
ສະຄ່ານ ເປັນເຄືອທີ່ແຂງ ມັກເກີດເກາະຕົ້ນໄມ້ອື່ນ. ສ່ວນຫຼາຍແມ່ນພົບເຫັນຢູ່ທາງພາກເໜືອຂອງລາວ ສ່ວນຫຼາຍແມ່ນນິຍົມເອົາມາປຸງແຕ່ງອາຫານ ໂດຍສະເພາະແມ່ນຄົນຫຼວງພະບາງ ທີ່ນິຍົມເອົາມາໃສ່ເອາະຫຼາມ ອາຫານທີ່ເປັນເອກະລັກສະເພາະຂອງແຂວງຫຼວງພະບາງ


ທ່ານ ນາງ ຈັນເພັງ ມະໄລທອງ ຈາກກຸ່ມອາຫານບ້ານນາ ທີ່ໄດ້ມາເປີດບູ໊ດອາຫານທີ່ ງານວາງສະແດງ ແລະ ຈັດຈຳໜ່າຍສິນຄ້າກະສິກຳ ໄດ້ບອກກັບທີມງານເຮົາວ່າ: ສະຄ່ານເປັນເຄື່ອງເທດສະນິດໜຶ່ງ ທີ່ມີຣົດເຜັດອ່ອນໆ ເຮັດໃຫ້ອາຫານມີຄວາມເຜັດອ່ອນໆ ແລະ ມີກິ່ນຫອມຂອງສະຄ່ານ. ຄົນຫຼວງພະບາງຈະນິຍົມ ຜ່າເປັນປ່ຽງນ້ອຍໆແລ້ວໃສ່ແກງຕ່າງ ເປັນຕົ້ນແມ່ນ ແກງຜັກ ເອາະຫຼາມ ແລະ ອື່ນໆ

Hits: 4