ໄຂ້ຍຸງຍັງສືບຕໍ່ລະບາດເພີ່ມຂຶ້ນ ຮອດເກືອບ 36 ພັນຄົນແລ້ວ!!

ພາບປະກອບ

ສະພາບການລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃນຂອບເຂດທົ່ວປະເທດມາຮອດປະຈຸບັນເຫັນວ່າຍັງມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະແກ່ຍາວມາເລື້ອຍໆ, ໂດຍຫຼ້າສຸດໜ່ວຍງານທີ່ຮັບຜິດຊອບເກັບກຳມາຮອດວັນທີ 22 ຕຸລາ ທົ່ວປະເທດມີຜູ້ເປັນໄຂ້ຍຸງແລ້ວເກືອບ 36 ພັນຄົນ ແລະ ເສຍຊີວິດ 70 ຄົນ, ໃນນັ້ນຮ້າຍແຮງກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ, ເນື່ອງຈາກເປັນເຂດສູນລວມຂອງຜູ້ຄົນ.

ພາບປະກອບ

ອີງຕາມສະຖິຕິຈາກທີມງານທີ່ກ່ຽວ ຂ້ອງຂອງກະຊວງສາທາລະນະສຸກ ແຈ້ງ ໃຫ້ຮູ້ວ່າ ນັບແຕ່ວັນທີ 29 ທັນວາ 2018 ຈົນມາຮອດວັນທີ 22 ຕຸລາ 2019 ເຫັນ ວ່າຕົວເລກສະສົມຂອງຜູ້ເປັນໄຂ້ຍຸງ ລາຍໃນຂອບເຂດທົ່ວປະເທດມີທັງໝົດ 35,98 ພັນຄົນ, ເສຍຊີວິດແລ້ວ 70 ຄົນ, ໃນນັ້ນ ສະເພາະນະຄອນຫຼວງວຽງຈັນ ຖືວ່າເປັນອັນດັບທີ່ຮ້າຍແຮງກວ່າໝູ່ໃນບັນດາ 18 ແຂວງທົ່ວປະເທດ,

ພາບປະກອບ

ຊຶ່ງມີຜູ້ ເປັນໄຂ້ຍຸງທັງໝົດ 9,75 ພັນຄົນ ແລະ ເສຍຊີວິດຮອດ 23 ຄົນ, ຮອງລົງມາແມ່ນ ແຂວງສະຫວັນນະເຂດ ໂດຍຈັດຢູ່ໃນ 6 ແຂວງທີ່ຖືກນໍ້າຖ້ວມກໍມີຕົວເລກຜູ້ເປັນໄຂ້ຍຸງສູງເຊັ່ນກັນ 6,14 ພັນຄົນ ແລະ ເສຍຊີວິດແລ້ວ 21 ຄົນ, ທັງເປັນແຂວງທີ່ມີປະຊາ ກອນອາໄສຢູ່ຢ່າງໜາແໜ້ນ, ສ່ວນບັນດາແຂວງອື່ນໆ ເຖິງວ່າຈະບໍ່ມີປະ ຊາກອນອາໄສຢູ່ໜາແໜ້ນກໍຕາມ, ແຕ່ການລະບາດກໍຍັງໜັກໜ່ວງສົມຄວນຢູ່ໂດຍສະເພາະແມ່ນແຂວງສາລະວັນ, ຄຳມ່ວນ, ຈຳປາສັກ, ວຽງຈັນ, ອັດຕະປື ແລະແຂວງອື່ນໆ.

ພາບປະກອບ

ສຳລັບສະຖິຕິການລະບາດຂອງພະຍາດໄຂ້ຍຸງລາຍມາຮອດປະຈຸບັນຖືໄດ້ວ່າເປັນພະຍາດໜຶ່ງທີ່ຍັງບໍ່ສາມາດຢັບຢັ້ງໄດ້, ຊຶ່ງເຫັນໄດ້ຈາກຕົວເລກການເພີ່ມຂຶ້ນ ແລະຫຼຸດ ລົງໃນແຕ່ລະວັນ ເປັນຕົ້ນ ໃນວັນທີ 10 ຕຸລາທີ່ຜ່ານມາ ທົ່ວປະເທດ ມີການລະບາດເຖິງ 594 ຄົນ, ວັນທີ 17 ຕຸລາ ມີ 164 ຄົນ, ຕົກມາໃນທິດນີ້ວັນທີ 21 ຜ່ານມາ ມີ 96 ຄົນ ໂດຍໂຊກດີທີ່ບໍ່ມາຜູ້ເສຍຊີວິດ, ແຕ່ມາຮອດວັນທີ 22 ຕຸລາ ຈຳນວນຜູ້ເປັນໄຂ້ຍຸງພັດຢູ່ໃນລະດັບເກົ່າ 96 ຄົນ, ແຕ່ມີຜູ້ເສຍຊີວິດ 1 ຄົນ ແລະທີ່ຮ້າຍ ແຮງກວ່ານັ້ນ ນະຄອນຫຼວງ ວຽງຈັນ ຍັງເປັນເຂດທີ່ມີຄວາມສ່ຽງສູງ, ເນື່ອງຈາກການເພີ່ມຂຶ້ນຂອງພະຍາດ ດັ່ງກ່າວບໍ່ຕ່ຳກວ່າ 50 ຄົນຕໍ່ວັນ.

ສະນັ້ນຫາກບໍ່ມີການເອົາໃຈໃສ່ຊ່ວຍກັນ ແລະສຸມໃສ່ການທຳລາຍແຫຼ່ງເພາະພັນຂອງຍຸງລາຍແລ້ວກໍອາດຈະເຮັດໃຫ້ພະຍາດຊະນິດນີ້ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ພ້ອມນັ້ນກໍຈະທຳລາຍຊີວິດຂອງຜູ້ຄົນອີກຈຳນວນ ຫຼາຍ.

ແຕ່ໃນຂະນະດຽວກັນການປ້ອງກັນເພື່ອບໍ່ເຮັດໃຫ້ພະຍາດດັ່ງກ່າວມີລະບາດໄດ້ແມ່ນເລີ່ມຈາກຄົວເຮືອນກໍຄືໝັ່ນທຳຄວາມສະອາດພາ ຊະນະທີ່ໃຊ້ເກັບກັກນໍ້າ, ທຳລາຍກະໂປ໊ະກະປ໋ອງຕ່າງໆຢ່າງເປັນປະຈຳເພື່ອບໍ່ໃຫ້ມີນໍ້າຂັງອັນເປັນສາເຫດຂອງໜອນນໍ້າຍຸງ ລາຍທີ່ນຳໄຂ້ຍຸງລາຍມາສູ່ຄົນ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...