Friday, July 18, 2025
Kbank Laos โอน รับ จ่าย

ແຂວງໄຊຍະບູລີ ມີຮອຍເລື່ອນຢູ່ຢ່າງຫນາແຫນ້ນ ແລະ ມີໂອກາດເກີດແຜ່ນດິນໄຫວເຖິງ 7 ຣິກເຕີ

ຈາກເຫດແຜ່ນດິນໄຫວຂະຫນາດ 5.9 ຣິກເຕີ ເມື່ອເວລາ 04:03 ນາທີ ແລະ ຕໍ່ດ້ວຍຄວາມຮຸນແຮງທີ່ສຸດ ຂອງການສັ່ນໄຫວເຖິງ 64 ຣິກເຕີ ເມື່ອເວລາ 06:50 ນາທີ່, ຂອງວັນທີ 21 ພະຈິກ 2019 ທີ່ຜ່ານມາ ຢູ່ແຂວງໄຊຍະບູລີ ແລະ ຕາມ ດ້ວຍການສັ່ນໄຫວຢ່າງຕໍ່ເນື່ອງອີກຫຼາຍກວ່າ 80 ຄັ້ງ ທີ່ໄດ້ສ້າງຄວາມເສຍຫາຍແກສິ່ງປຸກສ້າງ ແລະ ເຮັດໃຫ້ປະຊາຊົນໄຊຍະບູລີຍັງ ຢູ່ໃນຄວາມແຕກຕື່ນ.

ສໍານັກຂ່າວ BBC Thai ໄດ້ສໍາພາດ ສຈ. ດຣ. ບັນຍາ ຈາຣຸສິຣິ ທີ່ປຶກສາກົມຊັບພະຍາກອນທໍລະນີ ແລະ ອະດີດອາຈານ ປະຈໍາພາກ ວິຊາທໍລະນີວິທະຍາ, ຄະນະວິທະຍາສາດ, ຈຸລາລົງກອນມະຫາວິທະຍາໄລ, ປະເທດໄທ ໃຫ້ຮູ້ວ່າ:

ບໍລິເວນທາງພາກໃຕ້ຂອງຈີນ ຕໍ່ໃສ່ ຫວຽດນາມ ແລະ ລາວ ມີຮອນເລື່ອນຂະແຫນງ ໃຫຍ່ ທີ່ຮຽກວ່າຮອຍເລື່ອນ “ດຽນບຽນຟູ” ເຊິ່ງເປັນຮອຍເລື່ອນທີ່ລາກເສັ້ນຕໍ່ຈາກແມ່ນ້ໍາ ແດງຂອງຈີນ ຮອຍເລື່ອນນີ້ໄດ້ຮັບການພິສູດແລ້ວວ່າເປັນຮອຍເລື່ອນທີ່ມີພະລັງ.

ຜູ້ຊ່ຽວຊານດ້ານທໍລະນີວິທະຍາທ່ານນີ້ລະບຸອີກວ່າ ຈາກຂໍ້ມູນທີ່ມີສະແດງໃຫ້ເຫັນວ່າທາງພາກເຫນືອຂອງ ສປປ.ລາວ ມີຮອຍເລື່ອນທີ່ມີພະລັງຢູ່ຢ່າງຫນາແຫນ້ນ ແຕ່ຍັງບໍ່ມີການສໍາຫຼວດພິສູດໄດ້ຄົບທັງຫມົດ, ຂະນະທີ່ຮອຍເລື່ອນຫຼາຍແຫ່ງລາກເສັ້ນຕໍ່ເນື່ອງເຂົ້າໃນພື້ນທີ່ ຂອງປະເທດໄທ.

ສຈ. ດຣ. ປັນຍາ ກ່າວວ່າສາເຫດທີ່ແຜ່ນດິນໄຫວໃນ ສປປ.ລາວ ຄັ້ງນີ້, ສາມາດຮັບຮູ້ແຮງສັ່ນສະເທືອນໄດ້ເຖິງຫົວເມືອງໃຫຍ່ໆຂອງໄທ ເປັນເພາະເກີດຂຶ້ນໃນລະດັບທີ່ບໍ່ເລິກ ແລະ ເກີດໃນບໍລິເວນທີ່ມີຮອຍເລື່ອນເຊື່ອມຕໍ່ກັນ, ເຊິ່ງກົມອຸຕຸນິຍົມວິທະຍາຂອງໄທລະບຸວ່າ: ແຜ່ນດິນໄຫວຂະຫນາດ 6.4 ຣິກເຕີ ຄັ້ງນີ້ມີຄວາມເລິກຈາກຜິວດິນພຽງ 3 ກິໂລແມັດ.

ນອກຈາກນີ້, ສຈ. ດຣ. ປັນຍາ ຍັງສະແດງຄວາມເປັນຫ່ວງຕໍ່ເຂື່ອນໄຟຟ້າໄຊຍະບູລີ ໂດຍກ່າວກັບ BBC Thai ອີກວ່າ:

ເຖິງແມ່ນວ່າທີ່ ຕັ້ງຂອງເຂື່ອນໄຊຊຍະບູລີ (ເຂື່ອນແມ່ນ້ໍາຂອງ) ຕັ້ງຢູ່ເທິງຮອຍເລື່ອນທີ່ເປັນຫີນແຂງ ເປັນຮອຍເລື່ອນທີ່ຕາຍແລ້ວບໍ່ມີພະລັງ ແຕ່ສິ່ງທີ່ ຫນ້າເປັນຫ່ວງຄືບໍລິເວນໃກ້ຄຽງເຊັ່ນ ຕົວເມືອງໄຊຍະບູລີ ເຄີຍມີການສຶກສາແລ້ວວ່າຍັງປາກົດຮອຍເລື່ອນທີ່ມີພະລັງຢູ່ ເມື່ອເກີດແຜ່ນດິນໄຫວກໍ່ອາດສົ່ງຜົນກະທົບຕໍ່ໂຄງສ້າງຂອງເຂື່ອນໄດ້.

ສຈ. ດຣ. ປັນຍາ ກ່າວອີກວ່າ:

ພວກເຮົາສາມາດກວດສອບພື້ນທີ່ໆມີໂອກາດເກີດແຜ່ນດິນໄຫວໄດ້ ແຕ່ບໍ່ສາມາດກວດສອບໄດ້ວ່າຈະເກີດຂຶ້ນເວລາໃດ.

ນອກຈາກນີ້, ເມື່ອປີ 2014 ສຈ. ດຣ. ປັນຍາ ເຄີຍອອກມາເຕືອນໃນເລື່ອງອັນຕະລາຍທີ່ຈະເກີດກັບເຂື່ອນທີ່ກໍ່ສ້າງ ໃກ້ຮອຍເລື່ອນ ທີ່ມີ ພະລັງ ໂດຍທ່ານໄດ້ຄາດການໃນປີນັ້ນວ່າ ມີໂອກາດປະມານ 30% ທີ່ຈະເກີດແຜ່ນດິນໄຫວຂະຫນາດກາງ ບໍລິເວນພື້ນທີ່ກໍ່ສ້າງເຂື່ອນ ໃນອີກ 30 ປີຂ້າງຫນ້າ ແລະ ມີໂອກາດປະມານ 10%.

ແຫຼ່ງຂໍ້ມູນ: ອິດສະຫຼະ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.