ສປປ ລາວ ເປັນເຈົ້າພາບ ກອງປະຊຸມອຸທິຍານມໍລະດົກທາງທຳມະຊາດອາຊຽນ ຄັ້ງທີ 6

ກອງປະຊຸມອຸທິຍານມໍລະດົກທາງທຳມະຊາດ ອາຊຽນ ຄັ້ງທີ 6 ໄດ້ຈັດຂຶ້ນຢ່າງເປັນທາງການ ຢູ່ທີ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ, ທ່ານ ບົວສອນ ວົງສອງຄອນ ຮອງ ເຈົ້າແຂວງຈຳປາສັກ, ທ່ານ ເອັນລິໂຄ ສະແຕມ ເພວລີ່ (Enrico stram pelli) ຫົວໜ້າຫ້ອງການຮ່ວມພັດທະນາ ສະຫະພາບຍູໂຣບປະຈຳຟີລິບປິນ, ທ່ານ ກີ່ອານ ເຫຍິນ (Mr. Ky Ann Nguyen) ຜູ້ອຳນວຍການ ໃຫຍ່ດ້ານການພັດທະນາແບບຍືນຍົງ, ເລຂາທິການອາຊຽນ; ທ່ານ ນາງ ເທລິຊ້າ ມັນດິຕ້າ ລິມ (Theresa Mundita Lim) ຫົວໜ້າສູນຊີວະນາໆພັນອາຊຽນ; ຜູ້ຕາງໜ້າຂອງອົງການ KFW ປະເທດເຢຍລະມັນ, ບັນດາຜູ້ຈັດການສວນອຸທິຍານປະເທດອາຊຽນເຂົ້າຮ່ວມ 360 ທ່ານ.

ທ່ານ ຄຳບຸນນັດ ໄຊຍະນົນ ໄດ້ກ່າວໄຂກອງປະຊຸມເປັນທາງ ການໂດຍກ່າວວ່າ:

ໃນນາມຕາງ ໜ້າໃຫ້ການນໍາກະຊວງກະສິກຳ ແລະ ປ່າໄມ້ຂໍສະແດງຄວາມຍິນດີທີ່ຕ້ອນຮັບບັນດາ ທ່ານເຂົ້າສູ່ປະເທດລາວ ຂອງພວກເຮົາ, ສປປ ລາວ ຍັງເປັນປະເທດທີມີຄວາມອຸດົມສົມບູນທາງທຳມະຊາດ ໂດຍສະເພາະປ່າໄມ້, ຊີວະນາໆພັນ.

ສະນັ້ນ, ພັກ ແລະ ລັດຖະບານລາວ ຈິ່ງມີນະໂຍບາຍໃຫ້ກຳນົດເຂດປ່າສະຫງວນແຫ່ງຊາດ ຫຼາຍແຫ່ງໃນຂອບ ເຂດທົ່ວປະເທດເພື່ອໃຫ້ກາຍເປັນປະ ເທດສີຂຽວສວຍງາມ, ເຊິ່ງໃນນັ້ນປ່າສະຫງວນແຫ່ງຊາດນໍ້າຫ້າ ແຂວງຫຼວງນໍ້ທາ ກໍເປັນເຂດໜຶ່ງມີຄວາມອຸດົມສົມບຸນທາງທຳມະຊາດ ໂດຍສະເພາະແມ່ນມີຊະນິດພັນນົກ ແລະ ພັນ ສັດລ້ຽງລູກດ້ວຍນໍ້ານົມຫຼາຍຊະນິດທີ່ອາໄສຢູ່.

ດ້ວຍຄວາມອຸດົມສົມບຸນປ່າສະຫງວນແຫ່ງຊາດນໍ້າຫ້າ ຂອງ ສປປ ລາວ ໄດ້ກາຍເປັນສວນອຸທິຍານມໍລະດົກ ທາງທຳມະຊາດອາຊຽນ ຫຼື (AHP ) ແຫ່ງທຳອິດຂອງລາວ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອເຮັດໃຫ້ສວນອຸທິຍານມໍລະດົກທາງທຳມະຊາດອາຊຽນ (AHP) ແລະເຂດ ປ່າສະຫງວນແຫ່ງຕ່າງໆໄດ້ຮັບການຄຸ້ມຄອງ, ຮັກສາໃຫ້ມີຄວາມຍືນຍົງ ໂດຍສ້າງໃຫ້ຄົນຮຸ່ນປັດຈຸບັນ ແລະ ອະ ນາຄົດໄດ້ເຫັນເຖິງຄວາມສໍາຄັນຂອງການອະນຸລັກຊີວະນາໆພັນ ແລະ ຊັບພະຍາກອນທຳມະຊາດໄວ້; ເພື່ອການສຶກສາ ແລະ ຄົ້ນຄວ້າການດຳລົງຊີວິດຂອງສິ່ງທີ່ມີຊີ ວິດ ແລະ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງໂລກ.

ທັງໝົດນີ້ ແມ່ນເຫດຜົນທີ່ຕ້ອງໃຫ້ຄວາມສຳຄັນຕໍໍ່ການຄຸ້ມຄອງເຂດປ່າສະຫງວນໃຫ້ມີປະສິດທິພາບສູງຂຶ້ນກອງປະຊຸມອຸທິຍານມໍລະດົກ ທາງທຳມະຊາດອາຊຽນ(AHP) ຄັ້ງທີ່ 6 ນີ້ ເປັນການປະກອບສ່ວນ ແລະ ແລກ ປ່ຽນບົດຮຽນໃນການຄຸ້ມຄອງ ແລະ ການບໍລິຫານຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນທີ່ດີ ແລະ ຍັງຖືເປັນການສະເຫຼີມສະຫຼອງວັນ ຄົບຮອບ 35 ປີ ຂອງສວນອຸທິຍານມໍລະດົກອາຊຽນອີກດ້ວຍ.

ກອງປະຊຸມອຸທິຍານມໍລະດົກທາງທຳມະຊາດອາຊຽນ ຄັ້ງທີ 6 ທີ່ ສປປລາວ ເປັນເຈົ້າພາບຄັ້ງນີ້ ຍັງມີກອງປະຊຸມຍ່ອຍຫຼາຍຫົວຂໍ້ ທີ່ຈັດຂືຶ້ນເພື່ອປຶກສາຫາລື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນລະດັບວິຊາການ ແລະ ລະ ດັບຜູ້ບໍລິຫານເພື່ອຮ່ວມກັນເປັນໜຶ່ງດຽວ ໃນການພັດທະນາຊີວະນາໆພັນແບບຍືນຍົງ, ຄະນະຜູ້ແທນກໍໄດ້ລົງຢ້ຽມຢາມພື້ນທີ່ພາກສະໜາມຕົວຈິງ ເພື່ອຊົມຄວາມອຸດົມສົມບູນ ແລະ ຄວາມສວຍງາມທາງທຳມະຊາດ ໃນເຂດປ່າສະຫງວນແຫ່ງຊາດດົງຫົວສາວ ແລະ ປ່າສະຫງວນແຫ່ງຊາດເຊປຽນ ເຊິ່ງເປັນສ່ວນໜຶ່ງຂອງເຂດ ລາມຊາ-ບຶງຂຽດໂງ້ງ ຕາມວາລະຂອງກອງປະຊຸມທີ່ໄດ້ກຳນົດ.

ໄປຄວບຄູ່ກັບການຈັດກອງປະຊຸມແລ້ວຍັງມີກິດຈະກຳປິ່ນອ້ອມ ເຊັ່ນ:

ງານວາງສະແດງຜົນງານ ການຄຸ້ມຄອງມໍລະດົກທາງທຳມະຊາດສະແດງໃຫ້ເຫັນຄວາມ ເອົາໃຈໃສ່ຂອງລັດຖະ ບານແຕ່ລະປະເທດໃນອາຊຽນ ຕໍ່ການຄຸ້ມຄອງບໍລິຫານຈັດການປ່າສະຫງວນ, ສັດນໍ້າສັດປ່າ, ຊີວະນາໆພັນ ແລະ ອື່ນໆ ພ້ອມທັງມີງານຖະແຫຼງຂ່າວຕໍ່ສື່ມວນຊົນ ແຕ່ລ ປະເທດກ່ຽວກັບການຈັດກອງປະຊຸມອຸທິຍານມໍລະດົກທາງທຳມະຊາດອາຊຽນ ຄັ້ງທີ 6 ແລະ ຄວາມສົນໃຈຂອງສື່ມວນຊົນອີກດ້ວຍ.

ໂດຍ: ເກດສະໜາ ແກ້ວສຸວັນນະແສງ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...