ຂໍຂອບໃຈນຳຜູ້ສະໜັບສະໜູນ

ຕອນແລງວັນທີ 12 ຕຸລາ 2019 ໄດ້ຈັດພິທີຖະແຫຼງຂ່າວວັນມາດຕະຖານ 14​ ຕຸລາ ທີ່ ຫໍປະຊຸມແຫ່ງຊາດ​ ໂດຍການເປັນປະທານຂອງ ທ່ານ ບັນດິດ ​ສຈ.ບໍ່​ວຽງຄຳ ວົງ​ດາລາ​ ລັດຖະມົນຕີ​ກະຊວງ​ ວິທະຍາສາດ​ ແລະ​ ເຕັກໂນໂລຊີ

ວັນມາດຕະຖານໂລກ ໄດ້ໜູນວຽນມາບັນຈົບຄົບຮອບ 72 ປີ. ໃນປີ 2019 ນີ້ ສປປ ລາວ ໄດ້ພ້ອມກັບບັນດາປະເທດສະມາຊິກອົງການມາດຕະຖານສາກົນ (ISO) ໃນທົ່ວໂລກ ສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຄຳຂວັນທີ່ອົງການມາດຕະຖານສາກົນວາງອອກວ່າ: “ມາດຕະຖານວິດີໂອສ້າງ​ໃຫ້​ທົ່ວ​ໂລກ​ເປັນ​ເວ​ທີ​ດຽວ​ກັນ” (Video Standards Create a Global Stage), ເພື່ອ​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ​ວຽກ​ງານ​ມາດ​ຕະ​ຖານ​ໃນ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ວິ​ດີ​ໂອ​ທີ່​​ນຳໃຊ້​ຢ່າງ​ກວ້າງ​ຂວາງ​ຢູ່​ໃນ​ໂລກ.

ການສະເຫຼີມສະຫຼອງວັນມາດຕະຖານໂລກ ແມ່ນການສ້າງຈິດສຳນຶກໃຫ້​ທົ່ວ​ສັງ​ຄົມຊຶ່ງ​ມີທັງ​ຜູ້ສ້າງນິຕິກຳ​ ແລະ​ ວາງ​ນະ​ໂຍ​ບາຍ​ກ່ຽວ​ກັບມາດຕະຖານ, ຜູ້​ບໍ​ລິ​ຫານ ແລະ ຄຸ້ມຄອງ, ຕະ​ຫຼອດ​ເຖິງຜູ້ປະກອບການ,​ ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ເຂົ້າໃຈໄດ້ຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນກໍ່ເພື່ອພັດທະນາວຽກງານມາດຕະຖານໃຫ້​ເຂັ້ມ​ແຂງ ແລະ ນຳໃຊ້​ຢ່າງ​ກວ້າງ​ຂວາງ​ເພື່ອ​ຊຸກ​ຍູ້​ສົ່ງ​ເສີມ ແລະ ປົກ​ປ້ອງ​ການ​ຜະ​ລິດ​ພາຍ​ໃນ, ຄຸ້ມ​ຄອງ​ກວດ​ກາ​ການ​ນຳ​ເຂົ້າ​ສິນ​ຄ້າ ແລະ ປົກ​ປ້ອງ​ຜູ້​ຊົມ​ໃຊ້​ໃຫ້​​ສັງ​ຄົມ​ມີ​ຄວາມ​ຍຸດ​ຕິ​ທຳ, ສີ​ວິ​ໄລ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ປັດຈຸບັນ ວຽກງານມາດຕະຖານ ຢູ່ ສປປ ລາວ ໄດ້ມີການເຄື່ອນໄຫວຢ່າງ​ຕັ້ງ​ໜ້າພາຍໃຕ້ຄວາມຮັບຜິດຊອບຂອງ ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ໃນຊຸມປີທີ່ຜ່ານມາ ໄດ້ສ້າງ​ບັນດານິຕິກຳ​ເພື່ອ​ຄຸ້ມຄອງ, ​ພັດທະນາ ແລະ ບໍລິການວຽກງານມາດຕະຖານ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍມາດຕະຖານ, ກົດ​ໝາຍວ່າດ້ວຍການວັດແທກ, ​ລະ​ບຽບ​ການວ່າດ້ວຍການຂຶ້ນທະບຽນຜະລິດຕະພັນ ແລະ ສິນຄ້າ,​ ການນໍາໃຊ້ກາໝາຍມາດຕະຖານຜະລິດຕະພັນ ແລະ ສິນຄ້າ, ການກວດສອບຜະລິດຕະພັນ ແລະ ສິນຄ້າ, ການໃຫ້ລາງວັນຄຸນນະພາບ, ​ບັນ​ດາ​ນິ​ຕິ​ກຳລຸ່ມ​ກົດ​ໝາຍວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ,ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ, ຜະລິດຕະພັນວັດສະດຸການກໍ່ສ້າງ​ ແລະ​ ເຄື່ອງໃຊ້ໄຟຟ້າ-ເອເລັກໂຕຼນິກອີກ​ດ້ວຍ. ນອກຈາກນີ້ ກໍ່ໄດ້ສ້າງມາດຕະຖານແຫ່ງຊາດລາວໄດ້ຫຼາຍຂຶ້ນ ເພື່ອອຳນວຍຄວາມສະດວກ ໃນການນຳເຂົ້າ-ສົ່ງອອກຜະລິດຕະພັນສິນຄ້າ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ.

ມາ​ເຖິງປັດຈຸບັນນີ້ໄດ້ມີມາດຕະຖານແຫ່ງຊາດລາວທີ່ປະກາດໃຊ້ຢ່າງເປັນທາງການແລ້ວ 442 ມາດຕະຖານ, ໄດ້ຮັບກາໝາຍມາດຕະຖານແຫ່ງຊາດ ຈໍານວນ 38 ຜະລິດຕະພັນ, ຂຶ້ນທະບຽນ​ການກວດກາຄຸນນະພາບຜະລິດຕະພັນ ແລະ ສິນຄ້າໄດ້ 111 ລາຍການ, ມີ 25 ບໍລິສັດໄດ້ຮັບການຢັ້ງຢືນລະບົບມາດຕະຖານສາກົນ

ທ່ານ ບັນດິດ ​ສຈ.ບໍ່​ວຽງຄຳ ວົງ​ດາລາ​ ລັດຖະມົນຕີ​ກະຊວງ​ ວິທະຍາສາດ​ ແລະ​ ເຕັກໂນໂລຊີ​ ໄດ້ກ່າວວ່າ: ໃນໂອກາດວັນມາດຕະຖານໂລກນີ້,​ ຂ້າພະເຈົ້າຂໍອວຍພອນໄຊມາຍັງບັນດາທ່ານຜູ້ນໍາພັກ-ລັດ ຈົ່ງມີພາລະນາໄມເຂັ້ມແຂງ,​ ຂໍອວຍພອນແກ່ປວງຊົນລາວບັນດາເຜົ່າ,​ ພະນັກງານ,​ ທະຫານ, ​ຕໍາຫຼວດ, ນັກປະດິດສ້າງ, ​ນັກວິທະຍາສາດ,​ ນັກຮຽນຮູ້ປັນຍາຊົນ ຕະຫຼອດເຖິງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງມີສຸຂະພາບເຂັ້ມແຂງສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດ 2ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,​ ຊຸກຍູ້ສົ່ງເສີມການຄົ້ນຄ້ວາພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ເຮັດໃຫ້ວຽກງານມາດຕະຖານ ຂອງ ສປປ ລາວ ໄດ້ຮັບການພັດທະນາ ແລະ ຍົກລະດັບຂື້ນຢ່າງບໍ່ຢຸດຢັ້ງ ເພື່ອການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ປະຊາຊົນມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ,​ ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ​ຍຸດຕິທຳ ແລະ ສີວິໄລ.

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້