ຂໍຂອບໃຈນຳຜູ້ສະໜັບສະໜູນ

ໝາກບວບເປັນພືດສວນຄົວຊະນິດໜຶ່ງທີ່ຄົນລາວນິຍົມປູກໄວ້ຕາມເດີນບ້ານ ເພາະເປັນພືດລົ້ມລຸກ ສາມາດປູກໄດ້ງ່າຍໆ ແລະ ປູກໄດ້ເກືອບທຸກສະພາບດິນ ຄົນລາວມັກຈະເອົາໝາກບວບມາປຸງແຕ່ງອາຫານຫຼາຍໆເມນູ ເປັນຕົ້ນແມ່ນ: ຂົ້ວໝາກບວບ, ໃສ່ແກງເຫັດ, ລວກກິນກັບແຈ່ວ ແລະ ອຶ່ນໆ

ສັບພະຄຸນທາງຢາຂອງໝາກບວບຫອມ

  • ຊ່ວຍຂັບປັດສະວະ ແລະ ຂັບນໍ້ານົມ
  • ຊ່ວຍລະບາຍການຂັບຖ່າຍ
  • ໝາກແກ່ ນໍາມາເຜົາໃຫ້ເປັນເຖົ່າ ໃຊ້ເປັນຢາຂັບພະຍາດ ຂັບລົມ
  • ນໍ້າມັນຈາກໝາກແກ່ນ ແລະ ເມັດແກ່ໃຊ້ເປັນຢາຂ້າເຫົາ

ຄຸນຄ່າທາງໂພສະນາການຂອງໝາກບວບຫອມ ຕໍ່ 100​ ກຣາມ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ພະລັງງານ 16 ກິໂລແຄລໍຣີ
  • ໂປຣຕິນ 0,7 ກຣາມ
  • ໄຂມັນ 0,1 ກຣາມ
  • ຄາໂບໄຣເດດ 3.0 ກຣາມ
  • ເສັ້ນໄຍອາຫານ 0.2 ກຣາມ
  • ນໍ້າ 95.9 ກຣາມ
  • ວິຕາມິນບີໜຶ່ງ 0.37 ມິລີກຣາມ
  • ວິຕາມິນບີສອງ 0.05 ມິລີກຣາມ
  • ວິຕາມິນບີສາມ 0.2 ມິລີກຣາມ
  • ວິຕາມິນຊີ 15 ມິລີກຣາມ
  • ແຄລຊຽມ  3 ມິລີກຣາມ

ຂໍ້ມູນ: ກົມສົ່ງເສີມກະສິກໍາ ແລະ ສະຫະກອນ( ຄູ່ມຶແນະນໍາ ການປູກພືດຜັກສວນຄົວ)

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້