ມຊ ເຜີຍແຜ່ແຜນແມ່ບົດພັດທະນາໂຄງລ່າງພື້ນຖານ (ສະເພາະວິທະຍາເຂດດົງໂດກ)

ເພື່ອເປັນການຜັັນຂະຫຍາຍ ມະຕິຕົກລົງຂອງກອງປະຊຸມລັດຖະບານ ສະບັບເລກທີ 03/ນຍ ລົງວັນທີ 14 ມີນາ 2018 ທີ່ຮັບຮອງເອົາແຜນແມ່ບົດຂອງ ມະຫາວິທະຍາໄລແຫ່ງຊາດ ແລະກໍານົດໃບຕາດິນລັດ ກວມລວມພື້ນທີ່ 262 ເຮັກຕາ.

ຢູ່ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບອໍານາດການປົກຄອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ແຜນແມ່ບົດ ຂອງມະຫາວິທະຍາໄລແຫ່ງຊາດ ຂຶ້ນທີ່ຫ້ອງປະຊຸມສະໂມສອນ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ບຸນວັນ ຈະຊົ້ວເກົ້າ ຄະນະພັກປະຈໍາເມືອງ, ຮອງເຈົ້າເມືອງໆໄຊທານີ, ມີທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ, ນາຍບ້ານ ແລະປະຊາຊົນ 5 ບ້ານອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

ໃນທີ່ປະຊຸມ ທ່ານ ຮສ. ປອ. ສຸກັນ ຈິດປັນຍາ ຫົວໜ້າພາກວິຊາຜັງເມືອງ ຄະນະສະຖາປັດຕະຍະກໍາສາດ ໄດ້ຂຶ້ນຜ່ານແຜນແມ່ບົດ ຂອງ ມະຫາວິທະຍາໄລແຫ່ງຊາດ ເຊິ່ງທ່ານໄດ້ນໍາສະເໜີ ປະຫວັດຄວາມເປັນມາ ແລະຂອບ ເຂດພື້ນທີ່ດິນຂອງ ມະຫາວິທະຍາໄລແຫ່ງຊາດ, ຜ່ານແຜນແມ່ບົດພັດທະນາພື້ນຖານໂຄງລ່າງຂອງ ມະຫາວິທະ ຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ແລະຜ່ານແຜນວິທີການຈັດຕັ້ງປະຕິບັດແຜນແມ່ບົດໃຫ້ປະກົດຜົນເປັນຈິງ.

ທັ້ງນີ້ ກໍເພື່ອປະຕິບັດຕາມທິດຊີ້ນຳຂອງຄະນະລັດຖະບານໃນປີ 2001, ເພື່ອຕອບສະໜອງວິໄສທັດ ແລະຍຸດທະ ສາດການພັດທະນາ ຂອງ ມະຫາວິທະຍາໄລແຫ່ງຊາດ, ຕອບສະໜອງຄວາມຕ້ອງການຂອງຜູ້ນຳໃຊ້ທີ່ນັບມື້ນັບເພີ່ມຂຶ້ນ, ພ້ອມທັງປັບປຸງຄຸນນະພາບສະພາບແວດລ້ອມໃຫ້ເອື້ອຍອຳນວຍໃຫ້ແກ່ ການຮຽນ-ການສອນ ແລະການຄົ້ນຄວ້າ ກ້າວສູ່ມາດຕະຖານສາກົນ ເທື່ອລະກ້າວ ແລະເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໂຄງການພັດທະນາ ທົ່ວວິທະຍາເຂດຢ່າງມີຈຸດສຸມ ເພື່ອເພີ່ມປະສິດທິພາບຂອງການລົງທຶນ ເພື່ອສ້າງໃຫ້ມະຫາວິທະຍາ ໄລແຫ່ງຊາດ ກາຍເປັນຕົວເມືອງສີຂຽວ, ເປັນຕົວເມືອງແຫ່ງການສຶກສາ, ເປັນຕົວເມືອງນິເວດ ແລະຕົວເມືອງທີ່ມີຄວາມທັນສະໄໝ- ເມືອງອັດສະລິຍະ ແລະຕົວເມືອງທີ່ມີຮູບແບບສ້າງສັນ;

ເຊິ່ງໃນອະນາຄົດອັນໃກ້ນີ້ ທາງຄະນະກໍາມະການ ທີ່ກ່ຽວຂ້ອງ ຂອງມະຫາວິທະຍາໄລແຫ່ງຊາດ ກຽມລົງປັກຫຼັກໝາຍເຂດແດນຕາມຂອບເຂດ 262 ເຮັກຕາ ໃຫ້ສໍາເລັດ.

ແຫຼ່ງຂໍ້ມູນ: National University of Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...