Sunday, December 7, 2025
Kbank Laos โอน รับ จ่าย

ປະເທດ! ຕ້ອງສ້າງພື້ນຖານໂຄງລ່າງໃຫ້ທົນທານຕ້ານໄພພິບັດ

ກອງປະຊຸມສຳມະນາ ແລະການສະເຫຼີມສະຫຼອງວັນຫຼຸດຜ່ອນໄພພິບັດສາກົນ ແລະວັນຄຸ້ມຄອງໄພພິບັດອາຊຽນປະຈຳປີ 2019 ທີ່ຈັດຂຶ້ນແມ່ນໄດ້ຍົກເອົາບັນຫາ “ຂ້າມຜ່ານການຟື້ນຟູໄພພິບັດສູ່ຄວາມເຂັ້ມແຂງ” ແລະຄຳຂວັນຫົວຂໍ້ຂອງວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ “ສ້າງພື້ນຖານໂຄງລ່າງສ້າງໃຫ້ທົນ ທານການລົງທຶນເຂົ້າໃນການຟື້ນຟູຫຼັງໄພພິບັດ ຈໍາເປັນທີ່ຈະຕ້ອງຄໍານຶງ ເຖິງຄວາມສ່ຽງໄພພິບັດທີ່ອາດຈະເກີດຂຶ້ນໃນອະນາ ຄົດ”.

ຊຶ່ງເຂົ້າຮ່ວມເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ,ປະທານຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດແຫ່ງຊາດ, ທ່ານ ນາງ ລີຄາດາ ຣີເຈີ, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈຳລາວ, ພ້ອມນັ້ນຍັງມີບັນຜູ້ຕາງໜ້າຈາກອົງການທີ່ກ່ຽວຂ້ອງ, ຄູອາຈານ ແລະ ນ້ອງນັກ ສຶກສາຈາກຄະນະວິສາວະກຳສາດ ມາຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ:

ສໍາລັບປີ 2019 ນີ້, ອາຊຽນ ໄດ້ກໍານົດເອົາຄໍາຂວັນໃນຫົວຂໍ້ “ຂ້າມຜ່ານການຟື້ນຟູໄພພິບັດສູ່ຄວາມເຂັ້ມແຂງໄປຄຽງຄູ່ກັບຄໍາຂວັນຫົວຂໍ້ຂອງວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນຄື “ສ້າງພື້ນຖານໂຄງລ່າງ ສ້າງໃຫ້ທົນທານ ການລົງທຶນເຂົ້າໃນການກໍ່ສ້າງ ຫຼື ຟື້ນຟູຫຼັງໄພພິບັດ ຈໍາເປັນທີ່ຈະຕ້ອງຄໍານຶງ ເຖິງຄວາມສ່ຽງໄພພິບັດທີ່ອາດຈະເກີດຂຶ້ນໃນອະນາຄົດ, ຖ້າຫາກມີການວາງແຜນ ແລະການອອກແບບທີ່ດີ ໃຫ້ມີຄວາມທົນທານແມ່ນຈະຊ່ວຍໃຫ້ພື້ນຖານໂຄງລ່າງທີ່ສ້າງຂຶ້ນມີຄວາມແຂງແຮງທົນທານ ສາມາດຕ້ານທານກັບໄພພິບັດທີ່ອາດຈະເກີດຂຶ້ນ.

ສະນັ້ນ ນັກອອກແບບໃນອະນາຄົດກໍແມ່ນນັກສຶກສາບາງນ້ອງຢູ່ໃນທີ່ນີ້ ຫຼື ຜູ້ທີ່ຮັບຜິດຊອບໂຄງການໃນການລົງທຶນ ໂດຍສະເພາະແມ່ນການກໍ່ສ້າງຖະໜົນ, ຫົນທາງ, ຕຶກອາຄານ ຫຼື ການພັດທະນາອື່ນໆ ທີ່ອາດຈະມີຄວາມສ່ຽງຕໍ່ໄພພິບັດ ຫຼື ອາດຈະສົ່ງຜົນກະທົບເຮັດໃຫ້ເກີດໄພອັນຕະລາຍ ຈະຕ້ອງໄດ້ຄຳນຶງ ແລະຕ້ອງປະຕິບັດບັນດາມາດຕະການມາດຕະຖານຕ່າງໆ.

ທ່ານ ຄຳແພງ ໄຊສົມແພງ ໃຫ້ຮູ້ອີກວ່າ:

ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດໂດຍສະເພາະໃນມາດຕາ 68 ຊຶ່ງໄດ້ກໍານົດເອົາວັນທີ 13 ຕຸລາ ຂອງທຸກໆປີເປັນວັນຄຸ້ມຄອງໄພພິບັດແຫ່ງຊາດຂອງລາວ,ວັນດຽວກັນກັບວັນຄຸ້ມຄອງໄພພິບັດອາຊຽນ ແລະວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ, ຕິດພັນກັບຫົວຂໍ້ຄໍາຂວັນ ຂອງວັນດັ່ງກ່າວໃນປີນີ້.

ກະຊວງແຮງງານ ແລະສະຫວັດດີການສັງຄົມກໍຄືຄະນະກໍາມະການປ້ອງກັນ ແລະຄວບຄຸມໄພພິບັດແຫ່ງຊາດພ້ອມກັນຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອລະນຶກເຖິງວັນດັ່ງກ່າວເພື່ອເປັນການໂຄສະນາປູກຈິດສໍານຶກໃຫ້ສັງຄົມ ແລະຊຸມຊົນໄດ້ມີສະຕິ ແລະມີສ່ວນຮ່ວມເຂົ້າໃນວຽກງານຄຸ້ມຄອງໄພພິບັດເປັນຕົ້ນການປ້ອງກັນ, ຄວບຄຸມ ແລະຟຶ້ນຟູຄືນຫຼັງໄພພິບັດໂດຍໄດ້ອອກຜ່ານສື່ຕ່າງໆ,ໄປພ້ອມກັນກັບການສະເຫຼີມສະຫຼອງກໍໄດ້ມີກອງປະຊຸມສຳມະນາເພື່ອແລກປ່ຽນບົດຮຽນ ແລະປະກອບສ່ວນໃນການຄົ້ນຄິດ, ຊອກຫາວິທີທາງໃນການຊ່ວຍເຫຼືອກໍຄືຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໃຫ້ເຕີບໃຫຍ່ຂະຫຍາຍຕົວ.

ທ່ານນາງ ລີຄາດາ ຣີເຈີ ໄດ້ກ່າວວ່າ:

ສໍາລັບຄໍາຂວັນຂອງວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນປີນີ້ແມ່ນເນັ້ນໃສ່ສ້າງພື້ນຖານໂຄງລ່າງໃຫ້ທົນທານ, ຊຶ່ງຖືໄດ້ວ່າສອດ ຄ່ອງກັບຜົນກະທົບທີ່ເກີດຂຶ້ນກັບລະບົບພື້ນຖານໂຄງລ່າງຂອງລາວໃນໄລຍະທີ່ຜ່ານມາ, ເຮັດໃຫ້ລາວມີຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ, ແຕ່ທັງນີ້ການສ້າງພື້ນຖານໂຄງລ່າງໃຫ້ທົນທານຂອງສປປລາວຍັງຕ້ອງໄດ້ເອົາໃຈໃສ່ເປັນຕົ້ນແມ່ນການອອກແບບ ແລະສ້າງພື້ນຖານໂຄງລ່າງໃນອະນາຄົດເພື່ອຊ່ວຍກຽມພ້ອມກ່ອນເກີດໄພພິບັດ,

ສະນັ້ນໃນ ອະນາຄົດລາວຍັງຕ້ອງໄດ້ປະເມີນຈຸດທີ່ມີຄວາມສ່ຽງໃຫ້ລະອຽດເພື່ອກຳນົດຈຸດທີ່ຕັ້ງຂອງໂຮງຮຽນ, ໂຮງໝໍ, ທີ່ຢູ່ອາໄສໃໝ່ທີ່ມີຄວາມປອດໄພ ແລະມີຄວາມທົນທານຕໍ່ໄພພິບັດອີກດ້ວຍ.

ແຫຼ່ງຂໍ້ມູນ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢຸດເຮັດ! 5 ຂໍ້ນີ້ ທີ່ເຮັດໃຫ້ມືຖືເພໄວ ແລະ ຂໍ້ມູນຫາຍ! (ຫຼາຍຄົນຍັງເຂົ້າໃຈຜິດ)

ມືຖືເຄື່ອງແພງໆ ຢ່າປ່ອຍໃຫ້ເພໄວ້! ຖ້າໃຜຍັງເຮັດ 5 ຂໍ້ນີ້ຢູ່ ຮັບຮອງວ່າ ມືຖືທ່ານຈະເສື່ອມໄວ ແຖມຂໍ້ມູນສຳຄັນອາດຈະຫາຍໄດ້ງ່າຍໆ! ມາເບິ່ງວ່າທ່ານເຮັດຜິດຂໍ້ໃດແດ່?

Vietjet ໄດ້ເປີດຂາຍປີ້ຍົນລາຄາສູນໄປເກາະ ກ່ອນເດົາ (Con Dao), ເຊິ່ງເປັນສະຖານທີ່ພັກຜ່ອນເກາະແຫ່ງໃໝ່ທີ່ກຳລັງມາແຮງໃນອາຊີຕາເວັນອອກສ່ຽງໃຕ້

(ນະຄອນຫຼວງວຽງຈັນ, ວັນທີ 3 ທັນວາ 2025) – ສາຍການບິນ Vietjet ໄດ້ສະເຫຼີມສະຫຼອງການກັບມາຂອງຖ້ຽວບິນໂດຍກົງຈາກ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປຍັງ ກ່ອນເດົາ (Con Dao), ເຊິ່ງເປັນສະຖານທີ່ຫາດຊາຍທະເລຂອງຫວຽດນາມທີ່ກຳລັງດຶງດູດຄວາມສົນໃຈເພີ່ມຂຶ້ນ, ດ້ວຍໂປຣໂມຊັນພິເສດ 3 ວັນ ທີ່ໃຫ້ປີ້ຍົນໃນລາຄາ LAK 0 (ບໍ່ລວມອາກອນ ແລະ ຄ່າທໍານຽມ).

5 ສະຖານທີ່ ຊວນຕັ້ງແຄ້ມເຄົ້າດາວ ສົ່ງທ້າຍປີ 2025

ລົມໜາວພັດມາ ໄດ້ເວລາກຽມຕົວເພື່ອຕັ້ງແຄມ ຫຼື ເຄົ້າດາວແລ້ວແມ່ນບໍ? ຫຼາຍຄົນກໍໜ້າຈະວາງແຜນອອກໄປຕ່າງແຂວງ ຫຼື ສະຖານທີ່ໃນເຂດນອກຕົວເມືອງເພື່ອໃຫ້ໄດ້ບັນຍາກາດທີ່ງຽບສະຫງົບ ວິວທຳມະຊາດດີ ບ່ອນຖ່າຍຮູບງາມ ແຕ່ມື້ນີ້ທາງເຮົາມັດລວມ 5 ສະຖານທີ່ເຄົ້າດາວທີ່ຢູ່ບໍ່ໄກຈາກຕົວເມືອງມາໃຫ້ແລ້ວ ແຕ່ລະບ່ອນມີຈຸດພິເສດ ບັນຍາກາດ ທີ່ແຕກຕ່າງກັນ ແຕ່ຄັກຄືກັນເລີຍ ບໍ່ວ່າຈະໄປເປັນຄູ່, ໄປເປັນກຸ່ມໝູ່ ຫຼື ໄປແບບຄອບຄົວ ກໍດີໝົດມາເບິ່ງນຳກັນເລີຍ: