ການຄ້າຊີ້ແຈງ ບັນຫາຂາຍໄມ້ 5 ພັນກວ່າແມັດກ້ອນ ຢູ່ 3 ແຂວງ

ກະຊວງອຸດສາຫະກຳ ແລະການຄ້າໄດ້ຂຶ້ນຊີ້ແຈງຂໍ້ຂ້ອງໃຈຕໍ່ກັບສະມາຊິກສະພາແຫ່ງຊາດທີ່ໄດ້ສະເໜີມາໂດຍສະເພາະບັນຫາການກວດສອບ ແລະການກວດກາການຂາຍໄມ້ຈຳນວນ 5.018,28 ແມັດກ້ອນ ຢູ່ 3 ແຂວງທີ່ບໍ່ໄດ້ດຳເນີນການປະມູນເພື່ອທວງເອົາເງິນຂາຍໄມ້ເຂົ້າໃນແຜນ, ຕໍ່ກັບປະເດັນດັ່ງກ່າວ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂຶ້ນຊີ້ແຈງໃນວັນທີ 14 ພະຈິກ 2019, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ.

ພາບປະກອບ

ທ່ານ ບຸນມີ ມະນີວົງ ກ່າວວ່າ:

ການຊື້-ຂາຍໄມ້ ແມ່ນອີງຕາມລະບຽບການເລກທີ 1726/ອຄ.ກຂອ, ລົງວັນທີ 23 ສິງຫາ2012, ການປະມູນຂາຍໄມ້ແມ່ນມີຄະນະຮັບຜິດຊອບການປະມູນໄມ້ຂັ້ນແຂວງ, ນະຄອນຫຼວງເປັນຜູ້ຈັດຕັ້ງປະຕິບັດ, ສະເພາະການປະມູນໄມ້ທີ່ຂຸດຄົ້ນອອກຈາກເຂດໂຄງການພັດທະນາຕ່າງໆຈະແມ່ນຄະນະຊີ້ນຳ ແລະຄຸ້ມຄອງການ ຂຸດຄົ້ນໄມ້ໃນເຂດໂຄງການດັ່ງກ່າວເປັນຜູ້ຮັບຜິດຊອບ,

ສ່ວນວິທີຂາຍຈະດຳເນີນ ໄປ 2 ຮູບການຄື: ການປະມູນຂາຍ ຫຼືທາບທາມລາຄາດັ່ງທີ່ໄດ້ລະບຸໄວ້ໃນຂໍ້ 6 ຂອງຄໍາສັ່ງເລກທີ 17/ນຍ ລົງວັນທີ 22 ກັນຍາ 2008 ແລະພາຍຫຼັງທີ່ມີຄໍາສັ່ງເລກທີ 15/ນຍ ແລະມີການກັກຍຶດໄມ້ທົ່ວປະເທດຈຶ່ງໄດ້ມີ ການແຕ່ງຕັ້ງຄະນະຮັບຜິດຊອບການປະມູນຂາຍໄມ້ຍຶດທົ່ວປະເທດ (ຄະນະ 19/ນຍ) ເພື່ອມາຊີ້ນໍາການປະມູນຂາຍໄມ້.

ມາໃນປີ 2017 ແຂວງຈໍາປາສັກ ໄດ້ສະເໜີລາຍງານຫາກະຊວງອຸດສາຫະກໍາ ແລະ ການຄ້າເພື່ອຂໍທິດຊີ້ນໍາໃນການຂາຍໄມ້ບ້ວງທີ່ຂຸດຄົ້ນອອກຈາກເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍ ເນື່ອງຈາກບໍລິສັດອຸດົມສິນໄດ້ສະເໜີຂໍຊື້ທັງໝົດຈໍານວນ15.131,16 ແມັດກ້ອນ ໃນລາຄາ 25 ໂດລາຕໍ່ແມັດກ້ອນ

ຊຶ່ງກະຊວງໄດ້ມີທິດຊີ້ນໍາໃຫ້ຄະນະຮັບຜິດ ຊອບຂອງແຂວງຈໍາປາສັກເຮັດການປະມູນແບບເປີດກວ້າງ, ຖ້າຫາກຍັງຂາຍບໍ່ໄດ້ແມ່ນເຫັນດີໃຫ້ປະຕິບັດຕາມຂັ້ນຕອນການປະມູນຂາຍໄມ້ຍຶດ (ຕາມ ຄໍາສັ່ງແນະນໍາ 0336) ຄືຂາຍຕາມຄຸນນະພາບຕົວຈິງ ແລະທາບທາມເອົາລາຄາທີ່ດີທີ່ສຸດຕາມລໍາດັບ.

ສໍາລັບການຂາຍໄມ້ຈໍານວນ 2.813,55 ແມັດກ້ອນນີ້, ຕາມຂໍ້ມມູນຈາກພະແນກອຸດສາຫະກຳ ແລະການຄ້າ ແຂວງຈໍາສັກ ໃຫ້ຮູ້ວ່າ: ແຂວງຈໍາສັກໄດ້ແຕ່ງຕັ້ງຄະກໍາມະການ ຊຶ່ງປະກອບດ້ວຍຂະແໜງອຸດສາຫະກຳ ແລະ ການຄ້າ ແລະຂະແໜງກະສິກໍາ ແລະ ປ່າໄມ້ລົງກວດກາການປະເມີນຄຸນນະພາບໄມ້ຕົວຈິງຄືນໃໝ່ເນື່ອງຈາກໄມ້ຖືກ ຂຸດຄົ້ນອອກມາແຕ່ປີ 2013-2014 (ກ່ອນມີຄໍາສັ່ງ 15/ນຍ)

ພາໃຫ້ໄມ້ມີລັກສະນະເນົ່າເປື່ອຍ, ບາງສ່ວນແຕກແຫງ ແລະ ຄຸນນະພາບການນໍາໃຊ້ໄມ້ ຫຼຸດລົງຊຶ່ງສາມາດນໍາໃຊ້ໄມ້ໄດ້ພຽງ 60%, ສະນັ້ນແຂວງຈຶ່ງໄດ້ປຶກສາຫາລືກັນ ແລະຕົກລົງເຫັນດີຂາຍໃນລາຄາ 43 ໂດລາຕໍ່ແມັດກ້ອນ (ບໍ່ລວມພັນທະອາກອນຕ່າງໆ ແລະຄ່າຂຸດຄົ້ນ) ໃຫ້ໂຮງງານເຟີນິເຈີສົມລິດສ່ວນບຸກຄົນໂດຍບໍ່ໄດ້ມີການປະມູນເພາະເຂົ້າໃຈວ່າບໍ່ແມ່ນໄມ້ຍຶດ.

ສ່ວນການຂາຍໄມ້ຍຶດຈໍານວນ 1.702,21 ແມັດກ້ອນ ທີ່ບໍ່ໄດ້ດໍາເນີນຕາມຄໍາສັ່ງເລກທີ 0336/ອຄ, ຍ້ອນວ່າໄມ້ບ້ວງນີ້ແມ່ນບ້ວງໄມ້ຂອງບໍລິສັດພົງຊັບທະວີກໍ່ສ້າງຂົວ-ທາງ ຈໍາກັດ ທີ່ສົ່ງອອກບໍ່ໝົດແຕ່ມີຄໍາສັ່ງເລກທີ 15/ນຍ ດັ່ງນັ້ນແຂວງຈຶ່ງໄດ້ຄົນຄວ້າຕົກລົງຂາຍໃຫ້ບໍລິສັດຄືນຕາມລາຄາທີ່ກະຊວງອຸດສາຫະກໍາ ແລະການຄ້າກໍານົດ.

ສະເພາະເງິນຂາຍໄມ້ທີ່ຍັງຄ້າງຈໍານວນ 2,83 ຕື້ກີບ ແລະ 61.556,02 ໂດລາ, ອີງຕາມລະບຽບການຊື້-ຂາຍໄມ້ ເລກທີ1726/ອຄ.ກຂອ ລົງວັນ ທີ 23 ສິງ ຫາ 2012, ຄະນະຮັບຜິດ ຊອບຮັບຊໍາລະຄ່າພັນທະໄມ້ຈາກຝ່າຍ ຊື້ກໍຄືກະຊວງການເງິນໄດ້ແຕ່ງຕັ້ງຄະ ນະເລັ່ງທວງໜີ້ຄ້າງ ໂດຍໄດ້ລົງເຄື່ອນ ໄຫວຕິດຕາມ ແລະຊີ້ນນໍາໃຫ້ຄະນະຮັບຜິດຊອບການປະມູນໄມ້ຢູ່ແຂວງຈໍາປາສັກ, ເຊກອງ ແລະອັດຕະປືເລັ່ງທວງຜູ້ຊື້ໄມ້ໃຫ້ຮີບຮ້ອນເຂົ້າມາຖອກເງິນພັນທະທີ່ຍັງຄ້າງໃຫ້ສໍາເລັດໂດຍໄວ.

__________

ຂຽນໂດຍ: ແປ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: