ສະຫວັນນະເຂດຍັງມີເດັກຂາດສານອາຫານຊໍ້າເຮື້ອກວມ 28%

ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ຕາງໜ້າກົມສື່ມວນຊົນກະຊວງ ຖວທ ແລະ ຜູ້ຮັບຜິດຊອບວຽກງານໂຄສະນາຂອງອົງການຢູນິເຊບ ໄດ້ນຳພາສື່ມວນຊົນຈາກສູນກາງ ເພື່ອລົງເກັບກຳຂໍ້ມູນກ່ຽວກັບການປະຕິ ບັດໂຄງການການຮ່ວມມືເພື່ອການປັບປຸງດ້ານໂພຊະນາການ ໂດຍໄດ້ຮັບການສະຫນັບສະຫນູນຈາກສະຫະພາບເອີລົບເພື່ອເປັນການເຜີຍແຜ່ບົດລາຍງານຂອງເດັກໃນທົ່ວໂລກປີ 2019 ກ່ຽວກັບການສານອາຫານແບບຊໍ້າເຮື້ອ.

ໃນແຂວງສະຫວັນນະເຂດລະດັບຂອງໂພສະນາການຕໍ່າຍັງມີອັດຕາສູງ ເນື່ອງມາຈາກ ອັດຕາປົກຄຸມໃນການຈັດຕັ້ງປະຕິບັດໂພສະນາການ ໂດຍສະເພາະການເຂົ້າເຖິງນໍ້າສະອາດ ແລະ ສິ່ງອໍານວຍຄວາມສະດວກ ດ້ານວຽກງານສຸຂະອະນາ ຍັງບໍ່ພຽງພໍ ແລະ ການປະຕິບັດຕົວຈິງຂອງປະຊາຊົນເໝາະສົມ ອັດຕາການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວກໍຍັງຕໍ່າກວ່າເຄິ່ງຫນຶ່ງ ຂອງລະດັບຊາດ

ອີງໃສ່ບົດລາຍການການວິເຄາະແບບທັບຊ້ອນ (MODA) ເຄິ່ງຫນຶ່ງຂອງເດັກນ້ອຍທີ່ອາຍຸຕໍ່າກວ່າ 5 ປີ ແມ່ນຢູ່ໃນຄວາມສ່ຽງ ທີ່ມີໂພສະນາການບໍ່ພຽງພໍ ແລະ ມີບັນຫາສຸຂະ ພາບ ຊຶ່ງເປັນອັນຕະລາຍ ຕໍ່ການພັດທະນາທາງດ້ານການຮຽນຮູ້ ແລະ ທາງດ້ານຮ່າງກາຍ.

ອີງຕາມ ຜົນສຳຫລວດ ດັດສະນີຫມາຍສັງຄົມລາວ ໃນການສົມທຽບ ລະຫວ່າງ ຜົນສຳຫລວດ ດັດສະນີຫມາຍສັງຄົມລາວ LSIS-I ປີ 2011 ແລະ ຜົນສໍາຫລວດ ດັດສະນີຫມາຍສັງຄົມລາວ LSIS-II ປີ 2017 ໄດ້ສັງເກດເຫັນວ່າອັດຕາການຂາດສານອາຫານ ແບບຊໍ້າເຮື້ອ ລູງສູງບໍ່ໄດ້ມາດຕາຖານ (ເຕ້ຍ) ຂອງເດັກລຸ່ມ 5 ປີ ລຸດລົງ ເພື່ອບັນລຸເປົ້າຫມາຍ ການປັບປຸງວຽກໂພສະນາການຂອງແມ່ແລະເດັກ ຂັ້ນແຂວງຕ້ອງໄດ້ເພີ່ມທະວີ ອັດຕາການຄວບຄຸມ ຂອງການຈັດຕັ້ງປະຕິບັດ ເພື່ອປັບປຸງວຽກງານໂພສະນາການໂດຍສະເພາະ, ພ້ອມນີ້ ກໍ່ຕ້ອງລົງທຶນໃສ່ ໃນການປັບປຸງຂົງເຂດ ວຽກງານນໍ້າສະອາດ, ສົ່ງເສີມສຸຂະອະນາໄມ ແລະ ການຄໍ້າປະກັນດ້ານສະບຽງອາຫານ.

ທີ່ແຂວງສະຫວັນນະເຂດ, ປະມານ 28 ເປີເຊັນ ຂອງເດັກອາຍຸຕໍ່ລຸ່ມ 5 ປີ ຂາດສານອາແບບຊໍ້າເຮື້ອ (ລວງສູງບໍ່ໄດ້ມາດຕາຖານ), ຕໍ່າກວ່າການສະເລ່ຍລະດັບຊາດ (33 ສ່ວນຮ້ອຍ) ແລະ 10 ສ່ວນຮ້ອຍ ຂອງເດັກນ້ອຍ ແມ່ນຂາດສານອາຫານແບບຈ່ອຍຜອມ (ນໍ້າຫນັກຕໍ່າສົມທຽບກັບລວງສູງ) ໃນຂະນະດຽວກັນ ອັດຕາປົກຄຸມ ລະດັບຊາດ 9 ສ່ວນຮ້ອຍ.

ອີງໃສ່ບົດສຳຫລວດ “ການວັດແທກຄວາມຄືບຫນ້າຂອງການປັບປຸງຊີວິດການເປັນຢູ່ຂອງເດັກ ໃນ ສປປ ລາວ, ແຂວງສະຫວັນນະເຂດຈັດຢູ່ໃນກຸ່ມ ບັນດາແຂວງທີ່ ມີອັດຕາສູງຂອງເດັກທີ່ທຸກຍາກຂ້ອນຂ້າງສູງ ໃນ ສປປ ລາວ. ຫາກທຽບໃສ່ຄ່າສະເລ່ຍລະດັບຊາດ ຄື 50.4 ສ່ວນຮ້ອຍ, 65 ສ່ວນຮ້ອຍຂອງເດັກທີ່ແຂວງສະຫວັນນະເຂດ ແມ່ນບໍ່ສາມາດ ບັນລຸສິດທິ ແລະ ຄວາມຕ້ອງການທີ່ຈໍາເປັນ ຢ່າງນ້ອຍ 3 ຫາ 7 ມິຕິ. ຄວາມຍາກຈົນຫລາຍມິຕິ ສ່ວນຫລາຍແມ່ນໃນເດັກອາຍຸຕໍ່າກວ່າ 5 ປີ ໃນຂົງເຂດທີ່ບໍ່ມີຫົນທາງເຂົ້າເຖິງ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ ເພັດສະໝອນ, ໜັງສືພິມວຽງຈັນໃໝ໋

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: