Friday, April 18, 2025

ສປປ ລາວ ຕັ້ງເປົ້າຫຼຸດຜ່ອນການນຳໃຊ້ຢາຕ້ານຈຸລະຊີບໃນຂະແໜງການ ສຸຂະພາບຄົນ ແລະສັດ ໃຫ້ເຫຼືອ 20% ໃນປີ 2023

ທ່ານ ດຣ.ບຸນກອງສີຫາວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ:

ລັດຖະບານລາວ ໄດ້ເພີ່ມທະວີວຽກງານການເຝົ້າລະວັງ ແລະ ຄວບຄຸມເຊື້ອຈຸລະຊີບທີ່ຕ້ານຕໍ່ ຢາຕ້ານເຊື້ອ ເພື່ອຕ້ານຕໍ່ສະພາບ ການຕ້ານຕໍ່ຢາຂອງບັນດາເຊື້ອພະຍາດ, ເຊື້ອພະຍາດດັ່ງກ່າວນີ້ແມ່ນບໍ່ສາມາດນຳໃຊ້ຢາຕ້ານເຊື້ອທີ່ເຄີຍ ໃຊ້ໄດ້ດີໃນໄລຍະຜ່ານມາ ເພື່ອຈັດການກັບພວກມັນໄດ້.

ທ່ານ ດຣ ມາກ ຈາຄ໋ອບ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຖ້າວ່າບັນດາປະເທດທົ່ວໂລກ ບໍ່ລົງມືປະຕິບັດການເພື່ອຕໍ່ຕ້ານ ກັບເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ໂລກເຮົາກໍຈະປະເຊີນໜ້າ ກັບບັນຫາດັ່ງກ່າວຕໍ່ໄປ ເຊັ່ນດຽວກັນກັບ 100 ປີກ່ອນ. ສະນັ້ນເປົ້າໝາຍຂອງແຜນຍຸດທະສາດກໍເພື່ອຮັບປະກັນ ການນຳໃຊ້ຢາຕ້ານເຊື້ອໃຫ້ ມີປະສິດທິຜົນຍາວນານຕໍ່ໄປ, ເຊິ່ງຄາດວ່າປີ 2023 ການຈັດຕັ້ງປະຕິບັດ ແຜນຍຸດທະສາດດັ່ງກ່າວ ຈະສາມາດສ້າງຄວາມອາດສາມາດ ໃນການຕິດຕາມກວດກາ ແລະຄວບຄຸມເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຢູ່ ສປປ ລາວ, ການເພີ່ມຄວາມຮັບຮູ້ຂອງພະນັກງານສາທາລະນະສຸກ ແລະ ຄົນເຈັບ ກ່ຽວກັບການນຳໃຊ້ຢາ ຕ້ານເຊື້ອຈຸລິນຊີໃຫ້ຫລາຍຂຶ້ນ. ພ້ອມກັນນີ້, ຂໍ້ແນະນໍາການປິ່ນປົວສໍາລັບ ບຸກຄະລາກອນການແພດ, ສັດຕະວະແພດ ແລະ ການລິເລີ່ມອື່ນໆ ກ່ຽວກັບການນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນ ສາມາຫລຸດຜ່ອນການນຳໃຊ້ຢາຕ້ານເຊື້ອຈຸລິນຊີໄດ້.

ພາບປະກອບ

ປັດຈຸບັນ ກະຊວງສາທາລະນະສຸກ ໄດ້ຮ່ວມມືກັບບັນດາສູນ, ໂຮງໝໍ ແລະສະຖາບັນຈຳນວນໜຶ່ງ ເພື່ອເຝົ້າລະ ວັງ, ປ້ອງກັນ ແລະ ຄວບຄຸມສະພາບເຊື້ອຈຸລະຊີບດັ່ງກ່າວ, ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການກອຍກາ ແລະ ກອງທຶນຟຣີມິງ ໂດຍຜ່ານອົງການອະນາໄມໂລກ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການເຝົ້າລະວັງ ແລະ ຕອບໂຕ້ AMR.

ຈຸດປະສົງ ເພື່ອເປັນທິດ ທາງກ່ຽວກັບນະໂຍບາຍ ແລະ ຕິດຕາມການຈັດຕັ້ງປະຕິບັດ, ການປ້ອງກັນ ແລະ ຄວບ ຄຸມສະພາບການເກີດເຊື້ອຈຸລະຊີບ ທີ່ຕ້ານຕໍ່ຢາຕ້ານເຊື້ອຢູ່ ສປປ ລາວ, ເຊິ່ງແຜນງານດັ່ງກ່າວປະກອບມີ:

ຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບເຊື້ອຈຸລະຊີບ ທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ; ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບການເຝົ້າລະວັງ ກ່ຽວກັບເຊື້ອຈຸລະຊີບຕໍ່ຕ້ານ ຕໍ່ຢາຕ້ານເຊື້ອຈຸລິນຊີ; ປັບປຸງການຄຸ້ມຄອງ ແລະ ການປ້ອງກັນເຊື້ອຈຸລະຊີບ ຕໍ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ; ເພີ່ມປະສິດທິພາບ ໃນການນຳໃຊ້ຢ່າຕ້ານເຊື້ອຈຸລິນຊີ ໃນຂະແໜງການສຸຂະພາບຄົນ ແລະ ສັດ ແລະ ພ້ອມກັນ ປັບປຸງການຄຸ້ມຄອງ, ການປະສານງານ ແລະ ການສະໜອງງົບປະມານ.

ນອກຈາກນີ້, ແຜນດັ່ງກ່າວຍັງມີເປົ້າໝາຍ ເພື່ອຫລຸດຜ່ອນການນຳໃຊ້ ຢາຕ້ານຈຸລະຊີບໃນຂະແໜງ ການສຸຂະພາບຄົນ ແລະ ສັດ ໃຫ້ເຫລືອ 20% ແລະ ທັງເປັນການ ປັບປຸງການຄວບຄຸມ ການຕິດເຊື້ອຢູ່ຕາມໂຮງໝໍ ແລະ ຄຣີນິກ ໃຫ້ເຫລືອ 30% ໃນປີ 2023.

ທີ່ໂຮງແຮມລາວພຣາຊາ ນະຄອນຫລວງວຽງຈັນ, ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຄູ່ຮ່ວມງານສາກົນ ໄດ້ຈັດກອງປະຊຸມເຜີຍແຜ່ແປນຍຸດທະສາດ ວ່າດ້ວຍການຕ້ານຕໍ່ເຊື້ອຈຸລະຊີບ ທີ່ຕ້ານຕໍ່ຢາຕ້ານເຊື້ອ (AMR) ຂອງ ສປປ ລາວ 2019-2023 ໃຫ້ແກ່ບັນດາພະນັກງານທີ່ກ່ຽວຂ້ອງ ຂອງພະແນກສາທາ ລະນະສຸກ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໃນຂອບເຂດທົ່ວປະເທດ. 

ແຫຼ່ງຂໍ້ມູນ: ຂ່າວ-ພາບ: ມະນີທອນ, ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.