Monday, April 21, 2025

ໄຊຍະບູລີ ໄດ້ຮັບຜົນເສຍຫາຍຈາກແຜ່ນດິນໄຫວມູນຄ່າທັງໝົດ 2 ຕື້ກ່ວາກີບ

ທ່ານ ໜູພອນ ໄຊປັນຍາຈິດ

ເຫດການແຜ່ນດິນໄຫວ ວັນທີ 21 ເດືອນພະຈິກ 2019 ຜ່ານມານີ້ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງ
ລັດ ແລະ ພໍ່ແມ່ປະຊາຊົນ 2 ເມືອງຄື: ເມືອງຫົງສາ ແລະ ເມືອງໄຊສະຖານ ແຂວງໄຊຍະບູລີ ມູນຄ່າ 2 ຕື້ກວ່າກີບ.

ຕາມການລາຍງານຂອງ ທ່ານ ໜູພອນ ໄຊປັນຍາຈິດ ຫົວໜ້າພະແນກ ແຮງງານສະຫວັດດີການສັງຄົມ ກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ໄດ້ລາຍງານຕໍ່ທິມຂ່າວແຂວງໄຊຍະບູລີວ່າ : ໃນຕອນເຊົ້າຂອງວັນທີ 21 ພະຈິກ ເລີ້ມແຕ່ເວລາ 4.30 ແລະ 6. 50 ໄດ້ເກີດແຜ່ນດິນໄຫວຂື້ນຢູ່ແຂວງໄຊຍະບູລີຂະໜາດ 5,9 ຣິກເຕີ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ ແລະ ພໍ່ແມ່ປະຊາຊົນ ໃນມູນຄ່າ 2 ຕື້ ກ່ວາກີບ.

ໃນນີ້ເມືອງຫົງສາມີຜົນກະທົບ 17 ບ້ານ 134 ຄອບຄົວ, ມີເຮືອນເສຍຫາຍ 71 ຫຼັງ, ເຄື່ອງໃຊ້ຄົວເຮືອນເສຍ ຫາຍ 24 ຄອບຄົວ, ເຮືອນເສຍຫາຍບໍ່ສາມາດແປງຄືນໄດ້ 7 ຫຼັງ, ເສຍຫາຍເລັກນ້ອຍປະກອບມີ ໂຮງຮຽນ 11 ຫຼັງ, ວັດວາອາຮາມ 12 ແຫ່ງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ 4 ແຫ່ງ, ຫ້ອງການສໍານັກງານຂອງລັດ 2 ແຫ່ງ, ເສັ້ນທາງແຕກຍະ 1 ຈຸດ, ຄົນໄດ້ຮັບບາດເຈັບເລັກນ້ອຍ 7 ຄົນ, ຍິງ 5 ຄົນ, ມູນຄ່າເສຍຫາຍ 1 ຕື້ 141 ລ້ານກີບ.

ສ່ວນເມືອງໄຊສະຖານໄດ້ຮັບຜົນກະທົບ 18 ບ້ານມີ 169 ຄອບຄົວ, ສໍານັກງານອົງການຂອງລັດ ຈໍານວນ 8 ຫຼັງ, ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 3 ຄົນ, ມີເຮືອນເສຍຫາຍບໍ່ສາມາດຢູ່ອາໄສໄດ້ 16 ຫຼັງ, ເສຍຫາຍປານກາງ 29 ຫຼັງເສຍຫາຍເລັກນ້ອຍ 124 ຫຼັງ, ມີເສັ້ນທາງແຕກຍະຈໍານວນ 18 ຈຸດ, ຍາວປະມານ 1 ກິໂລແມັດກ່ວາ, ມີດິນສໍານັກງານຫ້ອງການດິນປຸກສ້າງແຕກຍະ 8 ຈຸດ, ລວມມູນຄ່າເສຍຫາຍ 976 ລ້ານກ່ວາກີບ.

ສໍາລັບການຊ່ວຍເຫຼືອເບື້ອງຕົ້ນທາງອົງການປົກຄອງເມືອງກໍ່ຄືຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ຂັ້ນເມືອງ, ໄດ້ນໍາເອົາກໍາລັງ ປກຊ-ປກສ ພະນັກງານເຂົ້າໃຫ້ການຊ່ວຍເຫຼືອ, ສ້ອມແປງ ເຮືອນຊານໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ ເພື່ອໃຫ້ເຂົາເຈົ້າໄດ້ມີທີ່ຢູ່ຊົ່ວຄາວ ປະຈຸບັນຄວາມຕ້ອງການເຄື່ອງຊ່ວຍເຫຼືອທີ່ຈຳເປັນໃນເບື້ອງຕົ້ນຄື: ດິນບ໊ອກ ຫຼື ດິນຈີ່, ຊີມັງ, ກະເບື້ອງ, ເຫຼັກເສັ້ນ, ເຫຼັກຕາປູ, ຫີນແຮ່, ແລະ ຊາຍ.

ແຫຼ່ງຂໍ້ມູນ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.