14 ບ້ານ ເມືອງຫົງສາ ໄດ້ຜົນເສຍຫາຍຈາກເຫດແຜ່ນດິນໄຫວ

ເກີດເຫດແຜນດິນໄຫວຂອບເຂດ ສປປ ລາວ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ຈຳນວນ 33 ຄັ້ງໃນເວລາ 4-14 ໂມງ ຊຶ່ງມີຄວາມແຮງວັດແທກ 3,6-6,4 ຣິກເຕີ ເຫດການດັ່ງກ່າວໄດ້ຮັບຮູ້ການສັ່ນສະເທືອນໃນບັນດາແຂວງພາກເໜືອຈົນມາເຖິງນະຄອນຫຼວງວຽງຈັນ ພ້ອມນັ້ນຍັງໄດ້ສ້າງຄວາມເສຍຫາຍຫຼາຍຕໍ່ຊັບສິນຂອງປະຊາ ຊົນໃນເຂດດັ່ງກ່າວພໍສົມຄວນ.

ກົມອຸຕຸນິຍົມ ແລະອຸກະທົກສາດລາຍງານໃຫ້ຮູ້ວ່າ:

ໃນຕອນເຊົ້າວັນທີ 21 ພະຈິກ 2019 ໄດ້ເກີດມີສະພາບ ແຜ່ນດິນໄຫວ18 ຄັ້ງ ຊຶ່ງຄັ້ງທີ 2 ມີ ຄວາມແຮງ 5,9 ຣິກເຕີ ໃນເວລາ 4:30, ຄັ້ງທີ 17 ມີຄວາມແຮງ 6,4 ຣິກເຕີ ເວລາ 6:50 ຊຶ່ງໄດ້ຮັບຮູ້ການສັ່ນສະເທືອນໃນ ບັນດາແຂວງພາກເໜືອຈົນເຖິງນະຄອນຫຼວງວຽງຈັນ.

ນອກນັ້ນໃນເວລາຕໍ່ມາຍັງມີເຫດການເກີດຂຶ້ນອີກຈຳນວນ 11 ຄັ້ງ ຊຶ່ງມີຄວາມແຮງສັ່ນສະເທືອນສູງສຸດເວລາ 8 ໂມງວັດ ແທກໄດ້ 4,8 ຣິກເຕີ, ຄວາມເລິກ 7 ກິໂລແມັດ ແລະເວລາ 10:30 ໂມງ ວັດແທກໄດ້ 3,6 ຣິກເຕີ, ຄວາມເລິກ 6 ກິໂລແມັດ ແລະຕົກມາຮອດຕອນບ່າຍຍັງໄດ້ເກີດເຫດແຜນດິນຂຶ້ນອີກຈຳນວນ 4 ຄັ້ງ ຊຶ່ງມີຄວາມແຮງສູງສຸດແມ່ນເວລາ 14 ໂມງ, ວັດແທກໄດ້ 4,1 ຣິກເຕີ, ຄວາມເລິກ 2 ກິໂລແມັດ.

ຈາກເຫດການແຜນດິນໄຫວຄັ້ງນີ້ຊຶ່ງໄດ້ສ້າງຄວາມເສຍຫາຍເຮືອນຊານ ແລະຊັບສິນຂອງປະຊາຊົນເມືອງຫົງສາຫຼາຍພໍສົມຄວນຕາມການເກັບກຳຂໍ້ມູນຂອງ ຄະນະຮັບຜິດຊອບປ້ອງກັນ ແລະຄວບຄຸມໄພພິບັດຂັ້ນເມືອງໃນເບື້ອງຕົ້ນຕໍ່ກັບເຫດການດັ່ງກ່າວ ສະເພາະຢູ່ເຂດເມືອງຫົງສາມີຈຳນວນ 14 ບ້ານໄດ້ຮັບຜົນເສຍຫາຍ, ມີ89 ຫຼັງຄາເຮືອນ, ເສຍຫາຍສົມຄວນ 4 ຫຼັງຄາເຮືອນ, ປະຊາຊົນໄດ້ຮັບບາດເຈັບເລັກນ້ອຍ 7 ຄົນ, ຍິງ 5 ຄົນນອກນັ້ນຍັງມີວັດ 5 ແຫ່ງ, ໂຮງຮຽນ 3 ແຫ່ງ, ອາຄານ

ຂອງລັດຈຳນວນໜຶ່ງ, ຮ້ານບັນເທີງ, ຮ້ານຂາຍເຄື່ອງ,ຕະຫຼາດ ແລະໂຮງໝໍສຳລັບສະຖານທີ່ໄດ້ຮັບຄວາມເສຍຫາຍຕ່າງໆນັ້ນເປັນຕົ້ນແມ່ນຝາເພພັງ, ຝາແຕກແຫງ, ຫຼັງຄາກະ ເບື້ອງແຕກຫັກ, ຕີນເສົາເນີ້ງອອກ, ຫົວ ເສົາແຕກ, ເຮັດໃຫ້ໄຟຟ້າດັບກະທັນຫັນໃນເຂດບໍລິເວນເທດສະບານເມືອງ ສ່ວນ ມູນຄ່າການເສຍຫາຍແມ່ນຍັງຢູ່ໃນຄະນະຮັບຊອບເກັບກຳສະຫຼຸບປະເມີນຜົນຕໍ່ກັບເຫດການດັ່ງກ່າວນີ້ປະຊາຊົນທີ່ຢູ່ໃນເຂດດັ່ງກ່າວຕ້ອງມີສະຕິລະມັດລະວັງຕົວຕໍ່ກັບເຫດການແຜ່ນດິນໄຫວ ແລະໃຫ້ຕິດຕາມຂ່າວສານຈາກກົມອຸຕຸນິຍົມ ແລະອຸທົກກະສາດເປັນແຕ່ລະໄລຍະ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...