ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 11 ຕຸລາ 2019​ ທີ່​ ຫໍປະຊຸມແຫ່ງຊາດ ​ໄດ້ມີ​ພິ​ທີເປີດງານວາງສະແດງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການຮ່ວມມືພັດທະນາອຸດສາຫະກໍາເຕັກໂນໂລຊີລະດັບສູງ ລາວ-​ຈີນ ປີ 2019.​ ໃນຫົວຂໍ້: ນໍາໃຊ້​ເຕັກໂນໂລຊີ​ທັນສະໄໝ​ ເພື່ອ​ການພັດທະນາສີຂຽວ ແລະ​ ຍືນ​ຍົງ​

ການຈັດ​ງານ​ມາຫາກໍາວິທະຍາສາດ ແລະ ເຕັກໂນໂລຊີ ປີ​ 2019 ​ໃນ​ລະຫວ່າງ​ວັນ​ທີ 11-16 ຕຸລາ 2019​ ນີ້ ເປັນງານ​ວາງສະ​​ແດງວິທະຍາສາດ ແລະ ເຕັກໂນໂລຊີ​ລະດັບ​ສູງ​ຄັ້ງ​ທຳ​ອິດ​ຂອງ​ປ​ະ​ເທດ​ລາວ​ ​ຮ່ວມກັບ​ ບັນດາ​ສະຖາບັນຄົ້ນຄວ້າ ແລະ ຜູ້ປະກອບການຈາກ ສປ ຈີນ, ຖືໄດ້ວ່າເປັນໂອກາດສຳຄັນ​ທີ່ບັນດາ​ກະຊວງ, ຂະ​ແໜງ​ການ, ສະ​ຖາ​ບັນ​ຄົ້ນຄວ້າ, ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ການ​ສຶກສາ ​ແລະ ບັນດາ​ພະ​ແນ​ກ ຂັ້ນທ້ອງ​ຖິ່ນ, ​ພາກ​ທຸລະ​ກິດ​ເອກະ​ຊົນ ​ແລະ ຜູ້​ປະກອບ​ການ​ໄດ້​​ວາງສະ​​ແດງ​ຜົນງານ​ການ​ຄົ້ນຄວ້າ​ພັດທະນາ ​ແລະ​ ຊຸກຍູ້​ການ​ນຳ​ໃຊ້ວິທະຍາສາດ – ເຕັກໂນໂລຊີ ​ເຂົ້າ​ໃນ​ການ​ຜະລິດ​ເພື່ອ​ເພີ່ມ​ສະມັດ​ຕະພາບ ແລະ ​ປັບປຸງ​ຄຸນ​ນະ​ພາບ​ຂອງ​ຜະລິດ​ຕະພັນ ສິນຄ້າ​ລາວ​ໃຫ້ໄດ້ມາດຕະຖານສາກົນ, ປັບປຸງ​ຂະ​ບວນການ​ຜະລິດ​ເພື່ອ ປະຢັດພະລັງງານ ​ແລະ ວັດຖຸ​ດິບ, ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ສ້າງ​ຜະລິດ​ກະສິກຳ​ສະອາດ​ເພື່ອ​ອອກ​ມາ​ຮັບ​ໃຊ້​ສັງຄົມ.

ໃນງານມາຫາກໍາວິທະຍາສາດຄັ້ງນີ້ ຍັງຈະມີບັນດາກອງປະຊຸມສໍາມະນາວິຊາການດ້ານຕ່າງໆ ເພື່ອ​ຈະ​ເປັນ​ເວທີ​ແລກປ່ຽນ​ຂໍ້​ມູນ​ ​ແລະ ການ​ຮ່ວມ​ມື​ຄົ້ນຄວ້ານຳ​ໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ​ເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​​ພັດທະນາ ​ເສດຖະກິດ-​ສັງຄົມ​ ໃນ​ປະ​ເທດ​ເຮົາ​ເພື່ອ​ເປັນເຈົ້າການ​ໃນ​ການເຂົ້າ​ຮ່ວມ​ໃນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ແລະ ການເຊື່ອມໂຍງກັບສາກົນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ​ກະຊວງ​ວິທະຍາສາດ ແລະ ເຕັກໂນໂລຊີ​ ໄດ້ກ່າວວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າງານວາງສະແດງວິທະຍາສາດ – ເຕັກໂນໂລຊີ ແລະ ກອງປະຊຸມສຳມະນາ ກ່ຽວກັບ ການຮ່ວມມືພັດທະນາອຸດສາຫະກຳເຕັກໂນໂລຊີລະດັບສູງ ລາວ-ຈີນ ປີ 2019 ນີ້ ຈະເປັນເວທີຊຸກ​ຍູ້​ສົ່ງ​ເສີມ​ການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງ ສປປ ລາວ ແລະ ສປ ຈີນ ແນໃສ່ສົ່ງເສີມການນຳໃຊ້ເຕັກໂນໂລຊີລະດັບສູງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ເຮັດໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເປັນກໍາລັງຂັບເຄື່ອນທີ່ເຂັ້ມແຂງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຕາມ​ທິດ​ຫັນເປັນອຸດສະຫະກຳ ແລະ ທັນສະໄໝ, ແກ້ໄຂຄວາມທຸກຍາກຂອງ​ປະ​ຊາ​ຊົນ​ລາວ​ເພື່ອ​ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຕາມຄໍາຂັວນຂອງງານຄັ້ງນີ້ ຄື: “ການນຳໃຊ້ເຕັກໂນໂລຊີທັນສະໄໝເພື່ອການພັດທະນາສີຂຽວ ແລະ ຍືນຍົງ” (Smart Technology for Green and Sustainable Development).

ທ່ານ ຍັງໄດ້ກ່າວຕື່ມອຶກວ່າ: ນະໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນມາຍັງບັນດາຜູ້ນຳພັກ-ລັດ ຂອງ ສ​ປ​ປ ລາວ ແລະ ສ​ປ ຈີນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່ກ່ຽວຂ້ອງທີ່ໄດ້ໃຫ້ການ ຊີ້ນຳ ນຳພາ ແລະ ສະໜັບສະໜູນອໍານວຍຄວາມສະດວກໃຫ້ແກ່ການກະກຽມຈັດງານໃນຄັ້ງນີ້. ສຸດທ້າຍນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາທ່ານຜູ້ນຳພັກ-ລັດ, ຄູ່ຮ່ວມມືຈາກ ສປ ຈີນ ແລະ ບັນດາແຂກທີ່ມີກຽດທຸກໆທ່ານຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ມີຄວາມສຸກຕະ​ຫຼອດ​ໄປ.

ທ່ານ ນ. ເຫີ ຢຽນ ຢຽນ ຫົວໜ້າ ຫ້ອງການຜູ້ຕ່າງໜ້າສະພາສົ່ງເສີມການຄ້າສາກົນ ສປ ຈີນ, ຂະແໜງອຸດສາຫະກຳການກໍ່ສ້າງ ສປປ ລາວ ໄດ້ມີຄໍາເຫັນວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈຫຼາຍ ແລະ ຂໍຂອບອົກຂອບໃຈທີ່ແຂກທີ່ມີກຽດທຸກໆທ່ານທີ່ເຂົ້າມາຮ່ວມໃນງານພິທີເປີດງານວາງສະແດງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກອງປະຊຸມປຶກສາຫາລື ກ່ຽວກັບການຮ່ວມມືພັດທະນາອຸດສາຫະກໍາເຕັກໂນໂລຊີ ລະດັບສູງລາວ – ຈີນ ໃນຄັ້ງນີ້. ໃນຫົວຂໍ້ສໍາມະນາເຕັກໂນໂລຊີນີ້ແມ່ນມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດຂອງປະເທດຊາດຢ່າງຫຼວງຫຼາຍ.  

ທ່ານຍັງໄດ້ກ່າວຕື່ມອິກວ່າ: ຫົວຂໍ້ໃນການປະຊຸມຄັ້ງນີ້ແມ່ນຈະມີການປຶກສາຫາລືເນື້ອໃນກ່ຽວກັບການນຳເຂົ້າເຕັກໂນໂລຊີທີ່ທັນສະໃໝຂອງປະເທດຈີນຢ່າງສົມເຫດສົມຜົນ ໂດຍໄດ້ມີການຮຽນເຊີນທຸກກະຊວງຂອງ ສປປ ລາວ ແລະ ສປ ຈີນ. ການສຳມະນາກ່ຽວກັບການພັດທະນາເສດຖະກິດຂອງປະເທດຊາດທີ່ເໝາະສຳລັບນະໂຍບາຍຂອງທັງສອງພັກ ແລະ ຍັງຈະໄດ້ຮຽນເຊີນບັນດາກະຊວງຂອງ ສປປ ລາວເຂົ້າຮ່ວມໂອ້ລົມກັບວິສະຫະກິດທີ່ມາຈາກປະເທດຈີນ ເນື້ອໃນກ່ຽວກັບການປະຕິຮູບການສະໜອງຈາກປະເທດຈີນ ແລະການອຸດສະຫະກຳການກໍ່ສ້າງຂອງເຕັກໂນໂລຊີລາວ.

Hits: 12

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້