Saturday, July 19, 2025
Kbank Laos โอน รับ จ่าย

ໂຄງການໂຮງໝໍກະເສມຣາດສ້າງລ່າຊ້າ ຍ້ອນນໍາເຂົ້າອຸປະກອນມີຄວາມຫຍຸ້ງຍາກ

ແຜນການຈະໃຫ້ສຳເລັດ ແລະເປີດໃຫ້ບໍລິການພໍ່ແມ່ປະຊາຊົນລາວຢ່າງເປັນທາງການໃນປີ 2020 ຂອງໂຄງການ ກໍ່ສ້າງໂຮງໝໍກະເສມຣາດອິນເຕີເນຊັ່ນເນວ ວຽງຈັນ ອາດເປັນໄປໄດ້ຍາກເນື່ອງຈາກວຽກງານການກໍ່ສ້າງນັບແຕ່ມື້ເລີ່ມລົງມືປະຕິບັດມາຮອດຂະນະນີ້ເປັນເວລາປີກວ່າໜ້າວຽກໂດຍລວມພວມໄດ້ພຽງ 35% ທັງນີ້ຄະນະອຳ ນວຍການໂຮງໝໍເປີດເຜີຍວ່າຍ້ອນຂັ້ນຕອນດ້ານເອກະສານຂໍອະນຸຍາດນຳເຂົ້າອຸປະກອນຕ່າງໆ ນຳພາກລັດມີຄວາມຫຍຸ້ງຍາກຫຼ້າຊ້າຫຼາຍຈຶ່ງກາຍເປັນຕົ້ນເຫດເຮັດໃຫ້ໂຄງການດຳເນີນບໍ່ເປັນໄປຕາມແຜນການພ້ອມຮຽກຮ້ອງພາກລັດຈົ່ງຊ່ວຍແກ້ໄຂ.

ໂຮງໝໍກະເສມຣາດ ອິນເຕີເນຊັ່ນເນວ ວຽງຈັນ ເປັນໂຄງການຮ່ວມມືກັນລະຫວ່າງ ບໍລິສັດ ບາງກອກເຊັນ ຮັອດປີໂຕມະຫາຊົນ ຈໍາກັດ (ປະເທດໄທ) ແລະນັກທຸລະກິດຊາວລາວໂຮງໝໍດັ່ງກ່າວສ້າງຂຶ້ນເທິງພື້ນທີ່ 1,92 ເຮັກຕາ ທີ່ບ້ານດອນນົກຄຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ເສັ້ນທາງຕັດໃໝ່ດອນນົກຄຸ້ມ-ເສັ້ນທາງກໍາແພງເມືອງ) ຈະສ້າງໃຫ້ມີຫ້ອງກວດຈໍານວນ 38 ຫ້ອງ ແລະ254 ຕຽງ ໃຊ້ທຶນຈົດທະບຽນ 120 ຕື້ກີບ ຫຼື ປະມານ 15 ລ້ານໂດລາ ມູນຄ່າການລົງທຶນປະມານ70 ລ້ານໂດລາ ການກໍ່ສ້າງໃນໄລຍະທຳອິດຄາດວ່າຈະໃຫ້ສໍາເລັດ ແລະເປີດບໍລິການໄດ້ ໃນປີ 2020 ຊຶ່ງຈະມີ 110 ຕຽງ ລວມທັງຫ້ອງມາດຕະຖານທົ່ວໄປ, ພິເສດ ແລະຫ້ອງມໍລະສຸມ.

ບໍລິສັດຜູ້ລົງທຶນມີຄວາມມຸ່ງໝັ້ນທີ່ຈະຖ່າຍທອດເຕັກໂນໂລຊີດ້ວຍມາດຕະຖານລະດັບສາກົນ, ລະບົບບໍລິການຈັດການໂຮງໝໍ, ມີເຄື່ອງມື ແລະອຸປະກອນການແພດທີ່ທັນ ສະໄໝພ້ອມມີບຸກຄະລາກອນການແພດທີ່ຊ່ຽວຊານສະເພາະດ້ານເພື່ອເຮັດໃຫ້ໂຮງໝໍດັ່ງກ່າວກາຍເປັນໂຮງໝໍທີ່ດີທີ່ສຸດໃນລາວ.

ຢ່າງໃດກໍຕາມນັບແຕ່ມື້ລົງມືກໍ່ສ້າງໃນວັນທີ 25 ພຶດສະພາ 2018 ມາຮອດປະຈຸບັນໜ້າວຽກໂດຍລວມພວມສະເລ່ຍຄວາມສຳເລັດໄດ້ພຽງ 35% ທັງນີ້ທ່ານ ນາງ ວາລີ ເວດສະພົງ ຮອງຜູ້ອໍານວຍການໂຮງໝໍກະເສມຣາດອິນເຕີເນຊັ່ນເນວວຽງຈັນ ເປີດເຜີຍຕໍ່ຕີມຂ່າວພວກເຮົາວ່າ: ຄວາມຫຼ້າຊ້າແມ່ນມີສາເຫດມາຈາກການນຳເຂົ້າບັນດາອຸປະກອນເພື່ອຕິດຕັ້ງລະບົບຕ່າງໆພາຍໃນໂຮງໝໍຈຳນວນລວມ 600 ກວ່າລາຍການແມ່ນມີຄວາມຫຍຸ້ງຍາກຊັກຊ້າໃນດ້ານການແລ່ນເອກະສານ(ຜ່ານຂະແໜງການໜຶ່ງກໍຍັງອີກຂະແໜງການອື່ນແລ່ນໄປ-ມາບໍ່ກ້າຕັດສິນບັນຫາທັງທີ່ແມ່ນພາລະບົດບາດທີ່ສາມາດເຮັດໄດ້) ເພາະແຕ່ລະວຽກກໍ່ສ້າງຂອງໂຮງໝໍແມ່ນມີຄວາມກ່ຽວພັນກັນໝົດ ຖ້າວຽກໜຶ່ງຫຼ້າຊ້າອີກວຽກໜຶ່ງກໍຈະດຳເນີນການໄປຕໍ່ບໍ່ໄດ້ເຊັ່ນດຽວກັນ.

ຊຶ່ງກາຍເປັນບັນຫາຕົ້ນຕໍຖ່ວງດຶງໜ້າວຽກກໍຄືແກ່ເວລາຍາວນານເປັນການເພີ່ມຕົ້ນທຶນ ແລະຄ່າໃຊ້ຈ່າຍຂອງໂຄງການໃຫ້ຫຼາຍຂຶ້ນອີກພ້ອມດຽວກັນນັ້ນໂຄງການນີ້ກໍເປັນການຮ່ວມມືກັບຕ່າງປະເທດກໍຈະສົ່ງຜົນໂດຍກົງຕໍ່ຄວາມໜ້າເຊື່ອຖືຂອງນັກລົງທຶນຕ່າງຊາດຕໍ່ລາວໄດ້.

ແນວໃດກໍດີ ທ່ານ ນາງ ວາລີ ເວດສະ ພົງ ໄດ້ຮຽກຮ້ອງມາຍັງລັດຖະບານໂດຍສະເພາະບາງຂະແໜງການທີ່ກ່ຽວຂ້ອງຈົ່ງໄດ້ເພີ່ມຄວາມໃຈໃສ່ ແລະປັບປຸງກົນໄກປະສານງານລະຫວ່າງອົງກອນລັດດ້ວຍກັນໃຫ້ເປັນທີມດຽວກັນເພື່ອເຮັດໃຫ້ພາກປະຕິບັດຕົວຈິງ ແລະຂໍ້ກຳນົດໃນລະບຽບກົດໝາຍຖືກດຳເນີນໄປຢ່າງສອດຄ່ອງກົມກຽວກັນພ້ອມດຽວກັນນັ້ນກໍຕ້ອງມີການຕິດຕາມກວດກາຄືນການເຮັດວຽກງານຂອງແຕ່ລະຂະແໜງການທັງນີ້ກໍເພື່ອສ້າງຄວາມສະດວກວ່ອງໄວໃນການບໍລິການນັກລົງທຶນຈຶ່ງຈະສົມກັບການບໍລິການຜ່ານປະຕູດຽວໄດ້ທີ່ຈະປະກອບສ່ວນອັນສໍາຄັນໃນການຊ່ວຍດຶງດູດການລົງທຶນຈາກຕ່າງປະເທດໃຫ້ເຂົ້າມາລາວນັບມື້ນັບຫຼາຍຂຶ້ນໃນອະນາຄົດໄດ້.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.