ຂໍຂອບໃຈນຳຜູ້ສະໜັບສະໜູນ

ວິທີ​ການ​ໃສ່​ບາດ​ ຕ້ອນ​ຮັບ​ຄະນະ​ສົງ​ 5 ປະເທດ​ລຸ່ມ​ແມ່ນ້ຳຂອງ​ ທີ່​ຈະ​ມີ​ພິທີ​ໃສ່ບາດ​ໃຫຍ່​ໃນວັນທີ​ 26/10 /2019​ ທີ່​ ເດີ່ນ​ພຣະ​ທາດ​ຫຼວງ​ ແບ່ງປັນ​ປະສົບການ​ທີ່​ເຫັນ​ຈາກ​ ສອງ​-ສາມ​ ປະເທດ​ ທີ່​ຜ່ານ​ມາໄດ້​ປະຕິບັດ​ຕາມ​

1.ໃຫ້​ແຍກ​ ເຂົ້າ​ ແລະ​ ເຂົ້າ​ຫນົມ​ອອກ​ຈາກ​ກັນ

2.​ໃຫ້​ແຍກ​ ເງິນ​ ແລະ​ ເຂົ້າ​ຫນົມ​ອອກ​ຈາກ​ກັນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

3. ສະເພາະ​ປັດ​ໄຈ​ ໃຫ້​ປ່ອນ​ລົງໃສ່ຖົງຍ່າມ​ເພີ່ນ​ເທົ່ານັ້ນ,​     

ສ່ວນ​ເຂົ້າ​ໃຫ້​ໃສ່​ໃນ​ບາດ​ ແລະ​ ເຂົ້າ​ຕົ້ມ​ ເຂົ້າ​ຫນົມ​ ໃຫ້​ໃສ່​ໃນຝາບາດ,​ເຫດ​ຜົນ​ ເພາະ​ຫລັງ​ຈາກ​ໃສ່​ບາດ​ແລ້ວ​ເພີ່ນ​ຈະ​ເດີນ​ທາງ​ຕໍ່​ໄປ​ເລີຍ​ ເພີ່ນ​ບໍ່​ມີ​ເວລາ​ພຽງ​ພໍ​ທີ່​ມາໃຈ້ແຍກ ສີ່ງ​ຕ່າງ​ໆທີ່ ຍາດໂຍມ​ມາໃສ່ບາດ ດັ່ງນັ້ນ​ສີ່ງທີ່​ຈະ​ເປັນ​ຂອງ​ທີ່​ລະ​ນຶກ​ໃຫ້​ເພີ່ນ​ໄດ້,​ ກະ​ຄື​ປັດໄຈ​ທີ່​ຢູ່​ໃນ​ບາດ​ນັ້ນ​ລະ​ ສ່ວນ​ເຂົ້າ​ຫນົມ​ ຫລືວ່າ​ສ່ວນ​ອື່ນໆ​ກໍ່​ຈະ​ມອບ​ເປັນ​ການ​ກຸສົນ​ຕ່າງ​ໆສຸດແລ້ວແຕ່ຄະນະກຳມະການຈັດງານເປັນຜູ້ຮັບຜິດຊອບ

ສະນັ້ນ​ຈຶ່ງ​ມາເພື່ອຊາບ ຂໍ​ໃຫ້​ຜູ້​ທີ່​ຈະ​ໃສ່​ບາດ​ຄະນະ​ສົງ​ ​5 ປະເທດ​ລຸ່ມ​ແມ່ນ້ຳຂອງ​ ໃນ​ຕະຫຼອດ​ໄລຍະ​ເວລາ​ການ​ເດີນທາງ​ໃນ​ປະເທດ​ລາວ​ເຮົາ​ ໄດ້​ປະ​ຕິ​ບັດ​ຕາມ​ນີ້

ຂໍ້ມູນ​:ket​ jaidee

Hits: 31

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້