ເມືອງນາຊາຍທອງ ຈັດຂະບວນສັກຢາໃຫ້ສັດລ້ຽງ

ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍ ຮ່ວມກັບ ກຸ່ມນາຂ່າ ແລະ ບ້ານນາທ່ອນ ຈັດພິທີສັກຢາກັນພະຍາດໃຫ້ສັດລ້ຽງ ເນື່ອງໃນໂອກາດວັນສັກຢາພະຍາດແຫ່ງຊາດ.

ທ່ານ ນາງ ສຸດສະດາ ອິນທະສົມ ຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງເມືອງນາຊາຍທອງ ລາຍງານໃຫ້ຮູ້ວ່າ:

ການສັກຢາກັນພະຍາດໃຫ້ສັດລ້ຽງນີ້ ແມ່ນໄດ້ຈັດຂຶ້ນທຸກໆປີ ເພື່ອສ້າງເປັນຂະ ບວນການຄໍານັບຮັບຕ້ອນໃຫ້ແກ່ການກະກຽມກອງປະຊຸມໃຫຍ່ 2 ຂັ້ນຂອງເມືອງ ແລະ ເພື່ອສ້າງສະຕິ ປູກຈິດສໍານຶກ ເປັນການປຸກລະດົມແນວຄິດປະຊາຊົນໃຫ້ມີຄວາມຮູ້ຫັນມາເອົາໃຈໃສ່ການສັກຢາປ້ອງກັນພະຍາດສັດ ແລະ ຮັກສາສຸຂະພາບສັດໃຫ້ຫຼາຍຂຶ້ນ.

ເຮັດໃຫ້ການສັກຢາກັນພະຍາດສັດເປັນປະເພນີປະຕິ ບັດເປັນຂະບວນການເພື່ອຫຼຸດຜ່ອນຄວາມສ່ຽງການຕິດເຊື້ອພະ ຍາດສັດກັບສັດ ຫຼື ຕິດຕໍ່ໃສ່ຄົນ ແລະ ການຕາຍຂອງສັດຢ່າງຊິ້ນເຊີງ ຮັບປະກັນໃຫ້ສັດມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ.

ສະເພາະປີ 2019 ນີ້ ມີຜູ້ນໍເອົາສັດລ້ຽງມາຮັບການສັກຢາກັນພະ ຍາດໃນພິທີທັງໝົດ 857 ໂຕ ໃນນັ້ນ ສັກຢາກັນພະຍາດເຕົ້າໂຮມເລືອດງົວ 547 ໂຕ ຄວາຍ 94 ໂຕ ແບ້ 97 ໂຕ ສັກຢາກັນພະຍາດວໍ້ໝາໄດ້ 16 ໂຕ ແມວ 1 ໂຕ ສັກຢາກັນພະຍາດອະຮິວາສັດປີກ (ໄກ່ລາດ) 102 ໂຕ

ຫຼັງຈາກນັ້ນທີມງານວິຊາການສັດຕະວະແພດ ຍັງຈະສືບຕໍ່ສົມທົບກັບອຳນາດການປົກຄອງບ້ານຈະລົງສືບຕໍ່ນຳພາຕາໜ່າງສັດຕະວະແພດບ້ານສັກຢາກັນພະຍາດໃຫ້ສັດຢູ່ບັນດາບ້ານທົ່ວເມືອງນາຊາຍທອງຕື່ມອີກ.

ຂະບວນສັກຢາດັ່ງກ່າວ ຈັດຂຶ້ນທີ່ ວັດບ້ານນາທ່ອນ ເມືອງນາຊາຍທອງ ນະຄອນຫຼວງວຽງ ຈັນ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ ວຽງມາ Vientianemai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...