Monday, May 19, 2025
Kbank Laos โอน รับ จ่าย

ສຳມະນາການລົງທຶນໃນລາວ ເຈາະປະເດັນການລວມກິດຈະການ ແລະພາສີອອກໃໝ່

ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວເປີດງານສຳມະນາໃນຫົວຂໍ້ “ຮູ້ທັນການລົງທຶນໃນລາວ – ເຈາະປະເດັນການຄຸ້ມຄອງກິດຈະການໃນລາວ ແລະ ການນຳສະເໜີພາສີທີ່ຈະອອກໃໝ່” ທີ່ໂຮງແຮມ Landmark Mekong Riverside ນະຄອນຫຼວງວຽງຈັນ ໂດຍມີທ່ານ ຢຸດທະພົງ ສຸນທະຣິນຄະ ຜູ້ອຳນວຍການບໍລິສັດ ເຄພີເອັມຈີ ລາວ ຈຳກັດ, ທ່ານ Ganesan Kolandevelu ຜູ້ອຳນວຍການບໍລິສັດ ເຄພີເອັມຈີ ລາວ ຈຳກັດ, ທ່ານ ທຳນອງ ພົນທອງມາກ ກຳມະການຜູ້ຈັດການ ບໍລິສັດ ຊີພີ ລາວ ຈຳກັດ ໃນຖານະກຳມະການບໍລິຫານສະພາທຸລະກິດໄທ – ລາວ ແລະ ຮອງນາຍົກສະມາຄົມນັກທຸລະກິດໄທ ໃນ ສປປ ລາວ, ທ່ານ ເພັດສະຫວັນ ມາລາບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ລວມທັງພາກເອກກະຊົນໄທ ແລະ ສປປ ລາວ ເຂົ້າຮ່ວມປະມານ 150 ຄົນ.

ງານສຳມະນາດັ່ງກ່າວ, ຈັດໂດຍບໍລິສັດ ເຄພີເອັມຈີ ລາວ ຈຳກັດ, ສະພາທຸລະກິດໄທ – ລາວ ແລະ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ເພື່ອໃຫ້ຄວາມຮູ້ ແລະ ແລກປ່ຽນຂໍ້ມູນກ່ຽວກັບຂັ້ນຕອນ, ຂໍ້ພິຈາລະນາສຳຄັນ ແລະ ການດຳເນີນການທາງພາສີ ແລະ ກົດໝາຍໃນການຄຸ້ມຄອງກິດຈະການ ຕະຫຼອດຈົນເຖິງປະເດັນການປັບປຸງກົດໝາຍພາສີ ແລະ ກົດໝາຍພາສີໃໝ່ທີ່ຈະປະກາດໃຊ້ໃນ ສປປ ລາວ.

ງານສຳມະນາຄັ້ງນີ້, ເປັນກິດຈະກຳຕໍ່ເນື່ອງຈາກງານສຳມະນາເລື່ອງພາສີ ແລະ ກົດໝາຍແຮງງານທີ່ກ່ຽວຂ້ອງກັບການປະກອບທຸລະກິດໃນ ສປປ ລາວ ຊຶ່ງຈັດໂດຍສະພາທຸລະກິດໄທ – ລາວ ແລະ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ທີ່ນະຄອນຫຼວງພະບາງ ເມື່ອເດືອນມີນາທີ່ຜ່ານມາ ແລະ ງານສຳມະນາແນວທາງການສະໜັບ ສະໜູນໃຫ້ນັກທຸລະກິດໄທ ລົງທຶນໃນກຳປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຊຶ່ງຈັດໂດຍສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ສະພາທຸລະກິດໄທ – ລາວ ແລະ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ເມື່ອເດືອນກັນຍາທີ່ຜ່ານມາ.

ແຫຼ່ງຂໍ້ມູນ: Royal Thai Embassy, Vientiane 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້