ແຂວງ ວຽງຈັນ ໄດ້ແຍກອອກຈາກ ກຳແພງນະຄອນວຽງຈັນ ຕາມມະຕິຕົກລົງ ຂອງກົມການເມືອງ ສູນກາງພັກ ສະບັບລົງວັນທີ 20 ສິງຫາ 1981 ໄລຍະກ່ອນແຕ່ປີ 1975 ຫາຕົ້ນປີ 1981 ຍັງລວມເປັນອັນດຽວ ກັບກຳແພງນະຄອນ ເອີ້ນວ່າ “ ແຂວງ ແລະ ກຳແພງນະຄອນ ” ແລະ ໄດ້ຍ້າຍສຳນັກງານ ອອກຈາກກຳແພງ ມາຕັ້ງຢູ່ຕ່າງຫາກແຕ່ຕົ້ນປີ 1983 ມີເນື້ອທີ່ທັງໝົດ 18,526 ກິໂລແມັດ ມົນທົນ ໃນນີ້ 2/3 ເປັນພູດອຍ 1/3 ເປັນທົ່ງພຽງ ແລະ ມີອານາເຂດ ຕິດກັບ ບັນດາແຂວງ ດັ່ງຕໍ່ໄປນີ້:
ທິດເໜືອ ຕິດກັບແຂວງ ຫຼວງພະບາງ, ທິດຕາເວັນອອກສ່ຽງເໜືອ ຕິດກັບ ແຂວງ ຊຽງຂວາງ, ທິດຕາເວັນອອກ ຕິດກັບ ແຂວງ ບໍລິຄຳໄຊ ແລະ ເຂດພິເສດ ໄຊສົມບູນ, ທິດໃຕ້ຕິດກັບກຳແພງນະຄອນຫຼວງວຽງຈັນ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບ ຊາຍແດນ ຈັງຫວັດ ເລີຍ (ປະເທດໄທ) ຍາວ 97 ກິໂລແມັດ, ທິດຕາເວັນຕົກ ຕິດກັບ ແຂວງ ໄຊຍະບູລີ.
ຕາມສະຖິຕິ ປີ 1999 – 2000 ຕົວແຂວງມີ 582 ບ້ານ, 56,391 ຄອບຄົວ, ຈຳນວນປະຊາກອນ ທັງໝົດ 334,022 ຄົນ ເປັນຍິງ 166,679 ໃນນີ້ເປັນລາວລຸ່ມ 243,653 ຄົນ, ລາວມົ້ງ 41,675 ຄົນ ລາວຂະມຸ 48,694 ຄົນ; ປະກອບດ້ວຍ 12 ຕົວເມືອງ ຄື:
ເມືອງ ທຸລະຄົມ, ເມືອງ ໂພນໂຮງ, ເມືອງ ແກ້ວອຸດົມ, ເມືອງ ວຽງຄຳ, ເມືອງ ຫີນເຫີບ, ເມືອງ ເຟືອງ, ເມືອງ ຊະນະຄາມ, ເມືອງ ແມດ, ເມືອງ ວັງວຽງ, ເມືອງ ກາສີ, ເມືອງ ລ້ອງຊານ ແລະ ເມືອງ ຮົ່ມ. ແຂວງ ວຽງຈັນ ມີທ່າແຮງ ທີ່ເປັນເງື່ອນໄຂ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ເປັນຕົ້ນ:
– ມີພູຜ່າປ່າດົງ ອັນອຸດົມຮັ່ງມີ, ມີຫ້ວຍຮ່ອງໜອງບຶງ, ອ່າງນ້ຳງື່ມ ແລະ ເນື້ອທີ່ ສຳລັບການປູກຝັ່ງ ລ້ຽງສັດ ສ້າງເຂື່ອນໄຟຟ້າ ນ້ຳຕົກ ແລະ ຂະຫຍາຍການອຸດສາຫະກຳໄດ້ຢ່າງຫຼວງຫຼາຍ.
– ມີແຮ່ທາດ ທີ່ມີຄຸນຄ່າຫຼາຍຢ່າງ ເຊັ່ນ:
ຄຳ, ຫີນປູນ (ປູນຂາວ, ປູນຊີມັງ) ຖານຫີນ ແລະ ອື່ນໆ ພ້ອມນີ້ ກໍ່ມີສະຖານທີ່ທ່ອງທ່ຽວ ທຳມະຊາດ ແລະ ວັດທະນະທຳ ທີ່ສວຍງາມ ແລະ ມີປະຫວັດສາດ ອັນເກົ່າແກ່ຫຼາຍແຫ່ງ ເປັນຕົ້ນ: ຖ້ຳຂຸນລາງ ເມືອງ ກາສີ, ຖ້ຳຈັງ, ຖໍ້າຊາງ, ຖ້ຳຍຸຍ ເມືອງ ວັງວຽງ, ຜາທໍ່ໜໍ່ຄຳ, ຜາສັງ, ຜາກຸ່ມເມືອງເຟືອງ, ອ່າງນ້ຳງື່ມ, ວັດອົງຕື້, ຫາດອີອອງ, ຫາດເດື່ອ, ຫາດວຽງຄຳ ເມືອງ ແກ້ວອຸດົມ, ພູເຂົາຄວາຍ, ສວນສັດ, ທາດມາຫຼ້າ, ທິວທັດຕາມສາຍນ້ຳງື່ມ ເມືອງ ທຸລະຄົມ, ແກ້ງຄຸດຄູ້ ເມືອງ ຊະນະຄາມ, ຫາດວັງມົນ, ດານພະ, ສະຖານທີ່ວັງຊ້າງ ເມືອງ ໂພນໂຮງ ແລະ ອື່ນໆ…
ນອກຈາກແມ່ນ້ຳຂອງແລ້ວ ແຂວງ ວຽງຈັນ ຍັງມີສາຍນ້ຳສຳຄັນ ທີ່ເອື້ອອຳນວຍໃຫ້ແກ່ການສ້າງສາເສດຖະກິດ ແລະ ຫຼໍ່ລ້ຽງຊີວິດ ການເປັນຢູ່ຂອງປະຊາຊົນ ບັນດາເຜົ່າຕະຫຼອດມາ ເຊັ່ນ: ນ້ຳງື່ມ, ນ້ຳລີກ, ນ້ຳຊອງ, ນ້ຳຊານ, ນ້ຳຮົ່ມ, ນ້ຳມີ້, ນ້ຳເລິກ, ນ້ຳແມດ ແລະ ນ້ຳເຟືອງ.
– ມີພື້ນຖານໂຄງລ່າງ ທາງດ້ານເສດຖະກິດ-ສັງຄົມ ທີ່ຮັບປະກັນແລ້ວຈຳນວນໜຶ່ງເຊັ່ນ: ໂຮງງານຊີມັງ ຢູ່ວັງວຽງ, ເຂື່ອນໄຟຟ້ານ້ຳຕົກນ້ຳງື່ມ ແລະ ນ້ຳລີກ, ໂຮງງານກະເບື້ອງ, ໂຮງງານເຄື່ອງປັ້ນດິນເຜົ່າ ຢູ່ຊະນະຄາມ, ມີໂຮງໝໍ ທີ່ທັນສະໄໝໜຶ່ງແຫ່ງ, ມີເສັ້ນທາງ ເລກທີ 13 ຜ່ານແຕ່ແດນກຳແພງນະຄອງຫຼວງວຽງຈັນ ເຖິງເຂດແດນ ແຂວງຫຼວງພະບາງ ຍາວ 210 ກິໂລແມດ ແລະ ອື່ນໆ…
– ປະຊາຊົນບັນດາເຜົ່າ ແຂວງ ວຽງຈັນ ມີຄວາມສາມັກຄີຮັກແພງກັນ ຢູ່ອ້ອມຂ້າງພັກ ແລະ ລັດຖະບານ, ເຂົາເຈົ້າມີນ້ຳໃຈເອື້ອເຟື້ອ ເພື່ອແຜ່ ແລະ ຕ້ອນຮັບ ແຂກບ້ານແຂກເມືອງ ດ້ວຍໄມຕິຈິດອັນດີງາມ ຕະຫຼອດມາ.
ຕະຫຼອດໄລຍະ 17 ປີ ທີ່ໄດ້ແຍກອອກຈາກ ກຳແພງນະຄອນວຽງຈັນ ມາເຖິງວ່າ ແຂວງ ວຽງຈັນ ຈະໄດ້ພົບກັບ ຄວາມຫຍຸ້ງຍາກ ຫຼາຍປະການ ອັນເນື່ອງມາຈາກ ຂາດງົບປະມານ ທຶນຮອນ, ຂາດກຳລັງ ພະນັກງານ, ໂຄງລ່າງເສດຖະກິດ ບໍ່ທັນມີ ແລະ ຖືກໄພທຳມະຊາດ ຂົ່ມຂູ່ ຫຼາຍປິຕິດຕໍ່ກັນ ແຕ່ຄະນະພັກ, ອຳນາດການປົກຄອງ ແຂວງ ວຽງຈັນ ແຕ່ລະຊຸດ ກໍ່ໄດ້ອອກແຮງ ນຳພາປະຊາຊົນ ບັນດາຊັ້ນຄົນ ແລະ ເຜົ່າຕ່າງໆ ສູ້ຊົນປະຕິບັດ ສອງໜ້າທີ່ຍຸດທະສາດ ຄື:
ປົກປັກຮັກສາ ແລະ ສ້າງສາ ແຂວງ ວຽງຈັນ ໃຫ້ກ້າວຂຶ້ນ ເປັນແຕ່ລະໄລຍະ ມາຮອດປີ 2000 ນີ້ແຂວງ ວຽງຈັນ ມີສະຖຽນລະພາບ ທາງດ້ານການເມືອງ, ເສດຖະກິດ ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ໃນລະດັບ 6-7% ຍອດຜະລິດຕະພັນ ພາຍໃນ ສະເລ່ຍຕໍ່ຫົວຄົນຕໍ່ປີໄດ້ 365 ໂດລາ, ພິເສດ ໄລຍະ 2-3 ປີມານີ້ ແຂວງ ວຽງຈັນ ສາມາດຜະລິດເຂົ້າ ກຸ້ມກິນ, ມີສ່ວນແຮໄວ້ ແລະ ຂາຍອອກ ຈຳນວນໜຶ່ງ ໃນສັງຄົມ ກໍ່ມີຄວາມສະຫງົບ ແລະ ປອດໄພ ໂດຍພື້ນຖານ ອັນໄດ້ເຮັດໃຫ້ຊີວິດ ການເປັນຢູ່ ຂອງທະຫານ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໄດ້ນັບມື້ດີຂຶ້ນ.
ແຫຼ່ງຂໍ້ມູນ: ເວບໄຊແຂວງວຽງຈັນ, ຮູບພາບ: Laos Poscard