ຂໍຂອບໃຈນຳຜູ້ສະໜັບສະໜູນ

SCG, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ (ALC) ມີຄວາມຍິນດີມອບທຶນການສຶກສາ ໃຫ້ກັບນັກສຶກສາລະດັບປະລິນຍາຕີ ໃນຂົງເຂດນະຄອນຫຼວງວຽງຈັນ.

ສິ່ງທີ່ຈະໄດ້ຮັບ:

  • ໄດ້ຮັບທຶນການສຶກສາຕໍ່ເນື່ອງໃນລະດັບປະລິນຍາຕີ 600 ໂດລາສະຫະລັດຕໍ່ປີຈົນຈົບການສຶກສາໂດຍບໍ່ມີເງື່ອນໄຂໃນການຊົດໃຊ້ທຶນຄືນ.
  • ມີໂອກາດເຂົ້າຮ່ວມກິດຈະກໍາກັບກຸ່ມໝູ່ເພື່ອນທຶນການສຶກສາ SCG Sharing the Dream ໃນປະເທດອາຊຽນ.
  • ໄດ້ຮັບການດູແລ, ແລກປ່ຽນຄວາມຮູ້ ແລະ ໃຫ້ຄໍາປຶກສາຈາກອ້າຍເອື້ອຍ SCG.
  • ຜູ້ສະໝັກທີ່ມີຄວາມໂດດເດັ່ນທາງດ້ານກິດຈະກໍາຊ່ວຍເຫຼືອສັງຄົມ ແລະ ສິ່ງແວດລ້ອມຈະໄດ້ຮັບການພິຈາລະນາເປັນພິເສດ.

ເງື່ອນໄຂຂອງຜູ້ສະໝັກ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ມີຜົນການຮຽນຢູ່ໃນລະດັບດີ (3.00 ຂຶ້ນໄປ).
  • ມີຄວາມກະຕັນຍູຕໍ່ພໍ່ແມ່, ເປັນຄົນດີຂອງສັງຄົມ ແລະ ມີຄວາມກະຕືລືລົ້ນຕໍ່ການສຶກສາແຕ່ຂາດທຶນຮອນ.
  • ການຕັດສີນຜູ້ຮັບທຶນໂດຍຄະນະກໍາມະການຂອງ SCG.

ວິທີສະໝັກ:

  • ສາມາດເຂົ້າມາຂຽນໃບສະໝັກໄດ້ທີ່ ບໍລິສັດ ຟ້າໃຫຍ່ ມີເດຍ ຈໍາກັດ (BigBlue Agency Laos).
  • ຂຽນບົດຄວາມໃນຫົວຂໍ້: “ອາຊີບໃນອະນາຄົດຂອງຂ້ອຍຈະມີສ່ວນໃນການພັດທະນາປະເທດໄດ້ແນວໃດ” ຕັ້ງແຕ່ມື້ນີ້ ຈົນເຖິງ 8 ພະຈິກ 2019.

ຕິດຕໍ່ສອບຖາມເພີ່ມຕື່ມ ໂທ 020 5931 3431.

Hits: 9

4 COMMENTS

  1. ຂ້າພະເຈົ້າຈະນຳໄປປະກອບເຂົ້າໃນການພັດທະນາປະເທດຊາດຄື:ຈະຊອກຫາວຽກນຳການຈັດຕັ້ງທີ່ກ້ຽວຂ້້ອງກັບຄວາມຮູ້ທີ່ຮຽນໄດ້ເພື່ອພັດທະນາປະເທດຊາດ,ສ້າງເສດຖະກິດຄອບຄົວຂອງຕົນ,ຊ່ວຍເຫຼືອຍາດຕິພີ່ນ້ອງ,ຊຸກຍູ້ການຈັດຕັ້ງຂັ້ນຕ່າງໆໃຫ້ໄດ້ຮັບການພັດທະນາດີຂື້ນ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້