ວັນທີ 18 ຕຸລາ 2019, ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ (ຖວທ ນວ) ຈັດຂະບວນອອກແຮງງານລວມອ້ອມ ຮອບພິພິທະພັນພະທດຫຼວງ ແລະ ບໍລິເວນອ້ອມຮອບເດີ່ນກົມມະລຽນພະທາດຫຼວງ.

ຈຸດປະສົງຫຼັກຂອງຂະບວນການຄັ້ງນີ້ເພື່ອສະເຫຼີມສະຫຼອງວັນເຄຫາສະຖານໂລກ ແລະຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ກະ ກຽມໃຫ້ແກ່ບຸນນະມັດສະການພະທາດຫຼວງວຽງຈັນປີ 2019 ທີ່ຈະມາເຖິງ.

ເຂົ້າຮ່ວມຂະບວນການຄັ້ງນີ້ມີ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ມີບັນດາຂະແໜງການ ກອງວິຊາ ການ ອ້ອມຂ້າງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ ແລະ ອໍານາດການປົກຄອງບ້ານທາດຫຼວງເໜືອ.
ຮູບພາບ ແລະ ຂໍ້ມູນ: ຂັນທະວິ (ວຽງຈັນໃໝ່)
Hits: 4