ຂໍຂອບໃຈນຳຜູ້ສະໜັບສະໜູນ

ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ່ 2 ໄດ້ເລີ່ມຈັດຂຶ້ນຕັ້ງແຕ່ວັນທີ 19 ຕຸລາ 2019 ແລະ ຈະມີໄປຈົນເຖິງ ວັນທີ 27 ຕຸລາ 2019 ເຊິ່ງຄັ້ງນີ້ ແມ່ນຈັດຂຶ້ນທີ່ສູນການຄ້າວຽງຈັນເຊັ້ນເຕີ້ ໂດຍການຮ່ວມມືລະຫວ່າງ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ປານຄໍາຈຳປາ

ສຳລັບຄັ້ງນີ້ ແມ່ນມີກິດຈະກໍາຫຼາກຫຼາຍຢ່າງ ເປັນຕົ້ນແມ່ນ: ການແຂ່ງຂັນຖາມຕອບອາຊຽນ, ຮ້ອງເພງ, ແຂ່ງເວົ້າພາສາລາວ, ແຂ່ງເວົ້າພາສາອັງກິດ ,ເຕັ້ນ-ຟ້ອນ, ປະກວດຮູບເງົາສັ້ນ,ຖ່າຍຮູບ ແລະ ທີ່ສຳຄັນແມ່ນການຫຼີ້ນກິດຈະກໍາ PASSPORT ເພື່ອຊີງລາງວັນ ໜ່ວຍໂລກມະຫັດສະຈັນ ມູນຄ່າຫຼາຍກວ່າ 1,500,000 ກີບ.

ພ້ອມກັນນີ້, ພາຍໃນງານຍັງມີບູ໊ດຂາຍປື້ມທັງໃນ ແລະ ຕ່າງປະເທດ ທີ່ມາພ້ອມກັບໂປຣໂມຊັ້ນ ຫຼຸດ ແລກ ແຈກ ແຖມ ແບບສຸດໆ.​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ນາງ ຈິນຕະນາ ພົມມະຈັນ ຮອງຜູ້ອໍານວຍການໂຮງຮຽນ ມ.ສ ວິທະຍາ ໄດ້ກ່າວວ່າ: ສໍາລັບງານຄັ້ງນີ້ ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ່ສອງ ເພື່ອໃຫ້ນັກຮຽນ ນັກສຶກສາ ລວມໄປເຖິງບຸກຄົນທົ່ວໄປທີ່ສົນໃຈໃນການອ່ານ ໄດ້ມາຮຽນຮູ້ ແລະ ທັງເປັນການປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່ໃຫ້ມີຄວາມມັກຮັກໃນການອ່ານຫຼາຍຂຶ້ນ.

ທ່ານ ນາງ ແສງພອນ ພະນັກງານປະຈໍາບູ໊ດ ຮ້ານປື້ມດີບຸກ ໄດ້ກ່າວວ່າ: ຖ້າທຽບໃສ່ກັບງານຄັ້ງທີ່ໜຶ່ງ ແມ່ນຄັ້ງນີ້ ມີຄວາມຟົດຟື້ນຫຼາຍ ແລະ ຍອດຈໍາໜ່າຍປື້ມກໍດີກ່ວາຄັ້ງກ່ອນ.​ ປື້ມທີ່ໄດ້ຮັບຄວາມນິຍົມຫຼາຍແມ່ນ ປື້ມແນວສ້າງແຮງບັນດານໃຈ ທີ່ຄົນຮຸ່ນໃໝ່ຈະສົນໃຈ ແລະ ຈັບຈອງຫຼາຍເປັນພິເສດ.​

ຄູບາ ພອນສະຫວັນ ວັດແກ້ວຄອນ ບ້ານວຽງສະຫວັນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ເຂົ້າຮ່ວມງານບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ່ 2 ໄດ້ກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ມີງານດີໆແບບນີ້. ສໍາລັບຄູບາແລ້ວ ປື້ມທີ່ສົນໃຈເປັນພິເສດແມ່ນປື້ມພາສາຕ່າງປະເທດ ໂດຍສະເພາະແມ່ນ ພາສາອັງກິດ ແລະ ພາສາຈີນ ເພາະເປັນພາສາທີ່ຕ້ອງໄດ້ໃຊ້ໃນສັງຄົມປະຈຸບັນ.

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້