ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນອາທິດທີ່ຜ່ານມານີ້,ຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງສະຫວັນນະເຂດໄດ້ສ້າງຂະບວນການອອກແຮງງານລວມຢູ່ອານຸສາວະລີນັກຮົບນິລະນາມແລະປະດັບປະດາອ້ອມຂ້າງຄ້າຍກອງບັນຊາການ, ໂດຍການນຳພາຂອງທ່ານ ພັຕ ພູທະວີ ແພງກັນຍາ ຮອງເລຂາຮາກຖານຊາວໜຸ່ມ ປກສແຂວງພ້ອມຄະນະແລະສະມາຊິກຊາວໜຸ່ມແມ່ຍິງ ເຂົ້າຮ່ວມຂະບວນການອອກແຮງງານ 200ກວ່າສະຫາຍ.
ເຊິ່ງການສ້າງຂະບວນການອອກແຮງງານໃນຄັ້ງນີ້ ກໍ່ເພື່ອເປັນການຄໍານັບຮັບຕ້ອນວັນຊາດທີ 2ທັນວາ ຄົບຮອບ 44ປີທີ່ຈະໜູນວຽນມາຄົບຮອບອີກວາລະໜຶ່ງແລະເພື່ອໃຫ້ມີຄວາມສະອາດຈົບງາມໃນສະຖານທີ່ດັ່ງກ່າວ ແລະທັງເປັນການສ້າງຄວາມສາມັກຄີມິດຕະພາບລະຫວ່າງກຳລັງປ້ອງກັນຄວາມສະຫງົບ ປກສແຂວງເວົ້າສະເພາະກຳລັງຮາກຖານຊາວໜຸ່ມພາຍໃນກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໃຫ້ມີຄວາມໜັກແໜ້ນ ແລະເຂັ້ມແຂງຂຶ້ນຕື່ມອີກ ໜ້າວຽກທີ່ເຮັດ ແມ່ນໄດ້ປັດກວດຂີ້ເຫຍື່ອຕາມແຄມທາງ, ທາງຫຍ້າ,ຕັດຕົ້ນໄມ້ທີ່ຮົກເຮື້ອ ແລະໃນໂອກາດດຽວກັນນີ້ ຄະນະຫ້ອງການເມືອງ ປກສແຂວງສະຫວັນະເຂດພ້ອມດ້ວຍສະມາຊິກຊາວໜຸ່ມ ກໍ່ໄດ້ຈັດກິດຈະກຳເຕະບານ ມິດຕະພາບຂຶ້ນ ລະຫວ່າງທີມຫ້ອງການເມືອງ ປກສ ແຂວງ ກັບ ທີມ ຄູອາຈານໂຮງຮຽນ ປກສ ຊັ້ນສູງເລກ3 ແຂວງສະຫວັນນະເຂດຕື່ມອີກ.

ທີ່ມາ: Media Laos (ບອນຄຳ)

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້