Wednesday, March 26, 2025

ສົ່ງເສີມໃຫ້ຊາວສວນປູກກາເຟສາຍພັນ ຕີປີກ້າ ໃຫ້ຫຼາຍຂຶ້ນ

ເພື່ອ​ຊຸກ­ຍູ້-ສົ່ງ­ເສີມ​ຊາວ​ສວນ ໂດຍ​ສະ­ເພາະ ຊາວ​ສວນ​ເມືອງ​ປາກ​ຊ່ອງ ແຂວງ​ຈຳ­ປາ​ສັກ ປູກ​ກາ­ເຟ​ນ້ອຍ (ສາຍ​ພັນ​ຕີ​ປີ​ກ້າ) ໃຫ້​ຫຼາຍ​ຂຶ້ນ ທັງ​ສາ­ມາດ​ຮັບ­ປະ­ກັນ​ດ້ານ​ປະ­ລິ­ມານ ຄຸນ​ນະ​ພາບ ມີ​ຄວາມ​ຍືນ​ຍົງ ແລະ ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ເຂົາ­ເຈົ້າ​ນັບ​ມື້​ຫຼາຍ​ຂຶ້ນ ບໍ­ລິ­ສັດ GP Lao ຈຶ່ງ​ໄດ້​ຮ່ວມ​ມື​ກັບ​ສະ­ຫະກອນ​ຊາວ​ສວນ​ໃຈ​ກາ­ເຟ ເພື່ອ​ຊຸກ­ຍູ້​ການ​ປູກ​ກາ­ເຟ​ສາຍ​ພັນ​ຕີ​ປີ​ກ້າ​ໃຫ້​ຫຼາຍ​ຂຶ້ນ ເນື່ອງ​ຈາກ​ເປັນ​ສາຍ​ພັນ​ທີ່​ຕະ­ຫຼາດ​ຕ່າງ­ປະ­ເທດ​ຕ້ອງ­ການ​ສູງ ແລະ ມີ​ລາ­ຄາ​ແພງ​ກວ່າ​ສາຍ​ພັນ​ອື່ນ.

ພາບປະກອບ

ພິ­ທີ​ລົງ​ນາມ​ເປີດ​ໂຄງ­ການ​ຮ່ວມ​ມື​ສົ່ງ­ເສີມ​ກາ­ເຟ​ໃຫ້​ຍືນ​ຍົງ ຈັດ​ຂຶ້ນ​ວັນ​ທີ 1 ພະ­ຈິກ 2019 ຢູ່​ສະ­ຫະກອນ​ຊາວ​ສວນ​ໃຈ​ກາ­ເຟ ບ້ານ​ພູ​ໂອຍ ເມືອງ​ປາກ​ຊ່ອງ ແຂວງ​ຈຳ­ປາ​ສັກ ລະ­ຫວ່າງ​ທ່ານ ບຸນ​ເອື້ອນ ສີ​ລາ​ເພັດ ປະ­ທານ​ສະ­ຫະ­ກອນ​ຊາວ​ສວນ​ໃຈ​ກາ­ເຟ ແລະ ທ່ານ Kazuaki Takemura ປະ­ທານ​ຜູ້​ບໍ­ລິ­ຫານ​ບໍ­ລິ­ສັດ GP Lao ໂດຍ​ມີ​ທ່ານ ວິ­ຈິດ ແກ້ວ​ບົວ​ພາ ເຈົ້າ­ເມືອງ​ປາກ​ຊ່ອງ ທ່ານ ຄຳ​ເພັດ ພອນ​ແກ້ວ ຜູ້­ອຳ­ນວຍ­ການ ບໍ­ລິ­ສັດ GP Lao ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ພາບປະກອບ

ທ່ານ Kazuaki Takemura ໃຫ້​ສຳ­ພາດ​ວ່າ:

ປັດ­ຈຸ­ບັນ ການ​ປູກ​ກາ­ເຟ​ສາຍ​ພັນ​ຕີ​ປີ​ກ້າ ຢູ່​ປະ­ເທດ​ຕ່າງໆ​ທົ່ວ​ໂລກ ມີ​ທ່າ​ອ່ຽງ​ຫຼຸດ​ລົງ ແຕ່​ກາ­ເຟ​ສາຍ​ພັນ​ດັ່ງ­ກ່າວ​ມີ​ລົດ​ຊາດ​ແຊບ ກິ່ນ​ຫອມ ແລະ ເປັນ​ທີ່​ຕ້ອງການ​ຫຼາຍ​ຈາກ​ຕະ­ຫຼາດ​ຕ່າງ­ປະ­ເທດ ຈຶ່ງ​ຢາກ​ສ້າງ​ໃຫ້​ປະ­ເທດ​ລາວ ໂດຍ​ສະ­ເພາະ ເຂດ​ເມືອງ​ປາກ​ຊ່ອງ ປູກ​ກາ­ເຟ​ສາຍ​ພັນ​ດັ່ງ­ກ່າວ ​ໃຫ້​ມີ​ຄຸນ​ນະ​ພາບ​ລະ­ດັບ​ສາ­ກົນ ແລະ ມີ​ຄວາມ​ຍືນ​ຍົງ ເນື່ອງ​ຈາກ​ເປັນ​ເຂດ​ທີ່​ມີ​ຄວາມ​ອຸ­ດົມ­ສົມ­ບູນ​ດ້ານ​ທຳ​ມະ​ຊາດ.

ພາບປະກອບ

ພ້ອມ​ນີ້ ພວກ​ເຮົາ​ຍັງ​ໄດ້​ກຳ­ນົດ​ລາ­ຄາ​ຊື້-ຂາຍທີ່​ສົມ​ເຫດ​ສົມ​ຜົນ ເນື່ອງ​ຈາກ​ມີ​ຕະ­ຫຼາດ​ຮອງ​ຮັບ​ທີ່​ແນ່­ນອນ ສຳ­ລັບ​ປີ​ທຳ​ອິດ​ນີ້ ພວກ​ເຮົາ​ຈະ​ສະ­ໜອງ​ເບ້ຍ​ກາ­ເຟ​ສາຍ​ພັນ​ຕີ​ປີ​ກ້າ 111.000 ເບ້ຍ ໃຫ້​ຊາວ​ສວນ​ນຳ­ໄປ​ປູກ​ໃຫ້​ໄດ້​ຄຸນ​ນະ​ພາບ ຈາກ​ນັ້ນ ຈຶ່ງ​ຈະ​ຂະ­ຫຍາຍ​ຂຶ້ນ​ເລື້ອຍໆ ເພື່ອ​ຮອງ​ຮັບ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ແນ­ໃສ່​ໃຫ້​ຊາວ​ສວນ​ມີ​ລາຍ​ຮັບ ແລະ ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ເຂົາ­ເຈົ້າ​ນັບ​ມື້​ດີ​ຂຶ້ນ.

ແຫຼ່ງຂໍ້ມູນ: ນສພ ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ