ລັດຖະບານ ກວດພົບ 30 ໂຄງການລັດ ມີມູນຄ່າສູງຜິດປົກກະຕິ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 13 ພະຈິກ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ພ້ອມໃຫ້ຮູ້ອີກວ່າໃນໄລຍະ 2-3 ປີຜ່ານມາ ມີ 30 ໂຄງການທີ່ມີມູນຄ່າສູງເກີນຄວາມຈຳເປັນ ແລະບໍ່ສອດຄ່ອງກັບດຳລັດວ່າດ້ວຍການປະຢັດ ແລະຕ້ານຟູມເຟືອຍ.

ໃນໄລຍະຜ່ານມາສູນກາງພັກ ແລະລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊີ້ນຳ-ນຳພາ ທົ່ວພັກ-ທົ່ວລັດ ແລະທົ່ວປວງຊົນໃຫ້ມີການປະຢັດໂດຍໄດ້ອອກນະໂຍ ບາຍ, ມະຕິ-ຄຳສັ່ງ ແລະ ດໍາລັດຫຼາຍສະບັບໃນນີ້ສຳລັບຂະແໜງ ການເງິນທົ່ວປະເທດກ່ຽວກັບນໍ້າມັນເຊື້ອໄຟ, ນໍ້າປະປາ, ໄຟຟ້າ, ໂທລະສັບ ແລະເຄື່ອງໃຊ້ຫ້ອງການອື່ນໆ.

ເຫັນວ່າ ສາມາດປະຢັດລາຍຈ່າຍ ງົບປະມານບໍລິຫານ ໂດຍສະເພາະຄ່າ ໄຟຟ້າສາມາດຫຼຸດຜ່ອນລາຍຈ່າຍໄດ້ຈໍານວນໜຶ່ງຖ້າທຽບລາຍຈ່າຍຄ່າໄຟຟ້າໃນປີ 2019 ໃສ່ປີຜ່ານມາເຫັນວ່າ ລາຍຈ່າຍສາມາດຫຼຸດລົງໄດ້ປະມານ20 ກວ່າລ້ານກີບຕໍ່ ເດືອນນອກນັ້ນຍັງ ສາມາດປະຢັດໄດ້ງົບປະມານຮ່ວງຊື້ໃໝ່ພາຫະນະປະມານ 53 ຕື້ກີບ (ແຜນງົບ ປະມານຮ່ວງຊື້ໃໝ່ປີ 2019 ມີຈໍານວນ 61 ຕື້ກີບ) ເນື່ອງຈາກໄດ້ຈັດຊື້ລົດຈິບໃຫ້ແກ່ການນໍາລະດັບສູງຈໍານວນ 1 ຄັນ, ການນໍາຕໍາແໜ່ງປະເພດ IV ຈໍາ ນວນ 16 ຄັນ ແລະອົງການພຸດທະສາດສະໜາສໍາພັນລາວຈໍານວນ 3 ຄັນ.

ເຖິງຢ່າງໃດກໍຕາມການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດນະໂຍບາຍ ແລະນິຕິກຳກ່ຽວກັບການປະຢັດ ແລະຕ້ານການຟູມເຟືອຍໃນໄລຍະຜ່ານມາຢູ່ຫຼາຍບ່ອນຍັງເຮັດບໍ່ທັນເລິກເຊິ່ງທົ່ວເຖິງ ແລະຕໍ່ ເນື່ອງການປະຢັດຍັງບໍ່ທັນກາຍເປັນສະ ຕິຕື່ນຕົວ ແລະຄວາມຮັບຜິດຊອບຂອງ ແຕ່ລະບຸກຄົນເຊັ່ນຍັງມີບາງໂຄງການ ລົງທຶນຂອງລັດທີ່ເຫັນວ່າມູນຄ່າສູງຜິດ ປົກກະຕິ ເປັນຕົ້ນໃນປີ 2017 ທີ່ຜ່ານມາ.

ສາມາດພົບເຫັນໂຄງການທີ່ມີມູນຄ່າ ສູງທັງໝົດ 18 ໂຄງການ ແລະສາມາດກວດກາຕັດມູນຄ່າລົງປະຢັດງົບປະມານຂອງລັດໄດ້ລວມເປັນເງິນປະມານ 1.616,96 ຕື້ກີບ ຫຼືປະມານ 200 ລ້ານໂດລາ ແລະ ໃນປີ 2018 ເຖິງທ້າຍເດືອນຕຸລາ ມີທັງໝົດ 12 ໂຄງ ການສາມາດປະຢັດງົບປະມານຂອງລັດໄດ້ຕື່ມຈໍານວນ 1.943,89 ຕື້ກີບ ຫຼືປະມານ 219 ລ້ານໂດລາ.

ປະຈຸບັນລັດຖະບານໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດໜຶ່ງຂຶ້ນເພື່ອດໍາເນີນການກວດກາບັນດາໂຄງການລົງທຶນຂອງລັດໂດຍການຊີ້ນໍາຂອງທ່ານຮອງນາຍົກລັດຖະ ມົນຕີ, ປະທານອົງການກວດກາລັດຖະບານພວມດໍາເນີນການຢູ່.

ແຫຼ່ງຂໍ້ມູນ: ຂຽນໂດຍ: ແພງຕາ ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...