Saturday, April 26, 2025
Kbank Laos โอน รับ จ่าย

ເຈົ້າ​ຄອງ​ນະຄອນຫຼວງ ລົງ​ຊຸກຍູ້​ການ​ຜະລິດ​ກະສິກຳ​ລະດູແລ້ງ ຢູ່​ບ້ານ​ໂນນ​ແຕ້

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ (ນວ) ພ້ອມ​ດ້ວຍ​ຄະນະ ລົງ​ເຄື່ອນ​ໄຫວ​ຊຸກຍູ້​ການ​ຜະລິດ​ລະດູແລ້ງ ແລະ ການ​ລວມ​ກຸ່ມ​ຜະລິດ​ກະສິກຳ​ອິນ​ຊີ ທີ່​ບ້ານ​ໂນນ​ແຕ້ ເມືອງ​ໄຊ​ທານີ ໂດຍ​ການ​ຕ້ອນຮັບ​ຂອງ​ທ່ານ ຄຳ​ປະດິດ ເຂັມ​ມານິດ ເຈົ້າເມືອງ​ໄຊ​ທານີ ມີ​ທ່ານ ພວງ​ປາ​ຣິ​ສັກ ປຣະ​ວົງ​ວຽງ​ຄຳ ຮອງ​ລັດຖະມົນຕີ ກະຊວງ​ກະສິກຳ ແລະ ປ່າໄມ້ ພະແນກການ​ກ່ຽວຂ້ອງ ຫົວໜ້າ​ກຸ່ມ ອຳນາດ​ການ​ປົກຄອງ​ບ້ານ ກຸ່ມ​ຜະລິດ​ກະສິກຳ​ອິນ​ຊີ ແລະ ຊາວ​ສວນ​ເຂົ້າ​ຮ່ວມ.

ປີ 2020 ໃຫ້​ຮູ້​ວ່າ:

ປີ 2019 ນວ ປັກ​ດຳ​ເຂົ້າ​ໄດ້​ທັງ​ໝົດ 66.279 ເຮັກຕາ ເທົ່າ​ກັບ 97% ຂອງ​ເນື້ອທີ່​ການ​ຜະລິດ​ທັງ​ໝົດ ຄາດ​ວ່າ​ຈະ​ສາມາດ​ສະໜອງ​ເຂົ້າ​ໄດ້ 302.565 ໂຕນ ທຽບໃສ່​ແຜນການ​ສະໜອງ​ເຂົ້າ​ໄດ້ 94,7% ຂອງ​ແຜນການ 319.400 ໂຕນ​ຕໍ່​ປີ ສະເລ່ຍ​ໃສ່​ຫົວ​ຄົນ​ໄດ້ 287 ກິ​ໂລ​ຕໍ່​ປີ ຖ້າ​ທຽບໃສ່​ແຜນການ​ບໍລິໂພກ 250 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ຈະ​ມີ​ເຂົ້າ​ເຫຼືອ​ແຮ​ໄວ້ ແລະ ຈໍ​ລະ​ຈອນ​ຕະຫຼາດ ປະມານ 55.100 ໂຕນ ການ​ປູກ​ພືດ​ຜັກ ປະຕິບັດ​ໄດ້ 112.788 ໂຕນ ທຽບໃສ່​ແຜນການ​ປະຕິບັດ​ໄດ້ 99% ຂອງ​ແຜນການ ສະເລ່ຍ​ໃສ່​ຫົວ​ຄົນ​ໄດ້ 91 ກິ​ໂລ​ຕໍ່​ປີ ທຽບໃສ່​ແຜນການ​ທີ່​ວາງ​ໄວ້ 90 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ເຫັນ​ວ່າ​ປະຕິບັດ​ໄດ້ 101%

ການ​ຜະລິດ​ໄມ້​ໃຫ້​ໝາກ ປະຕິບັດ​ໄດ້ 26.433 ໂຕນ ທຽບໃສ່​ແຜນການ​ປະຕິບັດ​ໄດ້ 12.455 ໂຕນ​ຕໍ່​ປີ ສະເລ່ຍ​ໃສ່​ຫົວ​ຄົນ​ໄດ້ 21 ກິ​ໂລ​ຕໍ່​ປີ ຖ້າ​ທຽບໃສ່​ແຜນການ​ບໍລິໂພກ​ທີ່​ວາງ​ໄວ້ 50 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ເຫັນ​ວ່າ​ປະຕິບັດ​ໄດ້ 42% ການ​ປູກ​ພືດ​ອຸດສາຫະກຳ ປະຕິບັດ​ໄດ້ 4.451 ເຮັກຕາ ເຫັນ​ວ່າ​ປະຕິບັດ​ໄດ້​ລື່ນ​ແຜນການ 2,7 ເທົ່າ ເນື້ອທີ່​ແຜນການ​ຜົນ​ຜະລິດ​ລວມ 60.824 ໂຕນ ນອກ​ນັ້ນ ຍັງ​ມີ​ເນື້ອທີ່​ສວນ​ຢາງພາລາ 5.764 ເຮັກຕາ ສາມາດ​ກີດ​ຢາງ​ໄດ້​ແລ້ວ 3.670 ເຮັກຕາ ຜົນ​ຜະລິດ​ຢາງ​ກ້ອນ 16.513 ໂຕນ​ຕໍ່​ປີ ການ​ຜະລິດ​ທາດ​ຊີ້ນ ປາ ສາມາດ​ປະຕິບັດ​ໄດ້ 60.728,39 ໂຕນ ເທົ່າ​ກັບ 99,89% ຂອງ​ແຜນການ ສະເລ່ຍ​ໃສ່​ຫົວ​ຄົນ​ໄດ້ 64,93 ກິ​ໂລ​ຕໍ່​ປີ ທຽບໃສ່​ແຜນການ​ຫຼຸດ​ຄາດໝາຍ 0,11% ແຕ່​ສາມາດ​ສົ່ງ​ອອກ​ທາດ​ຊີ້ນ​ໄປ​ຕ່າງ​ແຂວງ 1.692 ໂຕນ ອັນ​ພົ້ນ​ເດັ່ນ​ກວ່າ​ໝູ່ ແມ່ນ​ໂຄງການ​ປູກ​ຜັກ​ອິນ​ຊີ ສາມາດ​ຜະລິດ​ຜັກ​ອິນ​ຊີ​ໄດ້ 3.000 ໂຕນ

ໃນ​ນັ້ນ ຂາຍ​ໃນ​ຕະຫຼາດນັດ​ພືດ​ຜັກ​ອິນ​ຊີ ປີ 2019 ໄດ້ 1.500 ກວ່າ​ໂຕນ ມູນ​ຄ່າ​ການ​ຂາຍ​ປະມານ 7,6 ຕື້​ກີບ ເຊິ່ງ​ຂາຍ​ຢູ່ 6 ຈຸດ ໄດ້​ຊ່ວຍ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ສ້າງ​ລາຍ​ຮັບ​ໃຫ້​ຊາວ​ກະສິກອນ​ໄດ້​ເປັນ​ຢ່າງ​ດີ ນອກ​ນັ້ນ ຍັງ​ມີ​ບາງ​ໂຄງການ​ໄດ້​ມາ​ຟື້ນ​ຟູ​ຄືນ ເຊັ່ນ: ໂຄງການ​ປູກ​ມັນຕົ້ນ ປະຕິບັດ​ໄດ້ 2.843 ເຮັກຕາ ເທົ່າ​ກັບ 147% ໂຄງການ​ປູກ​ສາລີ ປະຕິບັດ​ໄດ້ 799 ເຮັກຕາ ເທົ່າ​ກັບ 80%.

ພາບປະກອບ

ສັງ​ລວມ​ແລ້ວ​ເຫັນ​ວ່າ ມີ​ການ​ຜະລິດ​ຕະ​ພັນ​ກະສິກຳ​ສົ່ງ​ອອກ​ໄປ​ຕ່າງປະເທດ ຄື:

ດ້ານ​ການ​ປູກຝັງ​ໄດ້​ສົ່ງ​ອອກ​ຕ່າງປະເທດ: ເຂົ້າ 241 ໂຕນ ມູນ​ຄ່າ 196.701 ໂດ​ລາ​ສະ​ຫາ​ລັດ ຫຼື ປະມານ 1,73 ຕື້​ກີບ ທາດ​ແປ້ງ 19.548 ໂຕນ ມູນ​ຄ່າ 2.435.524 ໂດ​ລາ ຫຼື ປະມານ 21,47 ຕື້​ກີບ ພືດ​ອຸດສາຫະກຳ 32.741 ໂຕນ ມູນ​ຄ່າ 7.072.958 ໂດ​ລາ ຫຼື ປະມານ 62,36 ຕື້​ກີບ ໄມ້ 20.521 ໂຕນ ມູນ​ຄ່າ 1.503.950 ໂດ​ລາ ຫຼື ປະມານ 13,26 ຕື້​ກີບ ໝາກ​ໄມ້-ພືດ​ຜັກ 2.106 ໂຕນ ມູນ​ຄ່າ 142.852 ໂດ​ລາ ຫຼື ປະມານ 1,25 ຕື້​ກີບ ເຄື່ອງ​ປ່າ​ຂອງ​ດົງ 144 ໂຕນ ມູນ​ຄ່າ 183.397 ໂດ​ລາ ຫຼື ປະມານ 1,61 ຕື້​ກີບ ລວມ​ທັງ​ໝົດ 75.301 ໂຕນ

ລວມ​ມູນ​ຄ່າ​ທັງ​ໝົດ 11.535.382 ໂດ​ລາ ຫຼື ປະມານ 101,76 ຕື້​ກີບ ດ້ານ​ການ​ລ້ຽງສັດ ຄື: ຊີ້ນ​ຄວາຍ​ອົບ​ແຫ້ງ 10 ໂຕນ ລວມ​ມູນ​ຄ່າ 937.500 ໂດ​ລາ ຫຼື ປະມານ 8,27 ຕື້​ກີບ ສັງ​ລວມ​ແລ້ວ​ໄດ້​ສົ່ງ​ອອກ​ຜະລິດ​ຕະ​ພັນ​ກະສິກຳ ແລະ ປ່າໄມ້ ເປັນ​ມູນ​ຄ່າ​ທັງ​ໝົດ 16.626.618 ໂດ​ລາ ຫຼື ປະມານ 146,67 ຕື້​ກີບ.

ສຳລັບ​ການ​ຜະລິດ​ກະສິກຳ​ສະອາດ:

ປູກ​ພືດ​ຜັກ​ອິນ​ຊີ ເນື້ອທີ່ 279 ເຮັກຕາ ມີ 238 ຄອບຄົວ 11 ກຸ່ມ ການ​ຜະລິດ​ກວມ​ເອົາ 6 ເມືອງ ຄື:

ເມືອງ​ສີ​ໂຄດ​ຕະບອງ ນາ​ຊາຍ​ທອງ ໄຊ​ທານີ ໄຊ​ເສດ​ຖາ ຫາດ​ຊາຍ​ຟອງ ແລະ ເມືອງ​ປາກ​ງື່ມ ຜະລິດ​ສະມັດ​ທະ​ພາບ​ສະເລ່ຍ 10,75 ໂຕນ​ຕໍ່​ເຮັກຕາ ຜົນ​ຜະລິດ 3.000 ໂຕນ​ຕໍ່​ປີ ມີ​ຕະຫຼາດ​ຈຳໜ່າຍ 6 ຈຸດ ຄື: ຕະຫຼາດ​ດົງ​ນາ​ໂຊກ ສູນ​ການ​ຄ້າ ລາວ-ໄອ​ເຕັກ ຕະຫຼາດ​ຫ້ວຍ​ຫົງ ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ຕະຫຼາດ​ບ້ານ​ຊ້າງ​ຄູ້ ແລະ ຕະຫຼາດ​ຫຼັກ 8 ມູນ​ຄ່າ​ການ​ຂາຍ 6 ຕື້​ກວ່າ​ກີບ.

 ຫຼັງ​ຈາກ​ນັ້ນ ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ທ່ານ​ເຈົ້າ​ຄອງ ນວ ເຊິ່ງ​ທ່ານ​ໄດ້​ສະເໜີ​ໃຫ້​ເອົາໃຈໃສ່ ຊຸກຍູ້​ການ​ຜະລິດ​ກະສິກຳ​ໃຫ້​ເປັນ​ລັກສະນະ​ຮູບ​ປະ​ທຳ ໂດຍ​ສຸມ​ໃສ່​ການ​ຜະລິດ​ລະດູແລ້ງ ເພື່ອ​ສະໜອງ​ໃຫ້​ຂົງເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ເພື່ອ​ຄ້ຳປະກັນ​ທາງ​ດ້ານ​ສະບຽງ​ອາຫານ ແລະ ເນັ້ນ​ໃສ່​ການ​ຜະລິດ​ກະສິກຳ​ສະອາດ ສີຂຽວ ໃຫ້​ຂະແໜງການ​ທີ່​ກ່ຽວຂ້ອງ​ສືບຕໍ່​ແກ້​ໄຂ​ລະບົບ​ຊົນລະປະທານ ເພື່ອ​ສະໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດ​ທັນ​ກັບ​ເວລາ ໂດຍ​ສະເພາະ ລະດູແລ້ງ ສົກ​ປີ 2019-2020.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.