Monday, November 17, 2025
Kbank Laos โอน รับ จ่าย

ການດຳເນີນຄະດີທົ່ວປະເທດ ປີ 2019 ປະຕິບັດໄດ້ 73,09%

ທ່ານ ຄໍາພາ ແສງດາລາ ປະທານສານປະຊາຊົນສູງສຸດ

ໃນປີຜ່ານມາ, ສານປະຊາຊົນສູງສຸດໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນໄດ້ພິຈາລະນາຄະດີອາຍາ ຢູ່ສານຂັ້ນຕົ້ນທັງໝົດ 5.291 ເລື່ອງ,

ໃນນີ້ມີຄະດີເຂົ້າໃໝ່ 4.660 ເລື່ອງ, ຄະດີຄ້າງມາ 631 ເລື່ອງ, ແກ້ໄຂແລ້ວ 4.576ເລື່ອງ ເທົ່າກັບ 86,48%, ກໍາລັງຄົ້ນຄວ້າພິຈາລະນາ 715 ເລື່ອງ, ພາຍຫຼັງທີ່ສານຂັ້ນຕົ້ນ ຕັດສິນແລ້ວຄູ່ຄວາມຂໍອຸທອນ 251 ເລື່ອງເທົ່າກັບ 5,48%, ຄູ່ຄວາມບໍ່ຂໍອຸທອນ 4.325 ເລື່ອງເທົ່າກັບ 94,51%.

ສານຂັ້ນອຸທອນມີຄະດີອາຍາທັງໝົດ 335 ເລື່ອງ, ໃນນີ້, ເຂົ້າໃໝ່ 251 ເລື່ອງ, ຄ້າງມາ 84 ເລື່ອງ, ແກ້ໄຂ 249 ເລື່ອງ ເທົ່າ ກັບ 74,32%, ກໍາລັງພິຈາລະນາ 86 ເລື່ອງ, ພາຍຫຼັງພິພາກສາແລ້ວ ຄູ່ຄວາມຂໍລົບລ້າງ 79 ເລື່ອງ ເທົ່າກັບ 32,64%, ບໍ່ຂໍລົບລ້າງ 163 ເລື່ອງ ເທົ່າກັບ 67,35 %,

ສານຂັ້ນລົບລ້າງລວມມີ 90 ເລື່ອງ, ໃນນີ້, ມີຄະດີເຂົ້າໃໝ່ 79 ເລື່ອງ, ຄ້າງມາ 11 ເລື່ອງ, ແກ້ໄຂແລ້ວ 77 ເລື່ອງເທົ່າກັບ 85,55% ແລະ ກໍາລັງພິຈາລະນາ 13 ເລື່ອງ. ປະເພດຄະດີແພ່ງຢູ່ສານຂັ້ນຕົ້ນລວມມີ 4.168 ເລື່ອງ, ໃນນີ້ຄະດີເຂົ້າໃໝ່ 2.798 ເລື່ອງ, ຄ້າງມາ 1.370 ເລື່ອງ, ແກ້ໄຂແລ້ວ 2.462 ເລື່ອງ ເທົ່າກັບ 59,06% ແລະ ກໍາ ລັງພິຈາລະນາ 1.706 ເລື່ອງ.

ສານຂັ້ນອຸທອນລວມມີ 859 ເລື່ອງ, ໃນນີ້ຄະດີເຂົ້າໃໝ່ 565 ເລື່ອງ, ຄ້າງມາ 294 ເລື່ອງ, ແກ້ໄຂແລ້ວ 497 ເລື່ອງ ເທົ່າກັບ 57,85% ແລະ ກໍາລັງຄົ້ນຄວ້າພິຈາລະນາ 362 ເລື່ອງ.

empty balance scale on white background

ສານຂັ້ນລົບລ້າງລວມມີ 215 ເລື່ອງ, ເຂົ້າໃໝ່ 148 ເລື່ອງ, ຄ້າງມາ 67 ເລື່ອງ, ແກ້ໄຂແລ້ວ 146 ເລື່ອງເທົ່າກັບ 67,90% ແລະ ກໍາລັງ ພິຈາລະນາ 69 ເລື່ອງ, ສະເພາະຄະດີຂັ້ນຮື້ຟື້ນທີ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະເໜີຮື້ຟື້ນຕໍ່ສານປະຊາຊົນສູງສຸດ ໃນປີ 2019 ລວມມີ 50 ເລື່ອງ, ເຂົ້າໃໝ່ 39 ເລື່ອງ, ຄ້າງມາ 11 ເລື່ອງ, ແກ້ໄຂແລ້ວ 40 ເລື່ອງ, ຍັງຄົ້ນຄວ້າ 10 ເລື່ອງ.

ຜົນຂອງການພິຈາລະນາແກ້ໄຂຕົກລົງຮື້ຟື້ນ 27 ເລື່ອງ, ບໍ່ຮື້ຟື້ນ 13 ເລື່ອງ ແລະ ໄດ້ຄົ້ນຄວ້າອອກຄໍາຊີ້ຂາດໂທດປະຫານຊີວິດ 9 ເລື່ອງ.

ປະເພດຄະດີພົ້ນເດັ່ນ ແລະ ເກີດຂຶ້ນຫຼາຍກວ່າໝູ່ ຄະດີອາຍາຢູ່ສານຂັ້ນຕົ້ນເຂດແມ່ນລັກ ຊັບພົນລະເມືອງ ມີ 404 ເລື່ອງ, ຢູ່ສານຂັ້ນຕົ້ນແຂວງ-ນະຄອນຫຼວງແມ່ນຄ້າຂາຍຢາເສບຕິດມີ 2.426 ເລື່ອງ. ສ່ວນຄະດີແພ່ງຢູ່ສານຂັ້ນຕົ້ນເຂດແມ່ນສັນຍາກູ້ຢືມ ມີ 366 ເລື່ອງ, ຢູ່ສານ ຂັ້ນຕົ້ນແຂວງ-ນະຄອນຫຼວງມີ 107 ເລື່ອງ, ຄະດີການຄ້າແມ່ນສັນຍາກູ້ຢືມ ມີ 421 ເລື່ອງ, ຄະດີຄອບຄົວ ແມ່ນສາຍຜົວ- ເມຍຂໍຢ່າຮ້າງຢູ່ສານຂັ້ນຕົ້ນເຂດ ມີ 353 ເລື່ອງ, ຢູ່ສານແຂວງ-ນະຄອນຫຼວງ ມີ 85 ເລື່ອງ, ຄະດີເດັກ ແມ່ນບັນຫາຢາເສບ ຕິດ ມີ 110 ເລື່ອງ ແລະ ຄະດີ ແຮງງານແມ່ນບັນຫາທວງເອົາ ຄ່າແຮງງານ ມີ 20 ເລື່ອງ.

ຄຽງຄູ່ກັນນີ້ ການພິຈາລະນາ ແກ້ໄຂຄະດີບາງເລື່ອງຍັງບໍ່ທັນມີ ຂໍ້ມູນຫຼັກຖານຄົບຖ້ວນມາພິຈາ ລະນາຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ມີບາງເລື່ອງ ບໍ່ທັນໄດ້ປະຕິບັດຫຼັກການໂຕ້ແຍ່ງ ຢ່າງເລິກເຊິ່ງ, ບາງຄະດີຊັກຊ້າ- ແກ້ຍາວ, ມີການສົ່ງໄປຫຼາຍຄັ້ງ.

ເມື່ອທຽບໃສ່ຄາດໝາຍການດໍາເນີນຄະດີທົ່ວປະເທດໃນປີ 2019 ໄດ້ພຽງ 73,09% ຫຼຸດຄາດໝາຍ 11,91% (ປີ 2018 ຕັດໄດ້ 70,94%) ການຂໍອຸ ທອນໄດ້ 11,59% ໄດ້ລື່ນຄາດ ໝາຍ 3,41% (ປີ 2018 ອຸ ທອນ 14,48%), ການຂໍລົບລ້າງໄດ້ 45,84% (ປີ 2018 ໄດ້ 45,33%) ແລະ ການຂໍຮື້ຟື້ນ 0,56% (ປີ 2018 ໄດ້ 0,61%).

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.