ການລ້ຽງ
ການລ້ຽງດ້ວງພ້າວ ມີ 2 ແບບຄື:
ການລ້ຽງໃສ່ທ່ອນພ້າວ/ທ່ອນຕານ
ເປັນການລ້ຽງແບບດັ້ງເດີມ ຫຼື ແບບທໍາມະຊາດໂດຍມີອຸປະກອນໃນການລ້ຽງດັ່ງນີ້:
– ທ່ອນສາຄູ/ທ່ອນຕານທີ່ມີຄວາມຍາວປະມານທ່ອນລະ 50 ຊມ.
– ພໍ່-ແມ່ ພັນດ້ວງພ້າວ ໂຕຜູ້ 2 ໂຕ, ໂຕແມ້ 4 ໂຕ.
– ບົວ ຫຼື ທໍ່ຢາງສໍາລັບຫົດນ້ໍາ.
– ສະຖານທີ່ສໍາລັບວາງທ່ອນພ້າວ/ທ່ອນຕານ/ທ່ອນສາຄູ ເຊິ່ງເປັນເດີ່ນ ຫຼື ເຮັດເປັນໂຮງເຮືອນກໍ່ໄດ້.
ການລ້ຽງ ແລະ ການຈັດການ
ສິ່ງທີ່ຕ້ອງໃຫ້ຄວາມສໍາຄັນສໍາລັບການລ້ຽງດ້ວງກໍ່ຄືຄວາມສະອາດ ແລະ ການຈັດການຢ່າງເປັນລະບົບຈຶ່ງຈະປະສົບຜົນສໍາເລັດ.
– ສະຖານທີ່: ຄວນເປັນບ່ອນທີ່ນ້ໍາບໍ່ຖ້ວມຂັງບໍລິເວນລ້ຽງສາມາດວາງຕາກແດດຕາກຝົນໄດ້, ແຕ່ຕ້ອງມີກາບໄມ້ທີ່ລ້ຽງປົກໄວ້.
– ຕຽມທ່ອນຕານ/ທ່ອນສາຄູ/ທ່ອນພ້າວ ທີ່ຈະລ້ຽງດ້ວງຕັ້ງລຽນໄວ້ໃຫ້ຫ່າງເໝາະກັນເພື່ອສະດວກໃນການດູແລຮັກສາ.
– ໃຊ້ຂວານສັບໆບໍລິເວນຜິວດ້ານໜ້າຂອງທ່ອນໃຫ້ເປັນຂຸມ.
– ນໍາເອົາຂີ້ຂຸຍເກົ່າທີ່ດ້ວງກິນແລ້ວມາໂຮຍໃສ່ໃຫ້ທົ່ວຈົນເຕັມປາກບາດທີ່ເຮົາສັບ.
– ນໍາພໍ່-ແມ່ພັນດ້ວງພ້າວປ່ອຍລົງໃສ່ທ່ອນສາຄູ ຈໍານວນທ່ອນລະ 2 ຄູ່, ອັດຕາ ໂຕຜູ້ 1 ໂຕ, ໂຕແມ່ 2 ໂຕ ຈາກນັ້ນກໍ່ເອົາກາບພ້າວປິດເພື່ອບໍ່ໃຫ້ພໍ່-ແມ່ພັນບິນໜີ.
– ຫົດນ້ໍາດ້ວຍບົວ ຫຼື ສາຍຢາງ ອາທິດລະ 2-3 ຄັ້ງ ປະໄວ້ປະມານ 40-45 ວັນ ກໍ່ສາມາດຈັບຕົວອ່ອນຂອງດ້ວງສາຄູ ຫຼື ດ້ວງພ້າວໄປຈໍາໜ່າຍໄດ້.
– ສໍາລັບທ່ອນພ້າວ 1 ທ່ອນ ຈະສາມາດລ້ຽງ ແລະ ເກັບກ່ຽວຜົນຜະລິດໄດ້ 1 ປີ.
ການລ້ຽງໃສ່ຊາມ
ອາຫານທີ່ໃຊ້ນອກຈາກຈະເອົາຕົ້ນສາຄູແລ້ວຍັງສາມາດນໍາໃຊ້ກ້ານຂອງຕົ້ນສາຄູ/ຕົ້ນພ້າວ/ຕົ້ນຕານ/ຕົ້ນປາມເປັນອາຫານສໍາລັບດ້ວງ.
ວັດຖຸອຸປະກອນໃນການລ້ຽງດ້ວງ
– ຊາມຢາງທີ່ມີຝາປິດທີ່ມີປ່ອງລະບາຍອາກາດ (ມີຂະໜາດເສັ້ນຜ່າສູນກາງ 40 ຊມ, ສູງ 20 ຊມ)
– ຖົງຢາງໄວ້ໝັກ.
– ອາຫານປະສົມເຊັ່ນ: ຮໍາ, ຫົວມັນ, ມັນຕົ້ນ, ອາຫານໝູ.
– ກາກນ້ໍາຕານ ແລະ ນ້ໍາ.
– ເຄື່ອງສັບ ຫຼື ບົດ ງ່າຕານ/ງ່າພ້າວ.
– ພ້າ
– ພໍ່-ແມ່ພັນດ້ວງ
ຂັ້ນຕອນໃນການລ້ຽງ
– ນໍາຕົ້ນສາຄູ ຫຼື ກ້ານພ້າວ, ຕົ້ນຕານ, ປາມສົດ ມາປອກເປືອກແລ້ວນໍາໄປບົດ ຫຼື ໃຊ້ພ້າຜັກກໍ່ໄດ້ບົດໃຫ້ແຫຼກພໍປະມານ.
– ນໍາຕົ້ນສາຄູທີ່ບົດແລ້ວໄປແຊ່ນ້ໍາທໍາມະດາປະໄວ້ 3 ວັນ.
– ຖ່າຍນ້ໍາອອກປະໄວ້ໃຫ້ສະເດັດນ້ໍາ.
– ຈາກນັ້ນນໍາມາໃສ່ກະຊາມໃຫ້ເຕັມ.
– ເອົາອາຫານໝູໃສ່ລົງໄປ 1 ກິໂລ ປະສົມໃຫ້ເຂົ້າກັນ.
– ປ່ອຍພໍ່-ແມ່ພັນດ້ວງທີ່ຫາໄດ້ຕາມທໍາມະຊາດ ຫຼື ຊື້ມາລົງໃນກະຊາມ.
– ປິດຝາກະຊາມແລ້ວນໍາໄປວາງໄວ້ເປັນຊັ້ນໆ.
– ປະມານ 35 ວັນກໍສາມາດນໍາດ້ວງໄປຈໍາໜ່າຍໄດ້ 1 ຊາມຈະໄດ້ຜົນຜະລິດ 1-2 ກິໂລ/ຊາມ ຫຼື 200-210 ໂຕ/ຊາມ.
ການດູແລຮັກສາ
ຕ້ອງກວດເບິ່ງຄວາມຊຸ່ມໃນຊາມໃຫ້ເໝາະສົມຢ່າງຕໍ່ເນື່ອງເພາະວ່າຄວາມຊຸ່ມເປັນປັດໃຈເຮັດໃຫ້ຕົວອ່ອນດ້ວງຈະເລີນເຕີບໂຕໄດ້ໄວຂຶ້ນ, ຖ້າຫາກສັງເກດຊາມລ້ຽງແຫ້ງໃຫ້ສີດນ້ໍາພົມເພື່ອເພີ່ມຄວາມຊຸ່ມ.
ຂໍ້ດີ ແລະ ຂໍ້ເສຍຂອງການລ້ຽງໃສ່ກະຊາມ
ຂໍ້ດີ:
– ບົວລະບັດຮັກສາງ່າຍ.
– ສະດວກໃນການຂັດແຍກຈໍາໜ່າຍ (ຖອກຊາມໄດ້).
– ຂີ້ຂຸຍທີ່ດ້ວງກິນແລ້ວບໍ່ເຮ່ຍສາມາດນໍາໄປເຮັດຝຸ່ນໄດ້.
– ປະຫຍັດພື້ນທີ່.
ຂໍ້ເສຍ:
– ການລ້ຽງໃສ່ຊາມຕ້ອງລະວັງຄວາມຊຸ່ມ, ຜູ້ທີ່ລ້ຽງໃໝ່ບໍ່ມີປະສົບການອາດຈະເຮັດໃຫ້ເສຍຜົນຜະລິດໄດ້.
– ລົດຊາດຂອງດ້ວງອາດຈະບໍ່ແຊບເທົ່າກັບດ້ວງທໍາມະຊາດ.
ແຫຼ່ງຂໍ້ມູນ: ເອກະສານປະກອບການສອນ ວິຊາ ແມງໄມ້ເສດຖະກິດ, ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ.
ເວບໄຊ ພາເຂົ້າລາວ