Thursday, November 6, 2025
Kbank Laos โอน รับ จ่าย

ຂະແໜງສ່ວຍສາອາກອນ ມີໜີ້ຕ້ອງຮັບໃນ ຈຳນວນ 1,3 ພັນຕື້ກີບ

ພາບປະກອບ

ຕໍ່ກັບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດທີ່ໄດ້ມີຄຳເຫັນຕໍ່ກັບບົດລາຍງານຂອງອົງການກວດສອບແຫ່ງລັດທີ່ໄດ້ລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2018, ໂດຍໃນນັ້ນການກວດສອບເຫັນວ່າກະຊວງການເງິນຍັງພົບການລະເມີດຂອງຫົວໜ່ວຍງົບປະມານຕົ້ນ ຕໍລາຍຮັບເພີ່ມ 433,08 ຕື້ກີບ ທີ່ບໍ່ເຂົ້າແຜນຕໍ່ບັນຫາດັ່ງກ່າວ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ອອກມາຊີ້ແຈງກ່ຽວ ກັບຜົນການກວດສອບ 2018 ກໍຄືໜີ້ຕ້ອງຮັບຂອງຂະແໜງສ່ວຍສາອາກອນ.

ທ່ານ ສົມດີ ດວງດີ ກ່າວວ່າ:

ສະເພາະໜີ້ຕ້ອງຮັບຂອງຂະແໜງສ່ວຍສາອາກອນຈຳນວນ 1.304,81 ຕື້ກີບໃນນັ້ນ: ສູນກາງ 623,83 ຕື້ກີບ ແລະ ທ້ອງຖິ່ນ 680,98 ຕື້ກີບ, ໄດ້ຮັບການແກ້ໄຂແຕ່ບໍ່ຂາດຕົວ, ສຳລັບສູນກາງປະກອບມີໜີ້ຕ້ອງຮັບທີ່ຕິດພັນກັບລາຍຮັບວິຊາການຂອງ 5 ກະຊວງ 361,45 ຕື້ກີບ, ໃນນັ້ນມີຍອດຍົກມາ 238,7 ຕື້ກີບ ແມ່ນຍອດເງິນເຫຼືອໃນບັນຊີເງິນຝາກຂອງຫົວໜ່ວຍງົບປະມານຂັ້ນສູນກາງທີ່ເປີດໄວ້ຢູ່ຄັງເງິນແຫ່ງຊາດ ແລະຍອດເງິນເຫຼືອໃນບັນຊີເງິນຝາກປີ 2018 ຈຳນວນ 122,8 ຕື້ກີບ, ທີ່ຍັງບໍ່ທັນໄດ້ມອບເຂົ້າງົບປະມານແຫ່ງລັດ.

ສ່ວນການຈັດຕັ້ງປະຕິບັດໃນຜ່ານມາກະຊວງການເງິນໄດ້ເຊີນບັນດາຫົວໜ່ວຍງົບປະມານມາປຶກສາຫາລື, ຊຶ່ງບັນດາກະຊວງໃຫ້ເຫດຜົນວ່າຈຳນວນເງິນດັ່ງກ່າວບໍ່ສາ ມາດມອບເຂົ້າງົບປະມານໄດ້, ເນື່ອງຈາກວ່າມີຄວາມຈຳເປັນຕ້ອງການນຳໃຊ້ບ້ວງເງິນດັ່ງກ່າວຊຳລະໜີ້ສິນທີ່ຍັງຄ້າງເປັນເອກະສານ ແລະ ລາຍຈ່າຍທີ່ຈະເກີດຂຶ້ນໃນເດືອນມັງກອນ-ກຸມພາ ງວດທີ 1 ທີ່ບໍ່ສາມາດເກັບລາຍຮັບໄດ້ພຽງພໍຕອບສະໜອງກັບຄວາມຕ້ອງການຈ່າຍໄດ້ ແລະ ຄຳແນະນຳເລກທີ 0016/ກງ, ລົງວັນທີ 03 ມັງກອນ 2019 ຂໍ້ 7.5 ຍອດເຫຼືອລາຍຮັບວິຊາໃນບັນຊີເງິນຝາກຂອງຫົວໜ່ວຍງົບປະມານຂັ້ນຕ່າງໆສາມາດຍົກໄປປີຕໍ່ໄປໄດ້ແຕ່ມີການໄລ່ລຽງເພື່ອດັດສະເລ່ຍໃນເວ ລາດັດແກ້ງົບປະມານ 6 ເດືອນທ້າຍປີ ຫຼືໃນເວລາສ້າງແຜນງົບປະມານປີຕໍ່ໄປ ຫຼືອະນຸຍາດໃຫ້ນຳໃຊ້ສ່ວນໃດສ່ວນໜຶ່ງແຕ່ຕ້ອງໄດ້ຮັບການເຫັນດີຈາກລັດຖະບານ.

ສະນັ້ນຍອດເງິນເຫຼືອຂອງປີ 2017 ຈຶ່ງຍົກຍອດໄປສ້າງແຜນລາຍຮັບ-ລາຍຈ່າຍໃນປີ 2018 ແລະຍອດເງິນເຫຼືອທ້າຍປີ 2018 ທີ່ຍັງບໍ່ທັນມອບເຂົ້າງົບປະມານ, ບັນດາກະຊວງໄດ້ນຳມາສ້າງແຜນລາຍຮັບ ແລະແຜນລາຍຈ່າຍໃນປີ 2019ດັ່ງນັ້ນວິທີແກ້ໄຂໃນປີ 2019.

ກະຊວງການເງິນໄດ້ອອກຄຳແນະນຳກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍຄ່າບໍລິການທາງດ້ານວິຊາການ ແລະກອງທຶນຂອງລັດສະບັບເລກທີ 0016/ກງ,ລົງວັນທີ 3 ມັງກອນ 2019 ແລະລົງກວດກາການຈັດເກັບ-ມອບລາຍຮັບວິຊາການຂອງບັນດາຫົວໜ່ວຍງົບປະມານດ້ວຍການອະນຸມັດລາຍຈ່າຍເປັນຖ້ຽວໂດຍອີງຕາມຈຳນວນລາຍຮັບທີ່ມອບເຂົ້າງົບປະມານ.

ສ່ວນໜີ້ຕ້ອງຮັບທີ່ຕິດພັນກັບຫົວ ໜ່ວຍທຸລະກິດຈໍານວນ 262,34 ຕື້ກີບ, ໃນນັ້ນໜີ້ຕ້ອງຮັບຈາກຫົວໜ່ວຍທຸລະ ກິດທີ່ຕິດພັນໂຄງການລົງທຶນຂອງລັດ ແມ່ນຈະສືບຕໍ່ປະສານສົມທົບກັບກະຊວງ ແຜນການ ແລະການລົງທຶນ ແລະກະ ຊວງໂຍທາທິການກວດກາຄືນແຜນການ ລາຍຈ່າຍປະຈຳປີ 2020 ທີ່ຜ່ານການ ຮັບຮອງຈາກສະພາແຫ່ງຊາດຂອງບັນດາຫົວໜ່ວຍທຸລະກິດທີ່ມີໜີ້ຄ້າງມອບໃນຜ່ານມາ,

ໂດຍການຕັດເອົາເງິນຈາກ ບ້ວງໂຄງການລົງທຶນຂອງລັດ, ທີ່ລັດຖະບານຊຳລະຢູ່ຄັງເງິນແຫ່ງຊາດໃນການຈົດລາຍຮັບແລະລາຍຈ່າຍໄປພ້ອມໆກັນ, ສ່ວນໜີ້ຕ້ອງຮັບຄ້າງມອບຂອງບັນດາຫົວໜ່ວຍທຸລະກິດທີ່ບໍ່ຕິດພັນກັບງົບປະມານຜ່ານມາແມ່ນໄດ້ເຊີນບັນ ດາບໍລິສັດມາປຶກສາຫາລືຄວາມອາດສາມາດໃນ ການຊຳລະໜີ້ຄ້າງມອບຈຳນວນໜຶ່ງກໍ ໄດ້ຊຳລະແລ້ວ, ແຕ່ຍັງບໍ່ທັນໄດ້ປົດບັນ ດາໜີ້ດັ່ງກ່າວ, ບາງຫົວໜ່ວຍກໍສະເໜີ ແບ່ງຈ່າຍ, ພ້ອມທັງປະຕິບັດມາດຕະການປັບໃໝຕາມຂັ້ນຕອນຂອງກົດໝາຍ ແລະ ອີກຈຳນວນ 1 ບໍລິສັດ ທີ່ໄດ້ແຈ້ງໂຈະຊົ່ວຄາວແລ້ວຈະໄດ້ສະເໜີດຳເນີນຕາມຂະ ບວນການຍຸຕິທຳ.

ສຳລັບທ້ອງຖີ່ນໜີ້ຕ້ອງຮັບທີ່ຕິດພັນກັບລາຍຮັບວິຊາການຈຳນວນ 680,98 ຕື້ກີບ, ໃນນັ້ນຍອດຍົກມາທ້າຍປີ 2017 ຈຳນວນ583,15 ຕື້ກີບ ແລະເກີດຂຶ້ນໃນປີ 2018 ຈຳນວນ 97,83 ຕື້ກີບ, ຊຶ່ງໜີ້ຕ້ອງຮັບຈາກໂຄງການລົງທຶນຂອງລັດ 33,04 ຕື້ກີບ, ຈຳນວນໜຶ່ງກໍໄດ້ຊຳລະແລ້ວ, ແຕ່ຍັງບໍ່ທັນໄດ້ຖືກປົດອອກຈາກບັນຊີຕິດຕາມໜີ້ຕ້ອງຮັບ ແລະຈຳນວນໜຶ່ງລັດຖະບານທ້ອງຖິ່ນບໍ່ມີແຜນການລາຍຈ່າຍປະຈຳປີ ເພື່ອຊຳລະໃຫ້ຫົວໜ່ວຍທຸລະກິດ, ຈຶ່ງບໍ່ສາມາດມອບພັນທະອາກອນໄດ້, ການຕິດຕາມ ຂອງສູນກາງພົບຄວາມຫຍຸ້ງຍາກ, ເນື່ອງ ຈາກວ່າທ້ອງຖິ່ນບໍ່ໄດ້ສັງລວມຂໍ້ມູນຜົນ ຂອງການກວດສອບລາຍງານໃຫ້ສູນກາງຮັບຊາບ,

ສະນັ້ນການແກ້ໄຂໃນ ທ້າຍປີ 2019, ກະຊວງການເງິນໄດ້ ອອກແຈ້ງຕົວເລກໜີ້ຄ້າງມອບຕາມຜົນການກວດສອບປີ2018 ໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງສັງລວມລາຍງານຜົນການແກ້ໄຂໃຫ້ກະ ຊວງເປັນແຕ່ລະເດືອນ,

ສະເພາະໜີ້ຕ້ອງ ຮັບຈາກການກວດກາໄລ່ລຽງຂອງຂະແໜງສ່ວຍສາອາກອນ, ຈາກໜ່ວຍງານຕ່າງໆຈຳນວນ 647,94 ຕື້ກີບ, ຊຶ່ງໄດ້ເຊີນບັນດາຫົວໜ່ວຍທຸລະກິດມາປຶກສາຈຳນວນໜຶ່ງກໍໄດ້ຊຳລະແລ້ວ, ແຕ່ຍັງບໍ່ທັນປົດຈາກບັນຊີຕິດຕາມໜີ້ຕ້ອງຮັບ ແລະ ຈຳນວນໜຶ່ງກໍໄດ້ເລັ່ງທວງ, ພ້ອມປະຕິບັດຕາມມາດຕະການປັບໃໝຕາມຂັ້ນຕອນຂອງລະບຽບກົດໝາຍ,

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.