ເປີດບໍລິການເຄືອຂ່າຍອິນເຕີເນັດຄົບວົງຈອນຢູ່ລາວ

ບໍລິສັດ GMO-Z.comLao ຈຳກັດ ໄດ້ເປີດໂຕດໍາເນີນທຸລະກິດໃຫ້ບໍລິການດ້ານເຄືອຂ່າຍອິນເຕີເນັດແບບຄົບວົງຈອນຢູ່ລາວຢ່າງເປັນທາງການໃນວັນທີ 19 ພະຈິກ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງໄປສະນີຄົມມະນາຄົມ ແລະການສື່ສານ.

ທ່ານ Futoshi EBATA ຜູ້ອໍານວຍການໃຫຍ່ບໍລິສັດ GMO-Z.comLao ຈຳກັດ ກ່າວວ່າ: GMO-Z.comLao ແມ່ນບໍລິສັດຮ່ວມທຶນລະຫວ່າງບໍລິສັັດ GMO Internet ແລະກຸ່ມບໍລິ ສັດ AMZ Group, ຊຶ່ງຕັ້ງຢູ່ຊັ້ນ 6, ອາຄານໂຮງແຮມວຽງຈັນຄຣາວພລາຊາ, ບ້ານຫັດສະດີເໜືອ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ດ້ວຍທຶນຈົດທະບຽນ 2,4 ຕື້ກີບ ເປັນບໍລິສັດທໍາອິດທີ່ໃຫ້ບໍລິການດ້ານເຄືອຂ່າຍອິນເຕີເນັດແບບຄົບວົງຈອນໃນປະເທດລາວ

ໂດຍການນໍາໃຊ້ຄວາມຮູ້ ແລະປະສົບການພັດທະນາການບໍລິການດ້ານເຄືອຂ່າຍອິນເຕີເນັດ ແລະດໍາເນີນທຸລະກິດ ໂດຍບໍລິສັດ GMO Internet Group ຊຶ່ງເປັນກຸ່ມບໍລິສັດອິນເຕີເນັດໃນປະເທດຍີ່ປຸ່ນທີ່ມີພະນັກງານຫຼາຍກວ່າ 6 ພັນຄົນ, ລວມມີ 112 ບໍລິສັດ, ໂດຍບໍລິສັດ GMO Inter net ຖືກລະບຸໄວ້ເປັນພາກສ່ວນທໍາອິດຂອງຕະຫຼາດຫຼັກຊັບຂອງໂຕກຽວ ແລະໃຫ້ບໍລິການດ້ານເຄືອຂ່າຍອິນເຕີເນັດຄົບວົງຈອນເຊັ່ນ: ເປັນຜູ້ໃຫ້ບໍລິການ (ISPs), ໂດເມນ, ຄລາວ, ໂຮສຕິ້ງ, Shoppi ng carts, ຫຼັກຊັບ, ການຊໍາລະຕ່າງໆ ແລະບໍລິການອື່ນໆທີ່ສາມາດນໍາໃຊ້ໄດ້ຢ່າງປອດໄພ ແລະສະດວກສະບາຍ.

ອີກດ້ານໜຶ່ງ, ບໍລິສັດ AMZ Group ແມ່ນມຸ່ງໝັ້ນທີ່ຈະເປັນ “ບໍລິສັດການຄ້າອັັນດັບໜຶ່ງໃນປະເທດລາວ” ໂດຍມີ 5 ທຸລະກິດຫຼັກຄື:

ອຸດສາຫະກໍາການຄ້າ ແລະເຄື່ອງອຸປະໂພກ, ບໍລິໂພກ, ສັນຍາເຊົ່າປະກັນໄພ ແລະການເງິນ, ເຕັກໂນໂລຊີ ແລະພະລັງງານ, ອະສັງຫາລິມະຊັບແລະກະສິກໍາຊຶ່ງຫຼາຍທຸລະກິດໄດ້ຮັບການພັດທະ ນາຜ່ານການຮ່ວມທຶນ ກັບບໍລິສັດຊັ້ນນໍາລະດັບໂລກ; 

ນອກນັ້ນຍັງໃຫ້ບໍລິການຢ່າງເຕັມຮູບແບບທາງດ້ານຂໍ້ມູນ, ການຕິດຕໍ່ສື່ສານ ແລະເງິນທຶນທີ່ຈໍາເປັນໃຫ້ແກ່ບໍລິສັດຕ່າງໆໃນອາຊຽນ ແລະຍັງໃຫ້ບໍລິການເພີ່ມເຕີມທີ່ມີຄຸນຄ່າເຊັ່ນ: ດ້ານຂໍ້ມູນຂ່າວສານ, ການຂົນສົ່ງ, ພາສີ ແລະອື່ນໆ.

ສ່ວນແຜນການດຳເນີນທຸລະກິດບໍລິສັດ GMO-Z.comLao ເລີ່ມໃຫ້ບໍລິການຈົດທະບຽນໂດເມນ, ໂຮສຕິ້ງ, ຄລາວ, ອອກໃບຢັ້ງຢືນອີເລັກໂທຣນິກ ແລະອອກແບບເວັບໄຊເພື່ອທີ່ຈະສະໜັບສະໜູນຄົນລາວ ແລະເງິນຕາຂອງລາວສໍາລັບການດໍາເນີນທຸລະກິດໃນປະເທດລາວພ້ອມທັງໄດ້ວາງແຜນດ້ານການບໍລິການຕ່າງໆຂອງ GMO Internet Group ເພື່ອການພັດທະນາບັນດາບໍລິການຕ່າງໆໃຫ້ແທດເໝາະກັບປະເທດລາວ ແລະເລີ່ມຕົ້ນທຸລະກິດເພື່ອຊ່ວຍເຫຼືອເຂົ້າໃນການໃຊ້ ICT ໃນປະ ເທດລາວ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ກິ່ງລັດຕະນະ, ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...