Thursday, March 20, 2025

ແຈ້ງການ! ປິດໜ່ວຍງານອອກວີຊ່າ ຢູ່ 9 ດ່ານສາກົນ ໃນຂອບເຂດທົ່ວປະເທດ

ແຈ້ງການ

ຮຽນ:

– ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ.

– ທ່ານ ເຈົ້າແຂວງ ແຂວງຜົ້ງສາລີ,

– ທ່ານ ເຈົ້າແຂວງ ແຂວງຫົວພັນ.

– ທ່ານ ເຈົ້າແຂວງ ແຂວງຊຽງຂວາງ,

– ທ່ານ ເຈົ້າແຂວງ ແຂວງໄຊຍະບູລີ.

– ທ່ານ ເຈົ້າແຂວງ ແຂວງຄໍາມ່ວນ.

– ທ່ານ ເຈົ້າແຂວງ ແຂວງສະຫວັນນະເຂດ.

– ທ່ານ ເຈົ້າແຂວງ ແຂວງອັດຕະປື,

ເລື່ອງ: ການສະເຫນີຂໍປິດການບໍລິການອອກວີຊາກັບດ່ານສາກົນຢູ່ບາງດ່ານສາກົນ.

– ອີງຕາມຫນັງສືສະເຫນີ ຂອງກະຊວງການຕ່າງປະເທດ ສະບັບເລກທີ 7170/ຕປທ ລົງວັນທີ 23 ກັນຍາ 2019.

– ອີງຕາມການຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 09 ຕຸລາ 2019.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:

1) ເຫັນດີອະນຸມັດໃຫ້ປິດຫນ່ວຍງານອອກວີຊາກັບດ່ານປະຈໍາຢູ່ດ່ານສາກົນຈໍານວນ 09 ດ່ານດີ: 1 ດ່ານສາກົນປາງຫົກ (ແຂວງຜົ້ງສາລີ); 2 ດ່ານສາກົນນ້ໍາໂສຍ (ແຂວງຫົວພັນ); 3 ດ່ານສາກົນນ້ໍາກັ່ນ (ແຂວງຊຽງຂວາງ): 4 ດ່ານສາກົນນໍ້າເງິນ (ແຂວງໄຊຍະບູລີ); 5 ດ່ານສາກົນ ຂົວມິດຕະພາບນໍ້າເຫືອງ (ແຂວງໄຊຍະບູລີ); 6 ດ່ານສາກົນນ້ໍາພາວ (ແຂວງຄໍາມ່ວນ); 7 ດ່ານ ສາກົນນາເພົ້າ (ແຂວງຄໍາມ່ວນ); 8 ດ່ານສາກົນສະຫນາມບິນສະຫວັນນະເຂດ; 9 ດ່ານສາກົນພູເກືອ (ແຂວງອັດຕະປື) ຕາມການສະເຫນີ.

2) ມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງໃນການປະສານສົມທົບກັບບັນດາ ແຂວງກ່ຽວຂ້ອງຈັດຕັ້ງປະຕິບັດການປົດດ່ານຢູ່ແຕ່ລະດ່ານ ຕາມຂັ້ນຕອນທີ່ສະເຫນີມານັ້ນໃຫ້ດີ ເພື່ອບໍ່ໃຫ້ຖືກທ່າຮັບ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຜູ້ທີ່ມີຄວາມປະສົງເອົາວິຊາຢູ່ບັນດາດ່ານດັ່ງກ່າວ,

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ

ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.