Monday, March 16, 2026
Kbank Laos โอน รับ จ่าย

ກົມອຸດສາຫະກໍາ ແລະ ຫັດຖະກໍາລາຍງານວ່າ: ປີ 2016 ທົ່ວປະເທດມີ 13,148 ໂຮງງານ (ທຸກຂະໜາດ)

ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ດໍາເນີນການເກັບກໍາສະຖິຕິໂຮງງານສໍາເລັດໃນທ້າຍປີ 2015. ໃນ 18 ແຂວງທົ່ວປະເທດ ມີຈໍານວນ 13,148 ໂຮງງານ (ລວມທັງໂຮງງານຂະໜາດໃຫຍ່, ກາງ, ນ້ອຍ ແລະ ຄອບຄົວ).

ການເກັບກໍາຂໍ້ມູນສະຖິຕິແມ່ນເນັ້ນໃສ່ຈໍານວນໂຮງງານທີ່ມີການເຄື່ອນໄຫວ, ການຜະລິດ, ວິເຄາະ ແລະ ນໍາສະເໜີ ສະຖິຕິຂອງສີນຄ້າ ແລະ ການບໍລິການຕ່າງໆ, ສະຖິຕິໃນການຜະລິດ ແລະ ຕົວເລກການຈ້າງງານ, ສະຖິຕິການລົງທືນ ແລະ ການບໍລິຫານດ້ານຊັບສີນຄົງທີ່, ນໍາໃຊ້ວັດຖຸດິບ, ໄຟຟ້າ ແລະ ອື່ນໆ.

ຮູບການການລົງທຶນສ້າງໂຮງງານໃນ ສປປ ລາວ ປະກອບມີ:​ ຕ່າງປະເທດລົງທຶນ 100%, ຮ່ວມທືນ ແລະ ພາຍໃນ ເຊິ່ງມີທັງໂຮງງານຂະໜາດໃຫຍ່, ກາງ, ນ້ອຍ ແລະ ຄອບຄົວ. ໃນນັ້ນ, ຕ່າງປະເທດລົງທຶນ 100% ແມ່ນ 354 ບໍລິສັດ, ຮ່ວມທືນ 2,115 ແລະ ພາຍໃນ 10,679. ໂຮງງານຂະໜາດໃຫຍ່ແມ່ນຈະຄິດໄລ່ດ້ານຫົວໜ່ວຍອຸດສາຫະກໍາ ທີ່ນໍາໃຊ້ເຄື່ອງຈັກຫລາຍກ່ວາ 200 ແຮງມ້າ ຫລື ຈໍານວນແຮງງານຫລາຍກ່ວາ 200 ຄົນ (ກວມເອົາ 714 ໂຮງງານ ຫລື 5.43%).

ສ່ວນໂຮງງານຂະໜາດກາງແມ່ນຈະຄິດສະເລ່ຍ 51 ເຖິງ 200 ແຮງມ້າ ຫລື 51 ເຖິງ 200 ແຮງງານຄົນ (ກວມເອົາ 784 ໂຮງງານ ຫລື 5.96%). ໂຮງງານຂະໜາດນ້ອຍແມ່ນ 10 ຫາ 50 ແຮງມ້າ ຫລື 10 ຫາ 50 ແຮງງານຄົນ (ກວມເອົາ 6,707 ໂຮງງານ ຫລື 51.01%) ແລະ ໂຮງງານແບບຄອບຄົວແມ່ນຕໍ່າກ່ວາ 10 ແຮງມ້າ ຫລື ໜ້ອຍກວ່າ 10 ແຮງງານຄົນ (ກວມເອົາ 4,943 ໂຮງງານ ຫລື 37.6%).

ໃນຈໍານວນ 18 ແຂວງທົ່ວປະເທດແມ່ນມີ 6 ແຂວງຫລັກທີ່ມີໂຮງງານຈັດຕັ້ງຂື້ນຫລາຍເຊັ່ນ:

ນະຄອນຫລວງວຽງຈັນ (2,433 ໂຮງງານ), ແຂວງບໍລິຄໍາໄຊ (2,237 ໂຮງງານ), ແຂວງຄໍາມ່ວນ (1,737 ໂຮງງານ), ແຂວງສະຫວັນນະເຂດ (1,682 ໂຮງງານ), ແຂວງວຽງຈັນ (1,119 ໂຮງງານ) ແລະ ແຂວງຈໍາປາສັກ (1,031 ໂຮງງານ).

ປະເພດຂອງອຸດສາຫະກໍາການຜະລິດ ແລະ ບໍລິການ ແມ່ນໄດ້ແບ່ງອອກເປັນ 81 ປະເພດອຸດສາຫະກໍາ ໃນນັ້ນປະເພດການຜະລິດທີ່ເກີດຂື້ນຫລາຍສຸດແມ່ນ ການສີເຂົ້າ/ສາລີ ແລະ ການຜະລິດແປ້ງດັ່ງກ່າວແມ່ນມີ 5,757 ໂຮງງານ, ຮອງມາແມ່ນຜະລິດຕະພັນສໍາເລັດຮູບຈາກຄອນກີດ ຈໍານວນ 826 ໂຮງງານ ແລະ ການຜະລິດເຄື່ອງເຟີນິເຈິມີ 784 ໂຮງງານ.

ມູນຄ່າການຜະລິດທັງໝົດແມ່ນ 25,798,088,435 ກີບ, ມູນຄ່າຂາຍຜະລິດຕະພັນ ຈໍານວນ 25,124,309,158 ກີບ ເຊິ່ງວ່າໂຮງງານຂະໜາດໃຫຍ່ກວມເອົາມູນຄ່າທັງໝົດ ແລະ ມູນຄ່າຂາຍຫລາຍທີ່ສຸດກໍ່ຄື 14,837,077,182 ກີບ ແລະ ຂາຍໄດ້ 14,593,765,801 ກີບ.

ການວ່າແຈ້ງແຮງງານທັງໝົດມີ 145,400 ຄົນ (91,495 ຊາຍ) ຮ່ວມມີແຮງງານທີ່ບໍ່ມີເງິນເດືອນ ໂດຍມູນຄ່າການຈ້າງງານແມ່ນ 1,933,375,504 ກີບ (ຂອງຈໍານວນແຮງງານ 118,585 ຄົນ) ແລະ ສະຫວັດດີການຜົນຕອບແທນຕ່າງໆແມ່ນ 42,441,183 ກີບ. ສໍາລັບການບໍລິຫານດ້ານຊັບສີນຄົງທີ່ແມ່ນທັງໝົດມີ 36,277,521,290 ກີບ (ທີ່ດີນມີມູນຄ່າ 7,165,643,737 ກີບ ແລະ ອາຄານຫ້ອງການ 9,781,632,342 ກີບ).

ເພີ້ມເຕີບຕື່ມໃນການລົງທືນໃສ່ການຈັດຊື້ວັດຖຸດິບເພື່ອປ້ອນເຂົ້າໂຮງງານມີມູນຄ່າ 8,019,971,153 ກີບ, ຄ່າເຊື້ອໄຟ 903,875,919 ກີບ ແລະ ຄ່າໄຟຟ້າ 899,117,475 ກີບ.

ກົມອຸດສາຫະກໍາ ແລະ ຫັດຖະກໍາຊີ້ໃຫ້ເຫັນວ່າ: ມີຄວາມຫຍຸ້ງຍາກໃນການເກັບກໍາສະຖິຕິ ເຊິ່ງຍັງມີຫລາຍຂົງເຂດທີ່ບໍ່ສາມາດເກັບກໍາໄດ້ ເປັນສາຍເຫດໜຶ່ງທີ່ບໍ່ສາມາດຕີລາຄາລົງເລິກແຕ່ລະຂະແໜງການອຸດສາຫະກໍາຂອງ ສປປ ລາວ.

ແຕ່ອິງຕາມຂໍ້ມູນທີ່ມີ ສາມາດສະຫຼຸບໄດ້ວ່າ  ໂຮງງານຂະໜາດໃຫຍ່ທີ່ສາມາດຂັບເຄື່ອນເສດຖະກິດລາວໄດ້ນັ້ນ ມີຈໍານວນນ້ອຍທີ່ສຸດ ເຊິ່ງ 80% ແມ່ນລັກສະນະຄອບຄົວສໍາລັບຂໍ້ມູນການລົງທຶນເພື່ອຮັກສາສິ່ງແວດລ້ອມຍັງບໍ່ຊັດເຈນ (ບໍ່ສາມາດເກັບກໍາລາຍລະອຽດໄດ້) ແຕ່ການນໍາໃໍຊ້ເຊື້ອໄຟໃນການຜະລິດແມ່ນສູງ ເຊິ່ງສາມາດຄາດເດົາໄດ້ວ່າ ການປ່ອຍມົນລະພິດສູ່ອາກາດມີອັດຕາສູງ.

ເບີ່ງພາບລວມແລ້ວ ການຂະຫຍາຍຕົວຂອງໂຮງຈັກໂຮງງານໃນ ສປປ ລາວ ໃນໄລຍະຜ່ານມາມີອັດຕາສ່ວນທີ່ນ້ອຍຫຼາຍ ມີພຽງ 5% ໃນຂອບເຂດທົ່ວປະເທດ. ສາຍເຫດອັນໃດ ທີ່ ສປປ ລາວ ບໍ່ສາມາດດຶງດູດການລົງທຶນຂະໜາດໃຫຍ່ໄດ້ ເຊິ່ງທີ່ຜ່ານມາເຫັນວ່າ ລັດຖະບານ ໄດ້ເອົາໃຈໃສປັບປຸງນະໂຍບາຍຕ່າງໆ ເພື່ອດຶງດູດການລົງທຶນທີ່ມີຂະໜາດໃຫຍ່ ແລະ ມີປະສິດທິພາບ ໂດຍສະເພາະ ແມ່ນປັບປຸງບັນດານິຕິກໍາເຊັ່ນວ່າ:

ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປັບປຸງ, ກົມໝາຍການແຂ່ງຂັນ, ກົດໝາຍວິສາຫະກິດ  ແລະ  ອື່ນໆ ໃຫ້ສອດຄ່ອງກັບໂລກາພິວັດ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນ.

ເຖິງວ່າ ລັດຖະບານ ຈະມີການປັບປຸງ ແລະ ສ້າງນິຕິກໍາໃໝ່ ຫຼາຍສະບັບ ແຕ່ຈາກຕົວເລກສະຖິຕິແລ້ວ ຍັງບໍ່ເຫັນຜົນໄດ້ຮັບທີ່ກ້າວກະໂດດ ເຊິ່ງສາມາດຕີລາຄາໄດ້ວ່າ ລັດຖະບານ ຄວນໄດ້ມີການຄົ້ນຄວ້າ ແລະ ທົບທວນຄືນ ນອກຈາກການວາງນໂຍບາຍຕ່າງໆແລ້ວ ຍັງຄວນສ້າງມາດຕະການໃດ ເພື່ອເປັນການປັບປຸງສະພາບແວດລ້ອມການລົງທຶນ ເປັນທີ່ຈັບໃຈນັກລົງທຶນພາຍໃນ ແລະ ຕ່າງປະເທດ.

ແຫຼ່ງຂໍ້ມູນ: ສູນຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປັນຍາປະດິດທີ່ມີຄວາມຮັບຜິດຊອບ (Responsible AI) : ຂີດຄວາມສາມາດທີ່ຜູ້ບໍລິຫານສູງສຸດ (CEOs)ບໍ່ສາມາດລະເລີຍໄດ້ອີກຕໍ່ໄປ

ປັນຍາປະດິດ (AI) ກຳລັງກາຍເປັນຕົວຂັບເຄື່ອນຫຼັກຂອງການແຂ່ງຂັນ, ຜະລິດຕະພັນ ແລະ ຄວາມສົມດຸນຂອງອົງກອນຢ່າງໄວວາ. ສຳລັບ CEOs ແລະ ຜູ້ນຳລະດັບຂັ້ນສູງ, ສິ່ງທ້າທາຍໃນປັດຈຸບັນ ບໍ່ວ່າຈະນຳໃຊ້ AI ຫຼື ບໍ່, ແຕ່ແມ່ນວິທີການນຳໃຊ້ແບບໃດໃຫ້ມີຄວາມປອດໄພ, ມີຄວາມຮັບຜິດຊອບ ແລະ ມີຄວາມໝັ້ນໃຈ. ນີ້ຄື ຫຼັກສູດ Responsible AI ທີ່ພັດທະນາໂດຍ ສຳນັກງານຄະນະກຳມະການດິຈິຕອລເພື່ອເສດຖະກິດ...

ຂໍ້ສັງເກດ! ລູກເຈົ້າເວົ້າຊ້າຜິດປົກກະຕິ ຫຼື ບໍ່?

ນີ້ອາດເປັນຄຳຖາມຈາກພໍ່ແມ່ຫຼາຍທ່ານ ທີ່ກັງວົນກ່ຽວກັບບັນຫາ “ລູກນານເວົ້າ ຫຼື ເວົ້າຊ້າ” ແຕ່ບໍ່ຮູ້ວ່າຊ້າສ່ຳໃດຈຶ່ງເອີ້ນວ່າຜິດປົກກະຕິ ເຊິ່ງຕໍ່ໄປນີ້ ແມ່ນການປະເມີນງ່າຍໆ ເພື່ອໃຫ້ທ່ານໄດ້ລອງກວດເບິ່ງວ່າ ຖ້າລູກຂອງທ່ານອາຍຸ 4 ປີ ແລ້ວ ແຕ່ຍັງ:

“ບິນກັບ Vietjet, ລຸ້ນຮັບໂຊກຄຳ” ແລະ ສ່ວນຫຼຸດຄ່າປີ້ຍົນສູງສຸດເຖິງ 83% ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ.

(ນະຄອນຫຼວງວຽງຈັນ, ວັນທີ 2 ມີນາ 2026) – Vietjet ເຊີນຊວນນັກທ່ອງທ່ຽວສາກົນຈາກປະເທດລາວ ມາສຳຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.