Thursday, November 13, 2025
Kbank Laos โอน รับ จ่าย

ແອັບວີແຊັດ ແລະ ອາລີເພຊ່ວຍຮ້ານຄ້າລາວມີລາຍຮັບຈາກຊາວຈີນ

ທະນາຄານການຄ້າຕ່າງ ປະເທດລາວມະຫາຊົນ (ທຄຕລ) ຮ່ວມກັບ Swift Pass ໄດ້ເປີດ ໂຕການບໍລິການຮັບຊໍາລະ WeChat Pay ແລະ AliPay ທີ່ ນະຄອນຫຼວງວຽງຈັນ ໂດຍ ການເປັນເຈົ້າພາບຮ່ວມຂອງ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ແລະ ທ່ານ Jacky Chiang ຜູ້ອຳນວຍການດ້ານການພັດທະນາ ຍຸດ ທະສາດ Swift Pass.

ການເປີດການບໍລິການຮັບຊໍາ ລະແອັບດັ່ງກ່າວນີ້ ເປັນການ ເອື້ອໂອກາດໃຫ້ຮ້ານຄ້າລາວ ຮັບລູກຄ້າຄົນຈີນເພີ່ມ ຂຶ້ນ ແລະ ເປັນຄັ້ງທຳອິດໃນລາວທີ່ຮ້ານຄ້າສາມາດຮັບການຊຳລະດ້ວຍ WeChat Pay ເຊິ່ງເປັນການຮັບຊຳ ລະດ້ວຍ QR Code ທີ່ ລວມເອົາທັງ WeChat Pay ແລະ AliPay ໄວ້ໃນ QR Code ດຽວກັນ ແລະ ເປັນຄັ້ງທຳອິດ ທີ່ຮ້ານຄ້າ E-Commerce ຈະມີ QR Code ໄວ້ຮອງຮັບ ການຊຳລະສະສາງດ້ວຍ Wechat pay ແລະ AliPay ອີກດ້ວຍ.

ທຄຕລ ມີການພັດທະນາ ແລະ ຂະຫຍາຍຕົວໃນຫຼາຍໆຜະລິດ ຕະພັນ ໂດຍມີການບໍລິການຊໍາລະສະສາງຄ່າສິນຄ້າຜ່ານ QR Code ກັບສາກົນ, ຮັບຊຳລະສະສາງດ້ວຍ QR Code ໂດຍ ການຮ່ວມມືລະຫວ່າງ ທຄຕລ ກັບ Swift Pass ແລະ NTT DATA ໄດ້ຊ່ວຍເປີດຊ່ອງທາງການຊຳລະສະສາງໃຫ້ຫຼາຍຂຶ້ນ ເຮັດໃຫ້ສະມາ ຊິກຮ້ານຄ້າຂອງ ທຄຕລ ສາມາດຮັບຊຳລະ ສະສາງດ້ວຍ WeChat Pay ແລະ AliPay ໂດຍລູກຄ້າທີ່ ເປັນນັກທ່ອງທ່ຽວຈີນ ແລະ ຜູ້ໃຊ້ແອັບດັ່ງກ່າວນີ້ ສາມາດຊໍາ ລະຄ່າສິນຄ້າ ແລະ ຄ່າບໍລິການ ທີ່ ສປປ ລາວ ຢ່າງສະດວກ ປອດໄພ ແລະ ຍັງເພີ່ມຍອດຂາຍໃຫ້ແກ່ຮ້ານຄ້າໃນລາວ.

ເຊິ່ງ ທຄຕລ ມີຖານຮ້ານຄ້າສະມາຊິກ ຮັບຊຳລະສະສາງດ້ວຍ QR Code Function OnePay ແອັບ BCEL One ຫຼາຍກວ່າ 10.000 ຮ້ານຄ້າທີ່ຮອງຮັບ ການບໍລິການຮັບຊຳລະສະສາງ ດ້ວຍ WeChat Pay ແລະ AliPay ແລະ ຍັງສືບຕໍ່ຂະ ຫຍາຍການຮ່ວມມືກັບຄູ່ຮ່ວມ ທຸລະກິດ ແລະ ຮ້ານຄ້າສະມາຊິກ ເພື່ອຂະຫຍາຍຕາໜ່າງການ ຮອງຮັບ WeChat Pay ແລະ AliPay ໃຫ້ກວ້າງຂວາງໃນຂົງ ເຂດທົ່ວປະເທດ.

ປັດຈຸບັນ, ແອັບ WeChat Pay ແລະ AliPay ມີຜູ້ຊົມ ໃຊ້ຫຼາຍກວ່າ 900 ລ້ານຢູເຊີ້, ເປັນແອັບລະບົບການຊຳລະສະສາງຍອດນິຍົມ ເຊິ່ງຄົນຈີນນຳ ໃຊ້ຫຼາຍທີ່ສຸດໃນຊີວິດປະຈຳວັນ. ໃນຂະນະນີ້, ມີຊາວຈີນທີ່ເດີນ ທາງມາລາວ ກໍໄດ້ໃຊ້ແອັບນີ້ ເຊັ່ນກັນ,

ສະນັ້ນ, ທຄຕລ ໄດ້ເປີດໃຫ້ບໍລິການຊຳລະສະສາງ ດ້ວຍແອັບດັ່ງກ່າວ ເພື່ອຊ່ວຍ ໃຫ້ຮ້ານຄ້າທີ່ເປັນສະມາຊິກ ຂອງ ທຄຕລ ຈິ່ງໄດ້ມີໂອກາດ ຂະຫຍາຍຄວາມສາມາດໃນ ການຮັບຊຳລະສະສາງຕາມຄວາມປະສົງຂອງລູກຄ້າຈີນ ເຊິ່ງຈະໃຫ້ຜົນປະໂຫຍດຕໍ່ຫົວໜ່ວຍທຸລະກິດຂອງລາວ ແລະ ສ້າງຄວາມສະດວກໃຫ້ແກ່ລູກ ຄ້າຄົນຈີນ ເກີດຄວາມຮູ້ສຶກ ເໝືອນໃຊ້ຈ່າຍພາຍໃນປະເທດ ຂອງໂຕເອງ ທັງເປັນການຊ່ວຍ ກະຕຸ້ນການໃຊ້ຈ່າຍຂອງຊາວ ຈີນຢູ່ລາວ ເຊິ່ງເປັນກຸ່ມນັກ ທ່ອງທ່ຽວຫຼັກໆອີກປະເທດໜຶ່ງ ຂອງ ສປປ ລາວ ເຮົາ.

ແຫຼ່ງຂໍ້ມູນ: ໂດຍ: ຣັດສະໝີ ດວງສັດຈະ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.