Friday, July 11, 2025
Kbank Laos โอน รับ จ่าย

ລາວ-ກໍາປູເຈຍ-ຫວຽດນາມ ເພີ່ມການຮ່ວມມືຄຸ້ມຄອງປ່າໄມ້ແບບຍືນຍົງ

ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງພະບາງ ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ຮ່ວມກັບ ສະຖາບັນສິ່ງແວດລ້ອມ ສ ເກົາຫລີ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດສາກົນ ປະຈຳປີ 2019 ຄັ້ງທີ VIII ຂຶ້ນພາຍໃຕ້ຫົວຂໍ້:

ການຄຸ້ມຄອງປ່າໄມ້ແບບຍືນຍົງຢູ່ ລາວ, ກຳປູເຈຍ ແລະ ຫວຽດນາມ.

ໃນກອງປະຊຸມ ໄດ້ມີການນໍາສະເໜີບົດຄົ້ນຄວ້າ ຈໍານວນ 13 ບົດ ເຊິ່ງແບ່ງອອກເປັນ 3 ວາລະ ເພື່ອໃຫ້ບັນດາຜູ້ແທນ ສົນທະນາແລກປ່ຽນຄໍາຄິດຄໍາເຫັນຢ່າງມີເຫດມີຜົນ ແລະ ຖືກຕ້ອງກັບພາວະວິໄສ ເຊິ່ງໄດ້ລົງເລິກເຖິງບົດບາດການຮ່ວມມື ການຄຸ້ມຄອງປ່າໄມ້ແບບຍືນຍົງຕໍ່ການພັດທະນາໃນ 3 ປະເທດ ແລະ ບົດຮຽນການຄຸ້ມຄອງປ່າໄມ້ແບບຍືນຍົງຢູ່ສາທາລະນະລັດ ສ ເກົາຫລີ ແລະ ໃນໂລກ.

ທັງນີ້ ເພື່ອປະກອບສ່ວນໃນການປົກປັກຮັກສາ ແລະ ເປັນມິດກັບສິ່ງແວດລ້ອມ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນຕາມທິດພັດທະນາຍືນຍົງ, ສົມດູນກັບຄວາມສາມາດ ແລະ ທ່າແຮງການພັດ ທະນາຂອງຂົງເຂດໃນສະພາບການໃໝ່.

ການຄົ້ນຄວ້າວິໄຈ ແລະ ຂໍ້ສະເໜີແນະຕ່າງໆຈາກວິທະ ຍາກອນ ແລະ ສໍາມະນາກອນຄັ້ງນີ້ ມີຫລາຍຄໍາຄິດຄໍາເຫັນສໍາຄັນທີ່ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ ນຳສະເໜີໃຫ້ການນຳຂອງພັກ ແລະ ລັດຖະບານແຕ່ລະປະເທດຮັບຊາບ ເພື່ອຈະໄດ້ມີການຊີ້ນຳນຳພາໃຫ້ຖືກຕ້ອງເໝາະສົມ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.