ຂໍຂອບໃຈນຳຜູ້ສະໜັບສະໜູນ

ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ໄດ້ຈັດພິທີປະກາດໃຫ້ສະຖານີຂົນສົ່ງໂດຍສານ ແລະ ລົດໂດຍສາທາລະນະ ປອດຄວັນຢາສູບ ໃນວັນທີ 21 ພະຈິກ 2019, ຢູ່ທີ່ສະຖານີຂົນສົ່ງໂດຍສານສາຍໃຕ້, ໂດຍການເປັນປະທານຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບົວລິດ ປະທຸມທອງ, ຮອງຫົວໜ້າກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ດຣ. ພອນປະເສີດ ອຸນາພົມ, ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກ ພ້ອມດ້ວຍຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານ ພາຍໃນກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງສາທາລະນະສຸກ ແລະ ຜູ້ອຳນວຍການສະຖານີຂົນສົ່ງ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍຜູ້ປະກອບການດ້ານຂົນສົ່ງ ແລະ ຜູ້ຂັບຂີ່ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ການປະກາດໃຫ້ສະຖານີຂົນສົ່ງໂດຍສານສາທາລະນະ ພ້ອມດ້ວຍ ລົດໂດຍສານສາທາລະນະ ປອດຄວັນຢາສູບນັ້ນ ໝາຍຄວາມວ່າ: ພວກເຮົາຫ້າມບໍ່ໃຫ້ສູບຢາ ໃນອາຄານຜູ້ໂດຍສານ, ສະຖານທີ່ລໍຖ້າຂຶ້ນລົດ ລວມທັງ ພາຍໃນລົດໂດຍສານ.
ສະນັ້ນ, ຜູ້ສູບຢາທຸກຄົນ ລວມທັງພະນັກງານທີ່ເຮັດວຽກປະຈຳຢູ່ສະຖານີຂົນສົ່ງໂດຍສານຜູ້ຂັບຂີ່ ຫຼື ພະນັກງານຂັບລົດ, ຜູ້ຊ່ວຍ ແລະ ຜູ້ໃຫ້ການບໍລິການຕ່າງໆ ໃນຂອບເຂດສະຖານີຂົນສົ່ງໂດຍສານ ລວມທັງຜູ້ໂດຍສານ ຕ້ອງໄປສູບຢາຢູ່ບ່ອນອະນຸຍາດໃຫ້ສູບຢາ ຕາມເຈົ້າໜ້າທີ່ປະຈຳສະຖານີໄດ້ກຳນົດໄວ້ເທົ່ານັ້ນ​

ຂໍ້ມູນ ແລະ ຮູບພາບ: ໄວລຸ້ນຍຸກໃໝ່ Anti smoking

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 23

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້