນອອກພັນສາປະວໍລະນາ ເລີ່ມແຕ່ເວລາ 6:30 ໂມງ ເປັນຕົ້ນໄປ ແລະ ວັນທີ 13 ຕຸລາ 2019 ເວລາ 7:00 ໂມງ ມີພີທີໃສ່ບາດຖວາຍທານ ແລະ ເວລາ 6:30 ໂມງ ກະກຽມໄຕ້ທຽນງານອອກພັນສາ

ພຣະອາຈານ ພວງປະເສີດ ພູມມະວົງ ເຈົ້າອະທິການວັດອົງຕື້ ໄດ້ໃຫ້ສໍາພາດວ່າ: ຕອນນີ້ແມ່ນຍັງຢູ່ໃນຂັ້ນຕອນການກະກຽມໂຄມໄຟ ແລະ ສະຖານທີ່ ເພື່ອໃຫ້ທັນກັບມື້ງານ. ໂດຍປີນີ້ ແມ່ນຈະມີຫຼາກຫຼາຍກິດຈະກໍາ ເປັນຕົ້ນແມ່ນ: ການໄຕ້ໂຄມໄຟ,ການແຕ່ງກາຍອາພອນເພດ ດ້ວຍຊຸດລາວ, ການສະແດງບົດຟ້ອນຈາກສາມະຄົມເຜົ່າໄຕແດງ, ຈາກວິທະຍາໄລລັດຕະນະ ແລະ ອື່ນໆ ເຊິ່ງກິດຈະກຳທັງໝົດທີ່ວ່າມານັ້ນ, ເພື່ອສົ່ງເສີມວັດທະນະທຳອັນດີງາມ ແລະ ການນຸ່ງຖືຂອງຊາດ ທັງເປັນການຍົກສູງສົ່ງເສີມພະພຸດທະສາສະໜາ ພ້ອມນັ້ນ ເພື່ອເປັນການຮັກສາປະເພນີໄຕ້ໂຄມໄຟ ແລະ ເຮືອໄຟ

ສະນັ້ນ ຂໍເຊີນຊວນຊາວພຸດທະສະນິກະຊົນ ຕະຫຼອດຮອດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມກິດຈະກຳໃນງານບຸນອອກພັນສາປະວໍລະນາທີ່ວັດອົງຕື້ ແນໃສ່ເຮັດໃຫ້ບັນຍາກາດມີຄວາມຄຶກຄື້ນ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ສະເພາະແມ່ຍິງຈະສົ່ງເສີມໃຫ້ນຸ່ງສິ້ນບ່ຽງແພເຂົ້າວັດ ເພື່ອເປັນການເຄົາລົບ ແລະ ໃຫ້ກຽດສະຖານທີ່ພຸດທະສາສະໜາ ທັງເປັນການສົ່ງເສີມແມ່ຍິງລາວຮັກສາການນຸ່ງຖືອັນດີງາມຕື່ມອີກ.
ຮູບພາບ: Anouphon Phomhacsar
Hits: 11