ຊຳເໜືອເປັນເມືອງໃຈກາງເທດສະບານຂອງແຂວງຫົວພັນ ມີ 110 ບ້ານ, 10.165 ຄົວເຮືອນ ປະກອບມີ 9 ເຜົ່າຢູ່ຮ່ວມກັນ ມີພົນລະເມືອງທັງໝົດ 62.420 ຄົນ, ຍິງ 30.654 ຄົນ. ໃນນັ້ນຍັງມີບ້ານທຸກຍາກ 68 ບ້ານ ກວມເອົາ 61,82% ຂອງຈຳນວນບ້ານທັງໝົດ ແລະ ມີຄົວເຮືອນທຸກຍາກທັງໝົດ 2.404 ຄົວເຮືອນ, ກວມເອົາ 23,65% ຂອງຄົວເຮືອນທັງໝົດໃນທົ່ວເມືອງ.
ທ່ານ ອານົງລັກ ແສງສຸລິຍາ ຮອງເລຂາພັກເມືອງຮອງເຈົ້າເມືອງຊຳເໜືອໃຫ້ຮູ້ກ່ຽວກັບການແກ້ໄຂຄວາມທຸກຍາກ ຕິດພັນກັບຂະບວນການຊຸກຍູ້ການຜະລິດເປັນສິນຄ້າໃນໄລຍະຜ່ານມາວ່າ: ໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມໃນໄລຍະ 5 ປີຄັ້ງທີ VIII ( 2015 – 2019 ) ແລະ ຖືເອົາ 4 ເນື້ອໃນ 4 ຄາດຫມາຍທີ່ກົມການເມືອງສູນກາງພັກວາງອອກ ຫັນມາເປັນແຜນການ ເຄື່ອນໄຫວລະອຽດຕາມເປົ້າໝາຍທີ່ວາງໄວ້, ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນເປັນຜູ້ຊີ້ນຳ ແລະ ຈັດຕັ້ງປະຕິບັດ
ໂດຍຖືເອົາການພັດທະນາຊົນນະບົດສ້າງບຸກຄົນ, ຄອບຄົວ ແລະ ບ້ານພັດທະນາແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໂດຍສຸ່ມໃສ່ນຳພາ – ຊີ້ນຳການຈັດຕັ້ງຕາມແນວທາງ ແລະ ຄາດໝາຍທີ່ກອງປະຊຸມໃຫຍ່ຂອງຕົນວາງອອກ ເປັນຕົ້ນແມ່ນການຂະຫຍາຍເສັ້ນທາງເຂົ້າສູ່ບັນດາບ້ານ, ທາງເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ, ເສັ້ນທາງເຂົ້າຫາເຂດທໍາການຜະລິດຂອງປະ ຊາຊົນ ເພື່ອເຮັດໃຫ້ປະຊາຊົນເຂົ້າເຖິງເຂດທໍາການຜະລິດ ແລະ ຂົນສົ່ງສິນຄ້າໄດ້ສະດວກ;
ປຸກລະດົມທຶນປ່ອຍເງິນສິນເຊື່ອຈາກພາກສ່ວນຕ່າງໆ ( ກອງທຶນພັດທະນາຂັ້ນບ້ານ, ບັນດາທະນາຄານ ) ໃຫ້ປະຊາຊົນເພື່ອເປັນການກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ປະຊາຊົນກູ້ຢືມເພື່ອລົງທຶນເຂົ້າໃນການຜະລິດ ແລະ ການບໍລິການອື່ນໆເຊັ່ນ: ລ້ຽງສັດໃຫຍ່, ປູກພືດເປັນສິນຄ້າ, ປູກໄມ້ອຸດສາຫະກໍາ, ໄມ້ໃຫ້ຫມາກ, ຫັດຖະກໍາຕ່ໍາຫູກ – ທໍ່ໄຫມ ແລະ ອື່ນໆຈົນສາມາດສ້າງໄດ້ໜໍ່ແໜງ ຄອບຄົວຕົວແບບດ້ານຕ່າງໆ.
ປັດຈຸບັນທົ່ວເມືອງມີກຸ່ມການຜະລິດທາງດ້ານກະສິກຳ – ຫັດຖະກໍາ ແລະ ຕໍ່າຫູກທໍ ໄໝທັງໝົດ 25 ກຸ່ມ, ໃນນັ້ນສາມາດສ້າງມູນຄ່າຈາກຫັດຖະກໍາຕ່ໍາຫູກໄດ້ 103,04 ຕື້ກີບ, ສະເລ່ຍແຕ່ລະປີ 20,60 ຕື້ກີບ; ກຸ່ມທີ່ເດັ່ນກ່ວາຫມູ່ແມ່ນກຸ່ມການຕ່ໍາຫູກບ້ານສະເຫຼີຍ, ບ້ານເມືອງແວ່ນ; ກຸ່ມປູກພືດປອດສານຜິດບ້ານນາສະກາງ, ບ້ານນາຈອງ ແລະ ກຸ່ມປູກຜັກກະລໍາປີບ້ານກາງ.
ໃນການຜະລິດດ້ານກະສິກໍາໂດຍພື້ນຖານແມ່ນປະຕິບັດຕາມ 8 ແຜນວຽກຂອງກະສິກໍາ, ຈັດສັນພື້ນທີ່ດິນກະສິກໍາໃຫ້ ປະຊາຊົນເປັນຜູ້ຄຸ້ມຄອງນໍາໃຊ້, ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ວິຊາການຮັບຜິດຊອບ, ກໍານົດເປັນເຂດທໍາການຜະລິດ ໂດຍແບ່ງເປັນເຂດທົ່ວໄປ ແລະ ເຂດຈຸດສຸມ;
ສ້າງເປັນຈຸດທົດລອງ ແລະ ແນະນໍາສາທິດຕົວຈິງ; ຊຸກຍູ້ສົ່ງເສີມສີໄມລາຍມືອັນປານີດ ແລະ ເປັນເອກະລັກຂອງແມ່ຍິງຊາວເມືອງຊຳເໜືອໃນການຕຳຫູກ – ທໍໄໝຢ່າງເປັນຂະບວນກວ້າງຂວາງ, ນອກຈາກນີ້ຍັງໄດ້ສົ່ງເສີມທາງດ້ານຫັດຖະກໍາຈັກສານຄິດເປັນມູນຄ່າ 480,32 ລ້ານກີບ.
ດ້ວຍຄວາມເອົາໃຈໃສ່ຂອງຄະນະພັກເມືອງ, ອຳນາດການປົກຄອງບ້ານ ແລະ ປະຊາຊົນທີ່ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການພັດທະນາເສດຖະກິດ – ສັງຄົມ ກໍ່ຄືການແກ້ໄຂຄວາມທຸກຍາກທົ່ວເມືອງ ໃນ 5 ປີຜ່ານມາຈິງສາມາດລຶບລ້າງຄວາມທຸກຍາກຂອງປະຊາຊົນບັນ ດາເຜົ່າທົ່ວເມືອງໄດ້ທັງໝົດ 22 ບ້ານ, ມີ 1.346 ຂອງຄົວເຮືອນທັງຫມົດ( ປະເມີນຕາມດຳລັດເລກທີ 348/ລບ ).
ເຖິງແມ່ນວ່າຈະມີຜົນສຳເລັດຫຼາຍດ້ານກໍ່ຕາມ ແຕ່ກໍ່ຍັງມີຂໍ້ຫຍຸ້ງຍາກທີ່ທຸກພາກສ່ວນຈະຕ້ອງໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນ: ການຜະລິດຂອງປະຊາຊົນເຖິງວ່າເຮັດໄດ້ແຕ່ສ່ວນໃຫ່ຍແມ່ນຍັງອາໄສທໍາມະຊາດ, ຂາດເຕັກໂນໂລຊີ – ວິທະຍາສາດທີ່ທັນສະໄຫມ ແລະ ສະມັດຕະພາບການຜະລິດຕ່ໍາ, ຕະຫຼາດຮອງຮັບບໍ່ແນ່ນອນ; ການຂະຫຍາຍຖານການຜະລິດບໍ່ທັນກວ້າງຂວາງເທົ່າທີ່ຄວນ ແລະ ຍັງບໍ່ທັນມີການຫັນເປັນການຜະລິດແບບອຸດສາຫະກໍາ; ພື້ນທີ່ທໍາການຜະລິດຂອງປະຊາຊົນຍັງມີຫນ້ອຍບໍ່ທັນພຽງພໍ, ບໍ່ທັນເຫມາະສົມ, ມີການລະບາດຂອງສັດຕູພືດທໍາລາຍ ແລະ ບາງປີຍັງມີໄພທໍາມະຊາດ.
ທ່ານກ່າວຕື່ມວ່າ:
ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີຄັ້ງທີ 9 ( 2020 – 2024) ຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງອົງຄະນະພັກເມືອງວາງອອກໃຫ້ບັນລຸຕາມຄາດໝາຍ ເມືອງຊຳເໜືອຈິ່ງໄດ້ວາງ 6 ແຜນງານ 61 ໂຄງການໂດຍຈະສຸ່ມໃສ່ການພັດທະນາເສດຖະກິດ – ສັງຄົມເປັນໃຈກາງຕິດພັນກັບການຊຸກຍູ້ປະຊາຊົນປູກພືດເປັນສິ້ນຄ້າໃຫ້ກວ້າງຂວາງ ແນ່ໃສ່ເຮັດໃຫ້ອັດຕາຄົວເຮືອນທຸກຍາກໃຫ້ຍັງເຫຼືອ 14,92% ຂອງຈໍານວນຄົວເຮືອນທັງຫມົດ;
ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານສາມສ້າງຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຂວງເປັນຫົວຫນ່ວຍຍຸດທະສາດ, ສ້າງເມືອງເປັນຫົວຫນ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວຫນ່ວຍພັດທະນາໃຫ້ມີຜົນສໍາເລັດສູງ. ພັດທະນາດ້ານສີມືແຮງງານ, ການສ້າງງານ, ສ້າງອາຊີບທີ່ຫມັ້ນຄົງ, ສຸມໃສ່ສ້າງປະຖົມປັດໃຈ, ປຸກລະດົມຂົນຂວາຍ ແລະ ຈັດຫາທຶນຮອນຈາກພາກລັດ, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນຕ່າງໆ, ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ສິນເຊື່ອຈາກທະນາຄານ ແລະ ອື່ນໆ
ເພື່ອມາດໍາເນີນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການທີ່ໄດ້ກໍານົດໄວ້ໃຫ້ສໍາເລັດຜົນ; ເລັ່ງໃສ່ຍົກສູງສະມັດຕະພາບການຜະລິດໃຫ້ສູງຂື້ນ ແລະ ເອົາໃຈໃສ່ຈັດສັນພື້ນທີ່ທໍາການຜະລິດໃຫ້ແກ່ປະຊາຊົນ ເປັນຜູ້ຄຸ້ມຄອງນໍາໃຊ້, ສຸມໃສ່ນໍາພາປະຊາຊົນສ້າງພື້ນຖານການຜະລິດ ໂດຍຫັນປ່ຽນເອົາການຜະລິດ ຈາກພາກກະສິກໍາຊົນນະບົດມາເປັນການຜະລິດເປັນສິນຄ້າ ຕາມທິດຫັນເປັນອຸດສະຫະກໍາທັນສະໄຫມຕາມກົນໄກຕະຫຼາດ. ທັງໝົດນີ້ແມ່ນແນ່ໃສ່ລຶບລ້າງຄວາມທຸກຍາກແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນທົ່ວເມືອງຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ.
ແຫຼ່ງຂໍ້ມູນ: ພາບ – ບົດໂດຍ: ງຸດ ວິໄລຄຳ