Friday, March 21, 2025

ໄຊຍະບູລີ ມີແຜນປູກເຂົ້ານາແຊງເນື້ອທີ່ 2,300 ເຮັກຕາ ແລະ ພືດຜັກຕ່າງໆເນື້ອທີ່ 145,91 ເຮັກຕາ

ທ່ານ ແສງອາທິດ ລາວເບຼຍຢາທໍ່ ຫົວໜ້າຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ເປີດເຜີຍຕໍ່ທີມງານຂ່າວແຂວງໄຊຍະບູລີວ່າ:

ການເກັບກູ້ຜົນຜະລິດພືດລະດູຝົນຂອງຊາວກະສິກອນແຂວງໄຊຍະບູລີ ແມ່ນໄດ້ເລີ່ມລົງມືເກັບກູ້ຜົນຜະລິດຂອງຕົນມາແຕ່ຕົ້ນເດືອນຕຸລາ 2019 ແລະ ມາຮອດປະຈຸບັນແມ່ນສໍາເລັດແລ້ວເກືອບ 50% ຄາດວ່າຈະໃຫ້ສໍາເລັດໃນກາງເດືອນທັນວານີ້.

ໃນນີ້ເນື້ອທີ່ປູກເຂົ້ານາປີຕາມແຜນການໃນທົ່ວແຂວງມີເນື້ອທີ່ 34,287 ເຮັກຕາ ແຕ່ປັກດໍາຕົວຈິງໄດ້ພຽງແຕ່ 32.707,49 ເຮັກຕາ ມາຮອດປະຈຸບັນແມ່ນເກັບກູ້ແລ້ວໃນເນື້ອທີ່ 10.607,37 ເຮັກຕາ, ເທົ່າກັບ 32,43% ເຂົ້າເນີນສູງເນື້ອທີ່ແຜນການ 10,480 ເຮັກຕາ, ປູກເຂົ້າຕົວຈິງ 11.185,11 ເຮັກຕາ.

ປະຈຸບັນເກັບກູ້ແລ້ວ 5.762,66 ເຮັກຕາ ເທົ່າກັບ 58,17% ສ່ວນການເກັບກູ້ຜົນຜະລິດພືດສະບຽງອາຫານ ແລະ ພືດຜົນກະສິກໍາເປັນສິນຄ້າເປັນຕົ້ນສາລີແຂງ, ໝາກເດືອຍ, ໝາກງາ, ສາລີຫວານ, ມັນຕົ້ນ, ຖົ່ວດິນ, ຖົ່ວຂຽວ, ຢາສູບ, ປໍສາ ແລະ ພືດອື່ນໆອີກມີເນື້ອທີ່ທັງໝົດ 110.371,76 ເຮັກຕາ.

ປະຈຸບັນເກັບກູ້ແລ້ວ 50.251,82 ເຮັກຕາ ເທົ່າກັບ 45,53%. ທ່ານຍັງກ່າວຕື່ມວ່າ: ໂດຍລວມແລ້ວການຜະລິດລະດູຝົນປີນີ້ທົ່ວແຂວງໄຊຍະບູລີ ແມ່ນບໍ່ບັນລຸຕາມແຜນການທີ່ຕັ້ງໄວ້ ຍ້ອນມີຫຼາຍສາເຫດ ເປັນຕົ້ນຍ້ອນສະພາບດິນຟ້າອາກາດເກີດໄພແຫ້ງແລ້ງແກ່ຍາວ ເຮັດໃຫ້ກ້າທີ່ຫວ່ານໄປແລ້ວນັ້ນແກ່ ແລະ ແຫ່ວຕາຍ;

ອີກດ້ານໜຶ່ງກໍ່ໃຫ້ເກີດມີບົ້ງຝູງທໍາລາຍຜົນລະປູກຂອງຊາວສວນ ໂດຍສະເພາະແມ່ນທໍາລາຍສາລີ ໃນທົ່ວແຂວງມີເນື້ອທີ່ຖືກທໍາລາຍທັງໝົດ 18 ພັນເຮັກຕາ, ໃນນີ້ເນື້ອທີ່ສາລີເສຍຫາຍ 5 ພັນກວ່າເຮັກຕາ ຈຶ່ງເປັນເຫດໃຫ້ປີນີ້ຜົນຜະລິດສາລິຈະຫຼຸດລົງເຖິງ 25 ພັນໂຕນ.

ແຕ່ເຖິງຢ່າງໃດກໍ່ດີໃນການຜະລິດລະດູແລ້ງປີນີ້ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງກໍ່ຄືຂະແໜງປູກຝັງຈະໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນທົ່ວແຂວງໄຊຍະບູລີ ບໍ່ວ່າທັງດ້ານແນວພັນ, ຢາປາບສັດຕູພືດ ແລະ ດ້ານວິຊາການໃຫ້ໄດ້ເລີ່ມລົງມືປະຕິບັດແຕ່ຫົວທີບ່ອນທີ່ມີເງື່ອນໄຂ ຄາດວ່າການປູກເຂົ້ານາແຊງໃຫ້ໄດ້ 2,300 ເຮັກຕາ ສະມັດຕະພາບສະເລ່ຍ 4,75 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດໄດ້ທັງໝົດ 10.929 ໂຕນ;

ໃນນີ້ເຮັດນາແຊງແບບທົ່ວໄປມີເນື້ອທີ່ 1,428 ເຮັກຕາ ສະມັດຕະພາບສະເລ່ຍ 4,58 ໂຕນຕໍ່ເຮັກຕາ, ປູກແບບນາກະເສດສຸມມີເນື້ອທີ່ 872 ເຮັກຕາ ສະມັດຕະພາບສະເລ່ຍ 5,03 ໂຕນຕໍ່ເຮັກຕາ. ການປູກພືດຜັກ ແລະ ທາດແປ້ງຊະນິດຕ່າງໆທັງໝົດທົ່ວແຂວງມີ 14,591 ເຮັກຕາ ສະມັດຕະພາບສະເລ່ຍ 6,66 ໂຕນຕໍ່ເຮັກ ຄາດຜົນຜະລິດທັງໝົດ 97,217 ໂຕນ.

ແຫຼ່ງຂໍ້ມູນ: ຂ່າວ: ບຸນທີ. Medialaos xayaboury

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່