່ ສປປ ລາວ ຕັ້ງຢູ່ຈຸດຕັດຂອງອາຊີ ຕາເວັນອອກສຽງໃຕ້, ທາງຫຼວງສາຍຫຼັກ ແມ່ນຍາວແຕ່ເຫນືອເຖິງໃຕ້ ( ທາງຫຼວງອາຊີ ສາຍເລກທີ 11 ) ແລະ ທາງຫຼວງ ທີ່ເຊື່ອມຕໍ່ຕາເວັນອອກ-ຕາເວັນຕົກ ທີ່ຜູ້ປະກອບການນໍາໃຊ້ສໍາລັບການຄ້າສາກົນເກືອບທັງຫມົດ, ລົດບັນທຸກຂະຫນາດໃຫຍ່ຈໍານວນຫຼາຍກັບລົດທ້ອງຖິ່ນທີ່ ສັນຈອນໄປມາຜ່ານຫມູ່ບ້ານນ້ອຍຕ່າງໆ ການໃຊ້ຄວາມໄວເກີນກໍານົດແມ່ນຂຶ້ນໄປໃນທົ່ວທຸກບ່ອນ.
ສະນັ້ນ, ຈຶ່ງເປັນຄວາມສ່ຽງຕໍ່ການເກີດອຸບັດຕິເຫດ.
ໃນວິໄສທັດ 2030 ເສັ້ນທາງຫຼວງແຫ່ງຊາດ ຕ້ອງມີຄວາມປອດໄພ ໂດຍເສັ້ນທາງໃນຕົວເມືອງ ທີ່ມີການສັນ ຈອນຫນາແຫນ້ນ ຈະຕ້ອງມີຈຸດຈອດ-ຮັບຜູ້ ໂດຍສານທີ່ປອດໄພສໍາລັບລົດໂດຍສານສາທາລະນະ, ທາງຍ່າງ ແລະ ຈຸດຂ້າມທາງທີ່ປອດໄພ, ທາງຄົບກັນຈະຕ້ອງມີວົງວຽນ ຫຼື ໄຟອໍານາດ, ທາງຫຼວງແຫ່ງຊາດ ທີ່ມີການສັນຈອນຫນາແຫນ້ນ.
ຈະຕ້ອງມີເຫຼັກກັນເພື່ອປ້ອງກັນບໍ່ໃຫ້ລົດຕົກອອກຈາກຖະຫນົນ ຫຼື ປ້ອງກັນ ກະທົບຈາກດ້ານຫນ້າ ແລະ ມີທາງເຊື່ອມທີ່ປອດໄພ, ເພື່ອເຮັດໃຫ້ລົດສາມາດເຂົ້າ-ອອກຈາກທາງຫຼວງໄດ້. ໄປພ້ອມກັບມາດຕະການຫຼຸດຜ່ອນຄວາມໄວແນ ໃສຫຼຸດຜ່ອນຄວາມໄວຂອງລົດໃນເຂດຕົວເມືອງທີ່ມີ ສະພາບການສັນຈອນຫນາແຫນ້ນ ຫຼື ເຂດຊຸມຊົນແຄມທາງຫຼວງ ເຊິ່ງການຫຼຸດຜ່ອນຄວາມໄວຂອງ
ຍານພາຫະນະ ແມ່ນສິ່ງສໍາຄັນຄຽງຄູກັບການກໍາຈັດຄວາມໄວ.
ນອກນີ້, ການປ່ຽນແປງສະພາບເສັ້ນທາງ ເພື່ອປົກປ້ອງຜູ້ນໍາໃຊ້ເສັ້ນທາງ ຈາກການເສຍຊີວິດ ຫຼື ບາດເຈັບຢ່າງຮຸນ ແຮງໃນກໍລະນີມີຂໍ້ຜິດພາດ ຈະຕ້ອງມີການສຶກສາເພີ່ມຕື່ມ ເພື່ອໃຫ້ມີຄວາມເຂົ້າໃຈໃນ ລະດັບໃຫມ່ ແລະ ຈະຕ້ອງມີການລົງທຶນທີ່ສໍາຄັນ ເພື່ອຮັບປະກັນວ່າພວກເຮົາຈະຮຽນຮູ້ຈາກການກະທໍາ;
ພວກເຮົາຈະດໍາເນີນໂຄງການທົດລອງ ຫຼາຍໂຄງການຄຽງຄູ່ກັບການພັດທະນາມາດຕະຖານຄວາມປອດໄພ ທາງດ້ານວິຊາການ. ໂດຍການອອກແບບເສັ້ນທາງຕ້ອງມີການປົກປ້ອງຄວາມປອດໄພທີ່ດີຂຶ້ນກວ່າເກົ່າ ສິ່ງ ລັບຜູ້ທີ່ນໍາໃຊ້ເສັ້ນທາງ,
ໃນນີ້ ໂຄງການສາທິດຈະສຸມໃສ່ທາງ ຫຼວງ ເລກທີ 11 ລະຫວ່າງນະຄອນຫຼວງ ວຽງຈັນ-ຈໍາປາສັກ ເຊິ່ງສ່ວນຫຼາຍຈະເປັນຖະຫນົນລຽບ, ມີການສັນຈອນຂອງລົດບັນທຸກຢ່າງຫຼວງຫຼາຍ ແລະ ມີການນໍາໃຊ້ຄວາມໄວທີ່ເກີນກໍານົດ ແລະ ຈະສຸມໃສ່ສຸມໃສ່ເສັ້ນທາງພຸເຂົ້າຂອງ ທາງຫຼວງ ເລກທີ 11 ທີ່ມີບັນຫາທາງ ດ້ານຄວາມປອດໄພທີ່ແຕກຕ່າງກັນ;
ສໍາລັບເສັ້ນທາງຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ມີຄົນຍ່າງ, ລົດຈັກ, ລົດເມ, ລົດບັນທຸກ, ລົດໃຫຍ່ສັນຈອນໄປມາ ແມ່ນ ເປັນເຂດ ການຄ້າ ແລະ ທີ່ຢູ່ອາໄສຫນັກແຫນ້ນທັງເປັນເສັ້ນທາງທີ່ມີຜູ້ບາດເຈັບຢ່າງຮ້າຍ ແຮງຈາກ ອຸບັດຕິເຫດທີ່ເກີດຂຶ້ນ,
ເຊິ່ງໂຄງການສາທິດຄວາມປອດໄພທາງ ຫຼວງດັ່ງກ່າວ ຈະໄດ້ຮັບການພັດທະນາ ຕາມຫຼັກການລະບົບຄວາມປອດໄພ, ເຮັດວຽກພາຍໃນກອບຄວາມຄິດການສັນຈອນທີ່ຍືນຍົງ ເຊິ່ງຈະໄດ້ ຮັບປະກັນວ່າ ຈະບໍ່ມີການເສຍຊີວິດ ແລະ ບາດເຈັບ ທີ່ຮຸນແຮງເກີດຂຶ້ນອັນເປັນຜົນມາຈາກອຸບັດຕິເຫດ ຕາມເສັ້ນທາງຫຼວງ ທັງເປັນ ການສາທິດໃຫ້ເຫັນເຖິງການນໍາໃຊ້ມາດຕະການຄວາມປອດໄພຢ່າງເປັນ ລະບົບທີ່ສໍາຄັນ.
ພ້ອມນີ້, ການລົງທຶນໃສ່ການຮັບມືພາຍຫຼັງເກີດອຸບັດຕິເຫດດ້ານຂະແຫນງສາທາລະນະສຸກ ມີບົດ ບາດສໍາຄັນຕໍ່ ຄວາມປອດໄພຕາມເສັ້ນທາງ ໂດຍສະເພາະແມ່ນການຮັບມືພາຍຫຼັງເກີດອຸບັດຕິເຫດດ້ວຍ ການປິ່ນປົວສຸກເສີນ ແລະ ການເບິ່ງແຍງຄົນເຈັບ ປະກອບດ້ວຍການແຈ້ງເຫດສຸກເສີນກ່ຽວກັບ ອຸບັດຕິເຫດ, ການສົ່ງຄົນເຈັບຈາກອຸບັດຕິເຫດໄປສະຖານທີ່ປິ່ນປົວ, ການປິ່ນປົວໂດຍພະນັກງານທີ່ມີ ຄວາມຮູ້ຄວາມສາມາດ ແລະ ການການຝຶກອົບຮົມສະເພາະດ້ານມາເປັນຢ່າງດີ ຕະຫຼອດຮອດການພັກຟື້ນ, ການຟື້ນຟູສໍາລັບຜູ້ບາດເຈັບຈາກອຸບັດຕິເຫດ.
ໃນໄລຍະຜ່ານມາ ບັນດາກະຊວງທີ່ກ່ຽວຂ້ອງ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຫຼຸດຜ່ອນອຸ ບັດຕິເຫດຢ່າງເປັນລະບົບບໍ່ລົດລະຄວາມພະຍາຍາມ ຄຽງຄູ່ກັບການບັງຄັບໃຊ້ກົດຫມາຍຢ່າງ ເຂັ້ມງວດ, ແຕ່ໃນທາງກົງກັນຂ້າມ ຍັງມີອຸບັດຕິເຫດເກີດຂຶ້ນຢ່າງລຽນຕິດ ສືບເນື່ອງມາຈາກຜູ້ໃຊ້ລົດ-ໃຊ້ ຖະຫນົນຈໍານວນຫຼາຍ ຍັງປະຕິບັດກົດລະບຽບຈະລາຈອນທີ່ວາງອອກບໍ່ທັນໄດ້ດີ ຕະຫຼອດຮອດສະພາບ ເສັ້ນທາງບໍ່ສາມາດຮອງຮັບການເພີ່ມຂຶ້ນຂອງພາຫະນະ ແລະ ຍັງບໍ່ມີຄວາມອໍານວຍຄວາມສະດວກຄົບຊຸດ
ທັງຫມົດນີ້ລ້ວນແລ້ວແຕ່ແມ່ນປັດໄຈຂອງການເກີດອຸບັດຕິເຫດ, ມາເຖິງປັດຈຸບັນນີ້ ໄດ້ເວລາແລ້ວທີ່ທຸກ ພາກສ່ວນໃນສັງຄົມຕ້ອງເປັນເຈົ້າການໃນການຫຼຸດຜ່ອນອຸບັດຕິເຫດທາງຖະຫນົນຢ່າງເປັນຮູບປະທໍາ.
ແຫຼ່ງຂໍ້ມູນ: ໜັງສືພິມປ້ອງກັນຄວາມສະຫງົບ