
ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງ ວຽງຈັນ (ນວ), ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ຕາງໜ້າໃຫ້ກະຊວງການເງິນ ຮ່ວມກັບ ບໍລິສັດ ຫຼັກຊັບ ລາວ-ຈີນ ຈຳກັດໄດ້ຈັດງານສະເໜີຂໍ້ມູນການອອກຈຳໜ່າຍຮຸ້ນ ທຄຕລ 19% ທີ່ກະຊວງການເງິນ ຖືຄອງຢູ່ໃຫ້ແກ່ມວນຊົນທົ່ວໄປ ແລະ ຄູ່ຮ່ວມຍຸດ ທະສາດ.

ເຊິ່ງການອອກຈໍາໜ່າຍຮຸ້ນດັ່ງກ່າວ ສະເໜີຂາຍໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ໂດຍການນຳສະ ເໜີຂອງທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ແລະ ທ່ານ ລິນລີ້ ຜູ້ອຳນວຍການບໍລິສັດ ຫຼັກຊັບ ລາວ-ຈີນ ຈໍາກັດ, ເປັນກຽດເຂົ້າຮ່ວມຂອງ ທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສໍານັກງານຄະນະກຳ ມະການຄຸ້ມຄອງຫຼັກຊັບ, ມີຜູ້ຕາງໜ້າຈາກທະນາຄານ ແຫ່ງ ສປປ ລາວ,ບັນດານັກລົງທຶນລາວ ທັງພາຍໃນ ແລະ ຕ່າງປະເທດ, ບັນດາລູກຄ້າບໍລິສັດໃນເຄືອ, ຄະນະອໍານວຍການ, ພະແນກການ, ສູນ ແລະ ສາຂາຕະຫຼອດຮອດພະນັກງານ ຂອງ ທຄຕລ ພາຍໃນ ນວ ພ້ອມ ດ້ວຍສື່ມວນຊົນຈາກຫຼາຍພາກ ສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງການຫັນກຳມະສິດຂອງລັດຖະບານໃນຮຸ້ນ ທຄຕລ ເພື່ອຫຼຸດອັດຕາສ່ວນການຖືຮຸ້ນ 19% ຄັ້ງນີ້ ເປັນການສະໜັບສະໜູນໃຫ້ມີຫຼາຍພາກສ່ວນເຂົ້າມາ ມີສ່ວນຮ່ວມໃນການຖືກຳມະສິດ ແລະ ເປັນເຈົ້າການໃນການພັດທະນາ ທຄຕລ ເພື່ອຊຸກຍູ້ການຂະຫຍາຍຕົວທາງດ້ານທຸລະກິດຢ່າງຍືນຍົງ, ກະຊວງການເງິນໃນຖານະເປັນຜູ້ຕາງໜ້າໃຫ້ແກ່ລັດຖະບານ ຈິ່ງມີແຜນອອກຈໍາໜ່າຍຮຸ້ນ ທຄຕລ 19% ທີ່ກະຊວງການເງິນຖືຄອງຢູ່, ໂດຍ ການຈໍາໜ່າຍຮຸ້ນ 2 ຮູບແບບຄື:
ສະເໜີຂາຍໃຫ້ແກ່ມວນຊົນທົ່ວໄປ ຈໍານວນ 10% ໃນນັ້ນ 2% ສະເໜີຂາຍໃຫ້ແກ່ຜູ້ຖືຮຸ້ນເດີມ (RO) ແລະ 8% ສະເໜີຂາຍໃຫ້ແກ່ມວນຊົນ (PO) ສ່ວນຄູ່ຮ່ວມຍຸດທະສາດທີ່ໄດ້ຮັບການຄັດເລືອກຈາກກະຊວງການເງິນ ສະເໜີຂາຍຈໍານວນ 9%.
ສໍາລັບຂັ້ນຕອນກະກຽມດໍາເນີນການຈໍາໜ່າຍຮຸ້ນດັ່ງກ່າວ, ກະຊວງການເງິນໄດ້ມອບໝາຍໃຫ້ ທຄຕລ ເປັນ ຕົວແທນໃນການສັນຫາບໍລິສັດເພື່ອບໍລິການທີ່ປຶກສາດ້ານການເງິນ ແລະ ຄ້ຳປະກັນການຈຳໜ່າຍຮຸ້ນ.
ບໍລິສັດ ຫຼັກຊັບ ລາວ-ຈີນ ຈຳກັດ ໄດ້ເປັນທີ່ປຶກສາທາງດ້ານການເງິນ ແລະ ຄ້ໍາປະກັນການ ຈໍາໜ່າຍຮຸ້ນ ທຄຕລ 19% ທີ່ ກະຊວງການເງິນຖືຄອງຢູ່. ບໍລິສັດ ຫຼັກຊັບ ລາວ-ຈີນ ຈຳກັດ ເປັນບໍລິສັດທີ່ມີປະສົບການດ້ານຫຼັກຊັບລະດັບສາກົນ, ພ້ອມທັງຄໍ້າປະກັນການອອກຈຳໜ່າຍຫຼັກຊັບ, ເລືອກເຟັ້ນຜູ້ລົງທຶນຍຸດທະສາດ ແລະ ບໍລິການວຽກງານການລົງທຶນອື່ນໆ.
ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດໄດ້ຍົກສູງຄວາມສໍາຄັນໃນການອອກຈຳໜ່າຍຮຸ້ນ ທຄຕລ 19% ທີ່ກະຊວງການເງິນຖືຄອງຢູ່, ໂດຍນໍາໃຊ້ຈຸດແຂງ, ປະສົບການທີ່ບໍລິສັດມີ ແລະ ຖານລູກຄ້າຂອງບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ, ຈະສຳເລັດລຸລ່ວງຕາມເປົ້າໝາຍທີ່ວາງໄວ້.
ດັ່ງນັ້ນ, ເພື່ອໃຫ້ມວນຊົນໄດ້ຮັບຮູ້ ແລະ ສາມາດເປັນສ່ວນໜຶ່ງຂອງການຮ່ວມເປັນເຈົ້າຂອງ ທຄຕລ ຈິ່ງໄດ້ສະ ເໜີຂໍ້ມູນການອອກຈຳໜ່າຍຮຸ້ນ ທຄຕລ 19%. ບໍລິສັດຫຼັກຊັບລາວ-ຈີນ ຈໍາກັດ ຈະໄດ້ເລີ່ມດຳເນີນການ ແລະ ກຽມຄວາມພ້ອມທຸກດ້ານເພື່ອຮັບປະກັນຜົນສໍາເລັດຂອງການຈໍາໜ່າຍຮຸ້ນ.

ການອອກຈຳໜ່າຍຮຸ້ນ ທຄຕລ 19% ຂອງລັດຖະບານຈຳນວນ 39.467.400 ຮຸ້ນ, ມູນຄ່າກໍາ ນົດ 5.000 ກີບຕໍ່ຮຸ້ນ, ສະເໜີຂາຍໃຫ້ແກ່ຜູ້ຖືຮຸ້ນເດີມຈຳນວນ 4.154.500 ຮຸ້ນ ໃນລາຄາ 5.450 ກີບຕໍ່ຮຸ້ນ (ສິດໃນການຈອງຊື້ຮຸ້ນ ໃນອັດຕາສ່ວນສິບຮຸ້ນເດີມຕໍ່ໜຶ່ງຮຸ້ນໃໝ່ 10:1), ສະເໜີຂາຍໃຫ້ແກ່ມວນຊົນ 10% ຈໍານວນ 16.617.800 ຮຸ້ນລາຄາ 5.550 ກີບຕໍ່ຮຸ້ນ, ສະເໜີ ຂາຍໃຫ້ແກ່ຄູ່ຮ່ວມຍຸດທະສາດ 9% ຈໍານວນ 18.695.100 ຮຸ້ນລາຄາອີງຕາມການເຈລະຈາຕົກລົງລະຫວ່າງກະຊວງການເງິນ ແລະ ຄູ່ຮ່ວມຍຸດທະສາດ.
ຮຸ້ນສາມັນທີ່ອອກຈໍາໜ່າຍໃຫ້ແກ່ຜູ້ຖືຮຸ້ນເດີມ (RO) ແລະ ມວນຊົນ (PO)ພາຍໃນສປປ ລາວ ແລະ ຕ່າງປະ ເທດ ແລະ ຄູ່ຮ່ວມຍຸດທະສາດສະເໜີຂາຍໃຫ້ແກ່ຜູ້ ຖືຮຸ້ນເດີມ(RO): ລະຫວ່າງ ວັນ ທີ 28 ຕຸລາ 2019 ຫາ 01 ພະຈິກ 2019, ສະເໜີຂາຍໃຫ້ ແກ່ມວນຊົນ (PO): ລະຫວ່າງ ວັນທີ 04 ພະຈິກ 2019 ຫາ 29 ພະຈິກ 2019 ເວລາ 8:30 ໂມງ ຫາ 15:30 ໂມງ ຖ້າສຳເລັດ ການຂາຍຮຸ້ນກ່ອນໄລຍະເວລາດັ່ງ ກ່າວ ສາມາດປິດການຈອງໄດ້.
ລາຍລະອຽດ ແລະ ຂໍ້ມູນເພີ່ມຕື່ມກ່ຽວກັບຮຸ້ນ: ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ (ຊັ້ນ 6) ຕຶກ ຕະຫຼາດຫຼັກຊັບລາວ ໂທ: 021 419212; ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ (ຊັ້ນ 7) ຕຶກ ຕະຫຼາດຫຼັກຊັບລາວ ໂທ: 021 265478 ແລະ ບໍລິສັດຫຼັກຊັບ ລ້ານຊ້າງມະຫາຊົນ (ຊັ້ນ 5) ຕຶກ ຕະຫຼາດຫຼັກຊັບລາວ ໂທ: 021 265461-3.
ແຫຼ່ງຂໍ້ມູນ: ໂດຍ: ບຸນທະວີ ອິນທະມິດ Lao people’s Army News