Sunday, May 25, 2025
Kbank Laos โอน รับ จ่าย

ລໍຊົມ! ລາວ-ລັດເຊຍ ຈະຊ້ອມຮົບລົດຕັງຄັ້ງປະຫວັດສາດຮ່ວມກັນ ໃນວັນທີ 10-19/12/2019

ລາຍງານ 19 ຕຸລາ 2019, ອີງຕາມການລາຍງານຂອງກະຊວງປ້ອງກັນປະເທດລັດເຊຍ ເມື່ອວັນສຸກ 18 ຕຸລາ ທີ່ຜ່ານມາ ໃຫ້ຮູ້ວ່າ:

ກອງປະຊຸມວາງແຜນ ຄັ້ງທີ 3 ຂອງຜູ້ແທນຜູ້ບັນຊາການທະຫານເຂດຕາເວັນອອກຂອງລັດເຊຍ ແລະ ກະຊວງປ້ອງກັນປະເທດຂອງ ສປປ.ລາວ ໄດ້ກໍານົດວັນຊ້ອມຮົບລົດຕັງພາຍໃຕ້ລະຫັດ Laros 2019 ໃນລະຫວ່າງວັນທີ 10-19 ທັນວາ 2019 ນີ້.

ການຊ້ອມຮົບຈະແບ່ງອອກເປັນ 3 ໄລຍະ, ກອງທັບປະຊາຊົນລາວ ຈະສະຫນອງອາວຸດ ແລະ ອຸປະກອນທາງ ການທະຫານໃຫ້ແກ່ ທະຫານລັດເຊຍທີ່ຮ່ວມຊ້ອມຮົບ ທີ່ປະກອບມີລົດຕັງ T-72MS, ລົດຫຸ້ມເກາະ BRDM-2MS, ປືນກົນ PKTM ແລະ ປືນ AKM ເຊິ່ງ ຈະຊ້ອມທີ່ສະຫນາມ Ban Peng (ແຫຼ່ງຂ່າວບໍ່ໄດ້ລະບຸເມືອງ ແລະ ແຂວງ).

ການຊ້ອມຮົບດັ່ງກ່າວ ເພື່ອເປັນການປະກອບສ່ວນເຂົ້າໃນການຂະຫຍາຍການຮ່ວມມືຮອບດ້ານທາງທະຫານ ແລະ ເຕັກນິກທາງການ ທະຫານລະຫວ່າງສອງປະເທດ, ລວມທັງການຕໍ່ຕ້ານການກໍ່ການຮ້າຍສາກົນ.

ໂດຍຈະມີທະຫານລາວ-ລັດເຊຍຫຼາຍກວ່າ 500 ຄົນ ເຂົ້າຮ່ວມການເຝິກຊ້ອມຮົບຄັ້ງທໍາອິດ ແລະ ຄັ້ງປະຫວັດ ສາດລະຫວ່າງ ສປປ.ລາວ-ລັດເຊຍ.

ແຫຼ່ງຂໍ້ມູນ: www.idsala.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.