ຂໍຂອບໃຈນຳຜູ້ສະໜັບສະໜູນ

ຕ້າ ພິມມະສອນ ສິງສະຫວັນ ໜຸ່ມຈາກແດນໃຕ້ ນະຄອນປາກເຊ ແຂວງຈຳປາສັກ ທີ່ມີຕຳແໜ່ງຮອງອັນດັບ 1 Mr. The Barber Lao 2019 ແລະ Mr. Working Men International Laos 2019  ທີ່ຈະເປັນໂຕແທນຂອງປະເທດລາວເຂົ້າຮ່ວມການແຂ່ງຂັນໃນເວທີສາກົນ Mr. Working Men International 2019 ໃນລະຫວ່າງວັນທີ 15-21.10.2019 ທີ່ ກຸງເທບ ປະເທດໄທ ເຊິ່ງມີຜູ້ເຂົ້າຮ່ວມການແຂ່ງຂັນຫຼາຍກວ່າ 25 ປະເທດ.

ສໍາລັບຊຸດປະຈໍາຊາດ ແມ່ນໄດ້ຊຸດເຈົ້າບ່າວ ທີ່ມີເອກະລັກ ແລະ ບົ່ງບອກຄວາມເປັນຊາດລາວ ເພື່ອສື່ໃຫ້ເຫັນວັດທະນະທຳ ຮີດຄອງປະເພນີ ແລະ ສີໄມ້ລາຍມືອັນດີງາມຂອງຄົນລາວໂດຍນຳສະເໜີຜ່ານຊຸດຜ້າໄໝລາວຕໍ່າຍົກດອກແບບລະອຽດ ແລະ ປານີດດ້ວຍສີມືຂອງຄົນລາວ ພ້ອມທັງປະດັບດ້ວຍການປັກດິ້ງດ້ວຍໄໝຄຳລາວທີ່ມີລວດລາຍ ແລະ ເອກະລັກຂອງນະຄອນຫລວງພະບາງ.
ໃນປະຈຸບັນຊຸດດັ່ງກ່າວຍັງຄົງຮັກສາ ແລະ ສວມໃສ່ໃນງານປະເພນີຕ່າງໆຂອງລາວໂດຍສະເພາະແມ່ນງານແຕ່ງດອງຂອງຄົນລາວເຊິ່ງຜູ້ຊາຍລາວ ຫຼື ເຈົ້າບ່າວຕ້ອງໄດ້ສວມໃສ່ໃນງານພິທີການປະເພນີຂອງການແຕ່ງງານ ຫຼື ງານດອງ.

ໃນຮອບຄວາມພອນສະຫວັນ ໜຸ່ມຕ້າໄດ້ນໍາເອົາເຄື່ອງດົນຕີທີ່ມີຊື່ວ່າ: ຄາລິເນັດ “Clarinet” ທີ່ຕົນເອງມັກຮັກໄປເປົ່າໂຊເພື່ອມັດໃຈບັນດາກຳມະການ ເຄື່ອງດົນຕີຊະນິດນີ້ແມ່ນໄດ້ຮັບຄວາມນິຍົມຫລາຍໃນບັນດາປະເທດຕາເວັນຕົກ ແລະ ເປັນໜຶ່ງໃນເຄື່ອງດົນດີທີ່ປະກອບເຂົ້າໃນວົງອໍເຄສຕ້າ “Orchestra”

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນ ແລະ ຮູບພາບ: Mr. Working Men International Laos

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້