Sunday, November 9, 2025
Kbank Laos โอน รับ จ่าย

ສປປ ລາວ ມີຕະຫລາດໄຟຟ້າຕ່າງປະເທດຮອງຮັບ ຫລາຍກວ່າ 20.000 ເມກາວັດ

ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ຊື້-ຂາຍໄຟຟ້າໃຫ້ກັບ 4 ປະເທດເພື່ອນບ້ານ ມີ ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ ຫລາຍກວ່າ 20.000 ເມກາວັດ, ໃນນັ້ນ ໄດ້ສົ່ງອອກແລ້ວ ຫລາຍກວ່າ 6.000 ເມກາວັດ.


ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານໃນວາລະການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ນີ້ວ່າ:

ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາ ພະລັງງານໄຟຟ້າ ຮ່ວມກັບປະເທດກຳປູເຈຍ 6.000 ເມກາວັດ, ໃນນີ້ໄດ້ມີການເຊັນສັນຍາຊື້-ຂາຍໄຟຟ້າ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກຳປູເຈຍ ໃນການຮ່ວມມືພັດທະນາພະລັງງານ 3.215 ເມກາວັດ ແລະ ປັດຈຸບັນ ສົ່ງອອກແລ້ວ 20 ເມກາວັດ, ເຊິ່ງຄາດໝາຍໃນ ປີ 2027 ຈະສົ່ງອອກໃຫ້ໄດ້ຄົບຕາມຈຳນວນສັນຍາ.

     
ໃນຂະນະດຽວກັນ ກໍໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈໃນການຊື້-ຂາຍໄຟຟ້າ ຮ່ວມກັບປະເທດໄທ 9.000 ເມກາວັດ, ໃນນີ້ໄດ້ມີສັນຍາຊື້-ຂາຍ ແລະ ໄດ້ສົ່ງອອກແລ້ວ 5.415 ເມກາວັດ.

ປັດຈຸບັນກຳລັງສືບຕໍ່ເຈລະຈາ ຊື້-ຂາຍໄຟຟ້າແບບລະບົບສູ່ລະບົບ ຮອດປີ 2020-2030 ໃຫ້ໄດ້ຄົບຕາມຈຳນວນ, ເຊິ່ງທາງລັດຖະບານໄທ ໄດ້ຢືນຢັນແລ້ວວ່າຈະຊື້ພະລັງງານໄຟຟ້າຈາກ ສປປ ລາວ ໃຫ້ຄົບຈຳນວນ 9.000 ເມກາວັດ. ພ້ອມດຽວກັນນີ້, ສປປ ລາວ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຊື້-ຂາຍໄຟຟ້າ ຮ່ວມກັບ ສສ.ຫວຽດນາມ 5.000 ເມກາວັດ, ເຊິ່ງໄດ້ມີສັນຍາຊື້-ຂາຍໄຟຟ້າ ແລະ ໄດ້ສົ່ງອອກແລ້ວ 540 ເມກາວັດ.

ປັດຈຸບັນ ລັດຖະບານຫວຽດນາມ ໄດ້ມີໜັງສືຢັ້ງຢືນການຊື້ໄຟຟ້າຈາກລາວ ເຊັ່ນ: ກຸ່ມເຂື່ອນໄຟຟ້ານ້ຳຊຳ 465 ເມກາວັດ, ກຸ່ມເຂື່ອນນ້ຳໂມ້ 505 ເມກາວັດ, ກຸ່ມເຂື່ອນພາກໃຕ້ (ນ້ຳກົງ 2, 3 ແລະ ນ້ຳອີມູນ) 304 ເມກາວັດ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາພະລັງງານໄຟຟ້າພະລັງລົມ 600 ເມກາວັດ ນຳອີກ.

ນອກຈາກນັ້ນ, ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານພະລັງງານໄຟຟ້າ ແລະ ການສຶກສາຄວາມເປັນໄປໄດ້ ໃນການເຊື່ອມໂຍງລະບົບສາຍສົ່ງໄຟຟ້າຮ່ວມກັນກັບປະເທດມຽນມາ ໂດຍໄດ້ມີສັນຍາຊື້-ຂາຍໄຟຟ້າ ແລະ ປັດຈຸບັນໄດ້ສົ່ງອອກແລ້ວ 10 ເມກາວັດ, ເຊິ່ງຮອດປີ 2020 ຈະສົ່ງເພີ່ມອີກ 20 ເມກາວັດ, 2023 ຈະສົ່ງໃຫ້ໄດ້ 100 ເມກາວັດ ແລະ ຮອດປີ 2025 ຈະສົ່ງໃຫ້ໄດ້ 300 ເມກາວັດ.

ສຳລັບຕະຫລາດໄຟຟ້າອາຊຽນ, ໃນກຸ່ມປະເທດອາຊຽນ ດ້ານພະລັງງານໄຟຟ້າ ໄດ້ມີການວາງແຜນເຊື່ອມໂຍງລະບົບສາຍຮ່ວມກັນ ໃນການຊື້-ຂາຍ ແລະ ແລກປ່ຽນພະລັງງານໄຟຟ້າຮ່ວມກັນ, ເຊິ່ງ ສປປ ລາວ ເປັນປະເທດທຳອິດ ທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ ຫລື ການເຊື່ອມໂຍງກັບພາກພື້ນ ໂດຍໄດ້ມີສັນຍາຊື້-ຂາຍໄຟຟ້າ ກັບປະເທດມາເລເຊຍ ໂດຍຜ່ານປະເທດໄທ (ລາວ-ໄທ-ມາເລເຊຍ) ແລະ ປັດຈຸບັດ ໄດ້ສົ່ງອອກແລ້ວ 100 ເມກາວັດ ແລະ ຄາດວ່າ ຮອດປີ 2020 ຈະສົ່ງໃຫ້ໄດ້ 300 ເມກາວັດ. ພ້ອມດຽວກັນນັ້ນ, ກໍໄດ້ສືບຕໍ່ເຈລະຈາຊື້-ຂາຍໄຟຟ້າກັບປະເທດສິງກະໂປ ນຳອີກ.


ແຫຼ່ງຂໍ້ມູນ: ຂ່າວ: ຊາຍຄົນເດີມ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.