
ງານວາງສະແດງ ແລະ ຈັດຈຳໜ່າຍສິນຄ້າກະສິກຳ ທີ່ ເດີນຈອດລົດດ້ານຫນ້າສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ) ເພື່ອສະເຫຼີມສະຫຼອງ “ວັນອາຫານໂລກ, ວັນສາກົນ, ແລະ ວັນສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ” ໂດຍ ກະຊວງກະສິກໍາ ແລະ ປ່າໄມ້


ພາຍໃນງານຈະມີ ການວາງສະແດງ ແລະ ຈັດຈຳໜ່າຍສິນຄ້າກະສິກຳ, ຜະລິດຕະພັນກະສິກຳ, ການສາທິດການປູກຝັງ ແລະ ລ້ຽງສັດ, ເຄື່ອງມືການກວດສອບພືດຜັກ ແລະ ການແນະນຳຂັ້ນຕອນການຂໍໃບຢັ້ງຢືນກະສິກຳອິນຊີ, ເຄື່ອງມືສັດຕະວະແພດ ແລະ ການແນະນຳຂັ້ນຕອນການຈົດທະບຽນຟາມລ້ຽງສັດ, ເຄື່ອງມືວິໄຈດິນ-ເອກສານແນະນຳຂັ້ນຕອນການກວດດິນ ແລະ ແນວພັນພືດ-ແນວພັນສັດ.

ທ່ານ ຫົງ ສິດທິວົງ ວິຊາການ ຜະລິດເຊື້ອ ແລະ ປູກເຫັດ ໄດ້ບອກເຄັດລັບການປູກເຫັດເຟືອງວ່າ: ສໍາລັບຍາມໜາວແມ່ນຈະສະດວກໃນການປູກເຫັດເຟືອງເປັນພິເສດ ເພາະອາກາດຈະຊຸມເຢັນ ເຮົາບໍ່ຈໍາເປັນຕ້ອງມີເຮືອນເຫັດກໍສາມາດປູກໄດ້ ແຕ່ຖ້າເປັນຍາມຮ້ອນ ເຮົາຄວນມີເຮືອນເຫັດ ເພາະແສງແດດຈະເຮັດໃຫ້ດອກເຫັດເປື່ອຍໄດ້ ແລະ ວິທີການປູກກໍງ່າຍໆ ພຽງແຕ່ມີຫົວເຊື້ອເຫັດເຟືອງ ກໍສາມາດປູກເອງໄດ້ແລ້ວ. ຖ້າໃຜສົນໃຈຢາກຮຽນຮູ້ວິທີການ ແລະ ຂັ້ນຕອນຕ່າງໆ ແມ່ນສາມາດມາຮ່ວມງານນີ້ໄດ້ ເຊິ່ງເພີ່ນຈະຈັດຮອດວັນທີ 19/10/2019 ນີ້ເທົ່ານັ້ນ.


ນອກຈາກນີ້ ຍັງມີຜະລິດຕະພັນຂອງຄົນລາວຫຼາກຫຼາຍຊະນິດ ເປັນຕົ້ນແມ່ນ: ຜັກໄຮໂດໂຟນິກ, ຫັດຖະກໍາຈັກສານ, ໝາກເມລອນຈາກ ປາຫວານຟາມ, ຜັກກະຫຼໍ່າ ຈາກປາກຊ່ອງ, ອາຫານຫຼາກຫຼາຍຊະນິດ ຈາກ ກຸ່ມອາຫານບ້ານນາ, ຊາປ່າຈາກ ສະຫະກອນປຸງແຕ່ງຊາປ່າພູເຂົາ ເມືອງເມິງ ແລະ ອື່ນໆ




ທ່ານ ນາງ ວັນສີ ແສນຍະວົງ ປະທານສະຫະກອນປຸງແຕ່ງຊາປ່າພູເຂົາ ເມືອງເມິງ ໄດ້ກ່າວວ່າ: ຊາທີ່ພວກເຮົາເອົາມາຈໍາໜ່າຍ ເປັນຊາປ່າ ທີ່ເກັບໂດຍຊາວບ້ານທີ່ອາໄສຢູ່ໃນບໍລິເວນນັ້ນ ໂດຍສະເພາະກໍແມ່ນຊົນເຜົ່າອາຄາ ແລະ ຊົນເຜົ່າມູເຊີ. ແຕ່ກ່ອນແມ່ນເຂົາເຈົ້າໄດ້ຖາງປ່າເຮັດໄຮ່ແບບເລື່ອນລອຍ ທາງເຮົາເລີຍໄດ້ລະດົມໃຫ້ປະຊາຊົນຢຸດຖາງປ່າເຮັດໄຮ່ ແລ້ວມາໂຮມຕົວກັນເປັນສະຫະກອນຜະລິດຊາປ່າ ທີ່ມີຢູ່ໃນປ່າຢູ່ແລ້ວ ເພື່ອເປັນການຮັກສາຈໍານວນປ່າ ແລະ ຮັກສາສິ່ງແວດລ້ອມ ພ້ອມນີ້ທັງເພື່ອເປັນການສ້າງລາຍຮັບແບບຍືນຍົງໃຫ້ປະຊາຊົນໃນທ້ອງຖີ່ນ. ປະຈຸບັນຊາຂອງສະຫະກອນພວກເຮົາມີຫຼາຍຊະນິດເປັນຕົ້ນແມ່ນ: ຊາດໍາ ຊາແດງ ຊາຂຽວ ຊານໍ້າເງິນ ຊາທອງຄໍາ



ທ່ານໃດທີ່ກຳລັງສົນໃຈດ້ານການກະສິກຳ ມາງານນີ້ ທ່ານຈະໄດ້ຄວາມຮູ້ ແລະ ອາຊີບກັບໄປຢ່າງແນ່ນອນ ຮີບມາເດີ້ ເພາະງານມີຈົນຮອດວັນທີ 19/10/2019 ນີ້ເທົ່ານັ້ນ.
Hits: 11