Friday, November 7, 2025
Kbank Laos โอน รับ จ่าย

ປະຫວັດ ພຣະມະຫາງອນ ດຳຣົງບຸນ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ປະຫວັດຫຍໍ້

ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ, ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.

ພາສາອັງກິດ: His Holiness, Phra Yotkeo Mahāsaṇgha Sudhammādhipati (Mahāngon Damrongboun) Ratana Mahasangha Pamokkha, the President of Central Buddhist Fellowship Organization of Lao PDR.

ພວກເຮົາຮູ້ຈັກກັນໃນນາມ ພຣະຍອດແກ້ວມະຫາງອນ ດຳຣົງບຸນ ຫຼື ຍາທ່ານໃຫຍ່ມະຫາງອນ ດຳລົງບຸນ ສິຣິຊົນມາຍຸ 89 ປີ 69 ພັນສາ.

ຕຳແໜ່ງປັດຈຸບັນ

ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ສະຖິດພຳນັກຢູ່

ວັດພຣະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ

ສະຖານະເດີມ

ສະຖານະເດີມ ມີຊື່ວ່າ ງອນ ນາມສະກຸນ ດຳຣົງບຸນ ເກີດວັນທີ 10 ກຸມພາ ພ.ສ. 2473 (ຄ.ສ. 1930) ທີ່ບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ຖືກຳເນີດໃນຄອບຄົວ ຊົນເຜົ່າລາວຜູ່ໄທ ບິດາຊື່ ເມກ (ເສຍຊີວິດປີ 1942) ມານດາຊື່ ສຸ້ຍ (ເສຍຊີວິດ ປີ 1964) ມີອ້າຍເອື້ອຍນ້ອງ ຮ່ວມແມ່ດຽວກັນ 11 ຄົນ ອ້າຍເອື້ອຍນ້ອງຕ່າງບິດາ 8 ຄົນ ພຣະຍອດແກ້ວ ເປັນບຸດຄົນທີ 2 ຂອງ ຄອບຄົວ ດຳຣົງບຸນ

ບັນພະຊາ

ໃນປີ ພຣະພຸດທະສັງກາດ 2486 (ຄ.ສ. 1943) ພຣະຍອດແກ້ວ ບັນພະຊາເປັນ ສາມະເນນ ເມື່ອາຍຸ 13 ປີ ໃນມື້ ຂຶ້ນ ຄ່ຳ ເດືອນ 6 ປີ ພ.ສ. 2486 ທີ່ວັດບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ຍາທ່ານຈີ ກັນຕະສີໂລ ເຈົ້າອະທິການວັດສີພິມພາຣາມ ບ້ານນາກະລາ ເມືອງສອງຄອນ ເປັນພຣະອຸປັດຊາ

ອຸປະສົມບົດ

ພຣະຍອດແກ້ວ ອາຍຸໄດ້ 20 ປີ ກໍໄດ້ເຂົ້າຮັບການອຸປະສົມບົດ ເປັນພຣະພິກຂຸໃນພຣະພຸດທະສາສະໜາ ໃນວັນທີ 14 ມັງກອນ ພຣະພຸດທະສັກກະຣາດ 2493 (ຄ.ສ. 1950) ທີ່ ພັດທະສີມາ ວັດອຸບມຸງ ບ້ານລະຫາໂຄກ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ທ່ານຕາແສງຈັນ ເປັນເຈົ້າພາບເຈົ້າສັດທາ ອຸປະຖັມການອຸປະສົມບົດ ມີ ຍາທ່ານເຄນ ເຈົ້າຄະນະເມືອງຈຳພອນ ເປັນພຣະອຸປັດຊາ ຍາທ່ານຈີ ກັນຕະສີໂລ ເປັນ ພຣະກັມມະວາຈາເບື້ອງຂວາ ຍາຄູຮຸຍ ເປັນພຣະກັມມະວາຈາເບື້ອງຊ້າຍ ອຸປະສົມບົດສຳເລັດໃນເວລາ 10:34 ນາທີ ມີ ພຣະສົງນັ່ງຫັດຖະບາດ 24 ອົງ

ວຸດທິການສຶກສາ

ພ.ສ. 2487 (ຄ.ສ. 1944) ສຶກສາອັກສອນທັມ ອັກສອນຂອມໃນໃບລານ ທ່ອງບົດສູດມົນຕ່າງໆ ໃນສະໄໝນັ້ນ ຄືມົນນ້ອຍ ມົນກາງ ມົນເດິກ ພ້ອມດ້ວຍບົດສູດ ທັມມະຈັກ ແລະ ຮຽນລະດັບປະຖົມ ປ 3 ສຳເລັດ
ພ.ສ. 2492 (ຄ.ສ. 1949) ຈົບນັກທັມຊັ້ນເອກ ແລະ ພາສາຝຣັ່ງເສດ
ພ.ສ. 2500 (ຄ.ສ. 1957) ຈົບການສຶກສາອຸດົມຊັ້ນຕີ ແລະ ມະຫາປະຣຽນ 7 ປະໂຫຍກ

ໜ້າທີ່ຕຳແໜ່ງ

ພ.ສ. 2518 (ຄ.ສ. 1975) ໄດ້ຮັບແຕ່ງຕັ້ງເປັນ ກັມມະການສູນກາງອົງການພຸດທະສາສະໜາສັມພັນ ຂອງ ສປປ ລາວ.
ພ.ສ. 2521-2550 (ຄ.ສ. 1978-2007) ໄດ່ຮັບການແຕ່ງຕັ້ງເປັນ ປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ ທັງເປັນກັມມະການ ສູນກາງ ອພສ ແລະ ຄະນະກັມມະການສູນກາງແນວລາວສ້າງຊາດ.
ພ.ສ.2554 (ຄ.ສ.2011) ໄດ້ຮັບການແຕ່່ງຕັ້ງໃຫ້ເປັນ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ອົງທີ 1 ແລະຮັບຜິດຊອບທັງໝົດ 5 ແຂວງພາກໃຕ້
ພ.ສ. 2558 (2015) ວັນທີ 17 ທັນວາ 2015 ໄດ້ຮັບການແຕ່ງຕັ້ງເປັນ ອົງພຣະສັງຄະປະທານາທິບໍດີ ສະກົນມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງທີ 5 ຕາມສຸວັນນະຈາຣຶກວ່າ ອົງພຣະສັງຄະປະທານາທິບໍດີ ປັນຈະສີວິສຸດ ພຸດທະວະຣາງກູນ ວິບູນທັມມະຣັດຕະນະຍານນາຍົກ ຕຣີປິດົກໂກສົນ ດຳຣົງບຸນມະຫາເຖຣະເຈົ້າ ສະກົນມະຫາສັງຄະປາໂມກ.
ພ.ສ. 2562 (ຄ.ສ. 2019) ອີງຕາມທັມມະນູນສົງລາວ ສະບັບເລກທີ 37/ນຍ ລົງວັນທີ 15 ກຸມພາ 2019 ແລະ ອີງຕາມ ມະຕິເປັນເອກະສັນ ຂອງກອງປະຊຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຄັ້ງ ວັນທີ 29 ກໍລະກົດ 2019 ພຣະເດດພຣະຄຸນ ໄດ້ຮັບຂຶ້ນເປັນ ພຣະຍອດແກ້ວ ຕາມສຸວັນນະຈາຣຶກວ່າ:

“ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ ປັນຈະສີວິສຸດອຸດຕະມະໂພທິຄຸນ ວິບູນທັມມະ ຣັດຕະນະຍານນາຍົກ ຕຣີປິດົກໂກສົນວິລາດ ພຸດທະບໍຣິສັດຄາຣະວະສະຖານ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ”.

ຜົນງານທາງດ້ານໜັງສື

ຄວາມຈະເຣີນແບບພຸດ
ພຣະໂອວາດທັມຂອງພໍ່ທ່ານ
ຮັກສາທັມຄືການຮັກສາໂລກ
ໜັງສືເທສະໜາ ສະຫຼອງ 50 ກັນທັມມະໄຊຊະນະຂອງພຣະພຸດທະເຈົ້າ

ສາທຸ ສາທຸ ສາທຸບຸນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.