Monday, May 19, 2025
Kbank Laos โอน รับ จ่าย

ປູກຜັກໃນເຮືອນຮົ່ມເປັນອາຊີບ ສ້າງລາຍຮັບໃຫ້ປະຊາຊົນ ບ້ານວຽງສາ ເມືອງໄຊ ແຂວງອຸດົມໄຊ

ບ້ານວຽງສາເປັນບ້ານທີ່ຢູ່ໃນເທດສະບານເມືອງໄຊ ໄລຍະຜ່ານມາ ແມ່ນຍັງຖືອາຊີບເຮັດໄຮ່,ເຮັດນາ, ເຮັດສວນ ແລະ ຫາກິນແບບທໍາມະຊາດ ເປັນສ່ວນໃຫຍ່ ຈິ່ງເຮັດ ໃຫ້ລາຍຮັບຂອງຄອບຄົວບໍ່ໜັ້ນຄົງ ຊິີວິດການເປັນຢູ່ຂອງປະຊາຊົນ ພາຍໃນບ້ານຍັງທຸກຍາກ, ມີຄອບຄົວທຸກ 8 ຄອບຄົວ. ສະເລ່ຍລາຍຮັບ 3-4 ລ້ານກີບ/ຄອບຄົວ.

ສະຫາຍບຸນທອງ ພົມມະສອນ ເລຂາພັກ ນາຍບ້ານບ້ານວຽງສາ ລາຍງານໃນກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງໄຊຄັ້ງທີ່13 ທີ່ໄດ້ໄຂຂື້ນທີ່ສະໂມສອງແຂວງອຸດົມໄຊ ເມື່ອວັນທີ່ 30-31ຕຸລາ 2019 ໃຫ້ຮູ້ວ່າ:

ໂດຍພາຍໃຕ້ການນໍາພາຂອງຄະນະພັກ, ອົງການປົກຄອງບ້ານ ແລະ ຄວາມຕື່ນຕົວຂອງປະຊາຊົນໃນການສ້າງເສດຖະກິດຄອບຄົວ ມາຮອດປີ 2007 ຄອບຄົວຂອງຕົນເອງໄດ້ລິເລີ່ມເຮັດການປູກຜັກໃນເຮືອນຮົ່ມເປັນຜູ້ທໍາອິດ ເຊິ່ງເປັນໜໍ່ແໜງໃນການລິເລີ່ມ ແລະ ເປັນບົດຮຽນທີ່ດີມີຜົນສໍາເລັດທີ່ນໍາພາ ປະຊາຊົນພາຍໃນບ້ານຫັນມາປູກພືດຜັກໃນເຮືອນຮົ່ມ ເປັນອາຊີບຈົນເປັນທີ່ຍອມຮັບຂອງສັງຄົມມາເຖິງປະຈຸບັນ ເມື່ອເຫັນວ່າການ ປູກຜັກໄດ້ຂາຍດີ ມີລາຍໄດ້ປົກກະຕິ ກໍ່ມີຫຼາຍຄອບຄົວທີ່ມີດີນຢູ່ໃກ້ຄຽງ ພາກັນຫັນມາປູກຜັກໃນເຮືອນຮົ່ມ ມາຮອດປີ 2010 ໄດ້ມີ 8 ຄອບຄົວ,ມີໂຮງເຮືອນ 13 ຫຼັງ ຕໍ່ຈາກນັ້ນມາ ຫຼາຍຄອບຄົວທີ່ມີເນື້ອທີ່ນາຢູ່ເຂດນັ້ນ ເຫັນວ່າການປູກຜັກມີລາຍໄດ້ດີກວ່າການເຮັດນາ,ເຮັດໄຮ່ ຮັບຈ້າງຈຶ່ງພາກັນ ຫັນມາປູກຜັກໃນເຮືອນຮົ່ມເພີ່ມຂື້ນເປັນຈໍານວນຫຼາຍ.

ມາຮອດປີ 2014 ທາງຂະແໜງສົ່ງເສີມກະສິກໍາ ແລະ ສະຫະກອນ ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊ ໄດ້ລົງໄປຊຸກຍູ້ດ້ານວິຊາການ ແລະ ຈັດຕັ້ງເປັນກຸ່ມຜະລິດ ເວລານັ້ນ ມີສະມາຊິກກຸ່ມປູກຜັກ 54 ຄອບຄົວ ມີໂຮງເຮືອນປູກຜັກ 220 ຫຼັງ ມາຮອດວັນທີ່ 6 ມັງກອນ 2017 ເຈົ້າເມືອງ ເມືອງໄຊ ໄດ້ອອກໃບອານຸຍາດສ້າງຕັ້ງກຸ່ມຄຸ້ມຄອງການຜະລິດກະສິ-ກໍາ ໃຫ້ກຸ່ມປູກຜັກໃນເຮືອນຮົ່ມບ້ານວຽງສາຢ່າງເປັນທາງການ ແລະກໍ່ໄດ້ຮັບການສະໜັບສະໜູນທຶນຈາກລັດຖະບານ ແລະ ໂຄງການ ດີດີເອັບຊີ ຈຳນວນໜື່ງ ມາຮອດປະຈຸບັນ ມີສະມາຊິກ ທັງໝົດ 55 ຄອບຄົວ ມີໂຮງເຮືອນ 240 ຫຼັງ ພືດຜັກທີ່ປູກມີຫຼາຍຊະນິດ ເຊັ່ນ: ຜັກກາດຊອມ, ຜັກສະຫຼັດ, ຜັກບົ່ວ, ຜັກຫອມປ້ອມ,ຜັກຊີ, ຜັກກ້ານກໍ່າ ຫຼື ຜັກຫອມລາບ ແລະ ຜັກອື່ນໆ ຫຼາຍຊະນິດ ປູກຕາມຄວາມ ຕ້ອງການຂອງທ້ອງຕະຫຼາດ ລວມຜົນຜະລິດໄດ້ 200 ໂຕ່ນ/ປີ. ສາມາດສ້າງລາຍຮັບຈາກການຂາຍພືດຜັກ 1,2 ຕື້ ກີບ/ປີ ສະເລ່ຍໃສ່ຄອບຄົວໄດ້ 21.00.000 ກວ່າກີບ/ຄອບຄົວ ຫຼື 5.660.000/ຄົນ/ປີ.

ເວົ້າລວມແລ້ວການປູກຜັກໃນເຮືອນຮົ່ມໂດຍການໃສ່ຝຸ່ນຄອກ ສາມາດຍືດເປັນອາຊີບຂອງຄອບຄົວໄດ້ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບ້ານວຽງສາດີຂື້ນເທື່ອລະກ້າວ ສະແດງໃຫ້ເຫັນໃນປະຈຸບັນມີຄອບຄົວພຸ້ນທຸກແລ້ວ 255 ຄອບຄົວມີເຮືອນຖາວອນ168 ຫຼັງ ມີລົດໃຫ່ຍ66ຄັນລົດຈັກ 387 ຫຄັນໂຮງສີເຂົ້າ 20 ເຄື່ອງລູກຫຼານໄດ້ເຂົ້າໂຮງຮຽນແລະໄປຮຽນຕໍ່ວິຊາສະເພາະພາຍໃນແລະຕ່າງປະເທດ ຜົນສໍາເລັດທັງໝົດນີ້ກໍ່ຍ້ອນ ມີແນວທາງອັນຖືກຕ້ອງຂອງພັກ-ລັດຂັ້ນເທິງ ທີ່ໄດ້ກະຕຸກຊຸກຍູ້, ສະໜັບສະໜູນ, ຊີ້ທິດເຍືອງທາງໃຫ້ແກ່ ຄະນະໜ່ວຍພັກ, ອົງການປົກຄອງບ້ານວຽງສາ ໃນການວາງແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ ຈົນມີຜົນສໍາເລັດ

ແຫຼ່ງຂໍ້ມຸນ: ຂຽນໂດຍ: ນ້ອຍ ງອນວິໄລ
ມີເດຍລາວ ອຸດົມໄຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້