ສປປ.ລາວ ນໍາເຂົ້າຊີມັງ ມາຮັບໃຊ້ຢູ່ພາຍໃນປະເທດ ມູນຄ່າກວ່າ 42 ລ້ານໂດລາສະຫະລັດ

ສູນຂໍ້ມູນ-ຂ່າວສານດ້ານການຄ້າກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ:

ໃນປີ 2013 ຜ່ານມາມູນຄ່າການນໍາເຂົ້າຊີມັງມາ ຮັບໃຊ້ຢູ່ປະເທດເຮົາສູງກວ່າ 100 ລ້ານໂດລາສະຫະລັດ ແລະ ສະເພາະ 7 ເດືອນປີ 2019 ມີມູນຄ່າກວ່າ 42 ລ້ານໂດລາ ສະຫະລັດ, ນີ້ສະແດງໃຫ້ເຫັນວ່າ:

ສປປ ລາວ ຍັງການນໍາເຂົ້າຊີມັງຈາກຕ່າງປະເທດເປັນຈໍານວນຫລາຍເພື່ອສະຫນອງຄວາມ ຕ້ອງການພາຍໃນ, ເຖິງວ່າ ສປປ ລາວ ຈະມີໂຮງງານຜະລິດຊີມັງ 13 ແຫ່ງໃນຂອບເຂດທົ່ວປະເທດ, ແຕ່ມີ 9 ໂຮງງານທີ່ມີການ ເຄື່ອນໄຫວການຜະລິດ ແລະ ຈໍາຫນ່າຍຄື:

ໂຮງງານຊີມັງຫລວງພະບາງ, ໂຮງງານຊີມັງວັງວຽງຫລັງ 1, 2 ແລະ 3, ໂຮງບົດຊີມັງ ວຽງຈັນ, ໂຮງບົດຊີມັງ BMC ວຽງຈັນ, ໂຮງງານຊີມັງທ່າແຂກ, ໂຮງງານຊີມັງສະຫວັນນະເຂດ ແລະ ໂຮງງານຊີມັງສາລະວັນ. ຮອດປີ 2016 ໄດ້ມີການພັດທະນາເພີ່ມຂຶ້ນອີກ 3 ໂຮງງານຄື: ໂຮງງານຊີມັງໄຊຍະບູລີ, ໂຮງງານຊີມັງຊຽງຂວາງ ແລະ ໂຮງງານ ຊີມັງເມືອງຄູນຄໍາແຂວງຄໍາມ່ວນ, ປີ 2017 ໄດ້ເພີ່ມຂຶ້ນອີກ 1 ແຫ່ງຄື: ໂຮງງານຊີມັງຄໍາມ່ວນ (ກາຊ້າງໄທ) ບໍລິສັດ SCG. ລວມແລ້ວມີກໍາລັງການຜະລິດທັງຫມົດແມ່ນ 8.300 ໂຕນຕໍ່ປີ.

ນອກນັ້ນ, ລັດຖະບານຍັງໄດ້ອະນຸມັດໃຫ້ສ້າງຕັ້ງໂຮງງານຂຶ້ນອີກ 4 ແຫ່ງຢູ່ແຂວງອຸດົມໄຊ, ຫລວງພະບາງ, ຄໍາມ່ວນ ແລະ ສະຫວັນນະເຂດ ລວມກໍາລັງການຜະລິດທັງຫມົດ 3.700 ໂຕນຕໍ່ປີ.

– ສໍາລັບການຜະລິດຊີມັງໃນທົ່ວປະເທດປີ 2013 ແມ່ນ 1.500 ໂຕນ, ປີ 2014 ແມ່ນ 1.800 ໂຕນ, ປີ 2015 ແມ່ນ 2.000 ກວ່າໂຕນ, ປີ 2016 ແມ່ນ 1.800 ກວ່າໂຕນ, ປີ 2017 ແມ່ນ 3.300 ກວ່າໂຕນ, ເຊິ່ງຊີ້ໃຫ້ເຫັນວ່າໃນບັນດາ 13 ໂຮງງານທີ່ມີກໍາລັງການຜະລິດເຖິງ 8.300 ໂຕນຕໍ່ປີ ຍັງບໍ່ສາມາດເຮັດໄດ້ເຕັມກໍາລັງ.

່ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ:

ປີ 2013 ການນໍາເຂົ້າຊີມັງຍັງມີແນວໂນ້ມເພີ່ມຂຶ້ນເລື້ອຍໆ, ສະເພາະເດືອນມັງກອນມີມູນຄ່າ 4,8 ລ້ານໂດລາສະຫະລັດ, ມາຮອດເດືອນກໍລະກົດເພີ່ມຂຶ້ນເປັນ 11 ລ້ານກວ່າໂດລາສະຫະລັດ ແລະ ປັດຈຸບັນ, ລັດຖະບານໄດ້ຍົກເລີກການອອກໃບອະນຸຍາດນໍາເຂົ້າຊີມັງແລ້ວ, ຫມາຍວ່າຜູ້ນໍາເຂົ້າສາມາດແຈ້ງນໍາເຂົ້າຢູ່ດ່ານສາກົນເລີຍ, ໂດຍບໍ່ຈໍາເປັນຕ້ອງມາຂໍອະນຸຍາດນໍາເຂົ້າກັບຂະແຫນງການກ່ຽວຂ້ອງ.

ການຍົກເລີກການອອກໃບອະນຸຍາດນໍາເຂົ້າຊີມັງ ແມ່ນເປັນມາດຕະການຫນຶ່ງຂອງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເພື່ອຫລຸດຂັ້ນຕອນການນໍາເຂົ້າ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ, ແຕ່ອາດເປັນການສົ່ງເສີມການນໍາເຂົ້າ ແລະ ບໍລິໂພກສິນຄ້າຈາກຕ່າງປະເທດຫລາຍຂຶ້ນ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ


ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...