Saturday, April 26, 2025
Kbank Laos โอน รับ จ่าย

ສອງປະເທດ ລາວ – ຈີນ ສືບ­ຕໍ່​ຮ່ວມ​ມື​ໂຄງການທາງ​ລົດ­ໄຟ ຕາມນະໂຍບາຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ­ທາງ” ຂອງ​ທ່ານ ສີ ຈິ້ນ​ຜິງ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຕ້ອນ ­ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ ລູ້ ຕົ່ງ​ຝູ ປະ­ທານ​ສະ­ພາ​ບໍ­ລິຫານ​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ລົດ ­ໄຟ​ແຫ່ງ​ຊາດ​ຈີນ ພ້ອມ​ຄະ­ນະ ທີ່​ສໍາ​ນັກ​ງານ​ນາ­ຍົກ​ລັດ​ຖະ​ມົນ​ຕີ.

ໃນ​ໂອ­ກາດ​ດັ່ງ­ກ່າວ, ທ່ານ ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ມາ​ຢ້ຽມ­ຢາມ ແລະ ເຮັດວຽກ​ຢູ່ ສປປ ລາວ ຂອງ​ທ່ານ ລູ້ ຕົ່ງ​ຝູ ຊຶ່ງ​ໄດ້​ສະ­ແດງ​ຄວາມຊົມ­ເຊີຍ​ຕໍ່​ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່­ສ້າງ​ເສັ້ນ­ທາງ ​ລົດໄຟ​ລາວ​-​ຈີນ ຊຶ່ງ​ເປັນການ ເສີມຂະ­ຫຍາຍ​ສາຍ​ພົວ­ພັນ​ຄວາມ​ສາ­ມັກ­ຄີ ແລະ ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ພັກ​-​ສອງ​ລັດ.

ໂດຍ​ສະ­ເພາະ​ການ​ຮ່ວມ​ມື​ວຽກ​ງານ​ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ລາວ​-​ຈີນ ທີ່​ເປັນ​ໜຶ່ງ​ໃນ​ວຽກ​ງານ​ຂອງ​ການ​ປະ­ຕິ­ບັດ​ຕາມ​ແນວ­ທາງ​ນະ­ໂຍ­ບາຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ­ທາງ” ຂອງ​ທ່ານ ສີ ຈິ້ນ​ຜິງ ປະ­ທານ​ປະ­ເທດ ສປ ຈີນ.

ຊຶ່ງ​ເປັນ​ການ​ປະ­ກອບ­ສ່ວນ​ອັນ​ສໍາ​ຄັນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ ກໍ​ຄື ເພີ່ມ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ​ລະ­ຫວ່າງ ສອງ​ປະ­ເທດ​ລາວ​-​ຈີນ ​ໃຫ້​ມີ​ບາດ­ກ້າວ​ຂະ­ຫຍາຍຕົວ​ຍິ່ງໆ​ຂຶ້ນ.

ໂອ­ກາດ​ເຂົ້າ​ຢ້ຽມ​ຂ່ຳ­ນັບ, ທ່ານ ລູ້ ຕົ່ງ​ຝູ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ຕ້ອນ­ຮັບ ພ້ອມ​ທັງ ລາຍ​ງານ​ກ່ຽວ​ກັບ​ໂຄງ ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ລາວ​-​ຈີນ ແລະ ຂໍ​ຄໍາ​ເຫັນ​ຊີ້​ນໍາ ຈາກ​ທ່ານ​ນາ­ຍົກ​ກ່ຽວ​ກັບ​ແຜນ​ວຽກ​ໃນ ­ຕໍ່­ໜ້າ ໂດຍ​ສະ­ເພາະການ​ໃຫ້​ບໍ­ລິ­ການ​ພາຍ­ຫຼັງ​ໂຄງ­ການ​ທາງ​ລົດ­ໄຟ​ລາວ​-​ຈີນ​ສໍາ​ເລັດ, ການ​ຊຸກ­ຍູ້​ໃຫ້ ສປປ ລາວ ເຂົ້າ​ເປັນ​ສະ­ມາ­ຊິກ​ອົງ­ການ​ຮ່ວມ​ມື​ລົດ­ໄຟ​ສາ­ກົນ ແລະ ການ​ຄົ້ນ ­ຄວ້າ​ຮູບ​ແບບ​ການ​ຜ່ານ​ດ່ານ​ລະ­ຫວ່າງ​ສອງ​ປະ­ເທດ, ການ​ພັດ­ທະ­ນາ​ໂຄງ­ການ​ປິ່ນ​ອ້ອມ​ໂຄງ­ການ​ທາງ​ລົດ­ໄຟ​ລາວ​-​ຈີນ ແລະ ການ​ສ້າງ​ນິ­ຕິ​ກໍາ​ສະ­ເພາະ ເພື່ອ​ຮັບ­ປະ­ກັນ​ຄວາມ​ສະ­ຫງົບ​ໃນ​ໄລ­ຍະ​ໃຫ້​ບໍ­ລິ­ການ​ເດີນ​ລົດ ­ໄຟ​ ລາວ ​- ​ຈີນ​ ອີກ​ດ້ວຍ.

ທ່ານ ບຸນ​ທອງ ຈິດ​ມະ­ນີ​ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ປະທານ​ກວດ­ກາ​ອົງ­ການ​ລັດ­ຖະບານ ກໍ​ໄດ້​ໃຫ້­ການ​ຕ້ອນ­ຮັບທ່ານ ລູ້ ຕົ່ງ​ຝູ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ລົດ­ໄຟ​ແຫ່ງ​ຊາດ​ຈີນ ພ້ອມ​ຄະນະເຊັ່ນ​ດຽວ​ກັນ.

ແຫຼ່ງຂໍ້ມຸນ: ໜັງສືພິມປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.